ທະນາຄານໂລກ ສະໜອງທຶນຄຸ້ມຄອງຄວາມສ່ຽງຈາກໄພພິບັດ
![]() |
ທະນາຄານໂລກ ໄດ້ເຊັນສັນຍາການສະໜອງທຶນ ຈຳນວນ 30 ລ້ານໂດລາສະຫະລັດ ຫຼື ປະມານ 240 ຕື້ກີບ ສຳລັບໂຄງການຄຸ້ມຄອງຄວາມສ່ຽງຈາກໄພພິບັດໃນອາຊີຕາເວັນອອກສຽງໃຕ້ ສຳລັບ ສປປ ລາວ |
ກະຊວງການເງິນ ແລະ ທະນາຄານໂລກ ໄດ້ເຊັນສັນຍາການສະໜອງທຶນ ຈຳນວນ 30 ລ້ານໂດລາສະຫະລັດ ຫຼື ປະມານ 240 ຕື້ກີບ ສຳລັບໂຄງການຄຸ້ມຄອງຄວາມສ່ຽງຈາກໄພພິບັດໃນອາຊີຕາເວັນອອກສຽງໃຕ້ ສຳລັບ ສປປ ລາວ ເຊິ່ງຈະລົງທຶນໃນວຽກງານຄຸ້ມຄອງຄວາມສ່ຽງຈາກໄພນ້ຳຖ້ວມໃນຕົວເມືອງຢູ່ແຂວງອຸດົມໄຊ ແລະ ໃນວຽກງານບໍລິການດ້ານອຸທົກກະສາດ-ອຸຕຸນິຍົມທີ່ເຊື່ອຖືໄດ້ໃນທົ່ວປະເທດ ທຶນດັ່ງກ່າວໄດ້ລວມເອົາທຶນຊ່ວຍເຫຼືອຈຳນວນ 1 ລ້ານໂດລາສະຫະລັດ ຫຼື ປະມານ 8 ຕື້ກີບ ຈາກກອງທຶນຄ້ຳປະກັນຄວາມສ່ຽງຈາກໄພພິບັດຢູ່ຕາເວັນອອກສຽງໃຕ້ ເຊິ່ງເປັນກອງທຶນຊ່ວຍເຫຼືອແບບຫຼາຍຝ່າຍທີ່ຈະຖືກນຳໃຊ້ ເພື່ອຊ່ວຍກະຊວງການເງິນໃນການກະກຽມ ແລະ ຈັດຕັ້ງປະຕິບັດເຄື່ອງມືການສະໜອງທຶນສຳລັບຄວາມສ່ຽງຈາກໄພພິບັດ.
ທ່ານ ຊ໋ອງຄຣິສ ໂຕບກາເຣ ຜູ້ຕາງໜ້າທະນາຄານໂລກປະຈຳ ສປປ ລາວ ຄົນໃໝ່ກ່າວວ່າ: ໂຄງການນີ້ຄາດວ່າຈະນຳເອົາຜົນປະໂຫຍດໂດຍກົງມາສູ່ປະຊາຊົນຈຳນວນ 1 ແສນຄົນ ຢູ່ເຂດເມືອງໄຊຂອງແຂວງອຸດົມໄຊ ໂດຍຜ່ານການຄຸ້ມຄອງຄວາມສ່ຽງຈາກໄພພິບັດນ້ຳຖ້ວມໃນຕົວເມືອງ ທີ່ຈະຊ່ວຍຫຼຸດຜ່ອນຜົນກະທົບຈາກໄພນ້ຳຖ້ວມ ປະກອບກັບການອອກແບບທີ່ປະດິດສ້າງໃໝ່ ທີ່ຈະຄຳນຶງເຖິງວິທີການດ້ານພື້ນຖານໂຄງລ່າງແບບອະເນກປະສົງ ແລະ ສີຂຽວ ແລະ ໂຄງການນີ້ຈະຊ່ວຍໃຫ້ ສປປ ລາວ ໂດຍລວມໄດ້ຮັບຜົນປະໂຫຍດຈາກລະບົບເຕືອນໄພລ່ວງໜ້າ ແລະ ກົນໄກການສະໜອງທຶນ ເພື່ອການຟື້ນຟູຄືນຈາກຜົນກະທົບຂອງໄພພິບັດທີ່ມີປະສິດທິພາບ ໂຄງການດັ່ງກ່າວເປັນສ່ວນໜຶ່ງຂອງແຜນງານຄຸ້ມຄອງຄວາມສ່ຽງຈາກໄພພິບັດ ໃນພາກພື້ນຕາເວັນອອກສຽງໃຕ້ ທີ່ໄດ້ຮັບທຶນຈາກທະນາຄານໂລກ ທີ່ກວມເອົາທັງໂຄງການຢູ່ປະເທດກຳປູເຈຍ ແລະ ປະເທດມຽນມາ.
ພິທີເຊັນສັນຍາການສະໜອງທຶນ ໄດ້ມີຂຶ້ນວັນທີ 30 ສິງຫາ 2017 ຢູ່ທີ່ກະຊວງການເງິນ ລະຫວ່າງທ່ານນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ຊ໋ອງຄຣິສ ໂຕບກາເຣ ເຊິ່ງມີພາກສ່ວນທີ່ກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.
ເນື້ອໃນ: ວຽງຈັນໃໝ່
No comments