ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນ ສິງຫາ 2017
ກ່ອນເຂົ້າວາລະ ດໍາເນີນກອງປະຊຸມ ບັນດາສະມາຊິກ ລັດຖະບານ ໄດ້ຮັບຟັງ ການລາຍງານສະພາບການທີ່ພົ້ນເດັ່ນ ຢູ່ພາຍໃນ ແລະ ຕ່າງປະເທດ, ສະພາບຜົນກະທົບເສຍຫາຍ ຈາກໄພນໍ້າຖ້ວມຈາກ ບັນດາກະຊວງທີ່ກ່ຽວຂ້ອງ. ສໍາລັບກອງປະຊຸມລັດຖະບານ ສະໄໝສາມັນຄັ້ງນີ້ ບັນດາສະມາຊິກລັດຖະບານ ໄດ້ພ້ອມກັນສຸມໃສ່ ປະກອບຄໍາຄິດຄໍາເຫັນ ຢ່າງກົງໄປກົງມາ, ມີຄວາມຮັບຜິດຊອບສູງ ແລະ ຮັບຮອງເອົາ ດ້ານຫລັກການ, ຮ່າງດໍາລັດ ຈຳນວນ 3 ສະບັບ ຄື: ຮ່າງດໍາລັດວ່າດ້ວຍວັນພັກ; ຮ່າງດໍາລັດວ່າດ້ວຍ ມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ; ຮ່າງດໍາລັດວ່າດ້ວຍ ເງິນເບ້ຍລ້ຽງ ສໍາລັບນັກຮຽນຜູ້ທຸກຍາກ ແລະ ດ້ອຍໂອກາດ ໃນສາຍສາມັນສຶກສາ. ໃນນັ້ນ, ກອງປະຊູມໄດ້ມີຄຳເຫັນຊີ້ນຳ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ນຳເອົາບັນດາຮ່າງດຳລັດດັ່ງກ່າວ ໄປປັບປຸງຕາມການ ປະກອບຄຳເຫັນຂອງສະມາຊິກ ລັດຖະບານ, ພ້ອມທັງ ສົມທົບກັບ ຂະແໜງການທີ່ກ່ຽວຂ້ອງ ກັບການສ້າງນິຕິກຳ ເພື່ອສືບຕໍ່ຄົ້ນຄວ້າ ເບິ່ງຄວາມເໜາະສົມຕື່ມ ໂດຍສະເພາະ ຊື່ຂອງດຳລັດ, ການໃຊ້ຄຳສັບ, ການກຳນົດມາດຖານ ແລະ ເງື່ອນໄຂຕ່າງໆ, ການກຳນົດພາກສ່ວນ ແລະ ຂະແໜງການທີ່ມີສ່ວນຮ່ວມ.
ສໍາລັບບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງ ລັດຖະກອນ ປະຈໍາປີ 2017 ແລະ ແຜນຄວາມຕ້ອງການ ລັດຖະກອນໃໝ່ ປີ 2018 ຜ່ານການຮັບຟັງ ການລາຍງານ ຈາກຂະແໜງການທີ່ກ່ຽວຂ້ອງ ໃນປີ 2017 ທົ່ວປະເທດມີ ພະນັກງານ-ລັດຖະກອນ ທັງໝົດ 183.680 ຄົນ, ຍິງ 84.268 ຄົນ (ຂັ້ນສູນກາງ ມີຈໍານວນ 26.727 ຄົນ, ຍິງ 11.546 ຄົນ, ຂັ້ນແຂວງ ມີຈໍານວນ 36.170 ຄົນ, ຍິງ 15.109 ຄົນ ແລະ ຂັ້ນເມືອງ ມີຈໍານວນ 120.783 ຄົນ, ຍິງ 57.613 ຄົນ) ເຊິ່ງຕົວເລກພະນັກງານ-ລັດຖະກອນທັງໝົດ ເມື່ອທຽບໃສ່ ພົນລະເມືອງແລ້ວ ເທົ່າກັບ 2,8% ທຽບໃສ່ບັນດາ ໃນປະເທດອາຊຽນ ແມ່ນຢູ່ອັນດັບທີ 3. ກອງປະຊຸມໄດ້ຕົກລົງ ເປັນເອກະພາບກັນວ່າ: ເຫັນດີອະນຸມັດ ຕົວເລກລັດຖະກອນໃໝ່ ປະຈໍາປີ 2018 ເພື່ອທົດແທນ ພະນັກງານ-ລັດຖະກອນ ທີ່ໄດ້ອອກທຸກຮູບການເທົ່ານັ້ນ ສ່ວນຕົວເລກລາຍລະອຽດ ແມ່ນຈະໄດ້ມີຂໍ້ຕົກລົງວ່າດ້ວຍ ການອະນຸມັດຕົວເລກ ລັດຖະກອນ ປີ 2018 ສະເພາະ. ໃນນັ້ນ, ໃຫ້ທຸກໆພາກສ່ວນ ຢູ່ສູນກາງ ແລະ ທ້ອງຖິ່ນ ກວດກາຄືນບັນດາ ຕໍາແໜ່ງງານ ອັນໃດທີ່ຈໍາເປັນ ແລະ ອັນໃດທີ່ບໍ່ຈໍາເປັນ ເພື່ອເຮັດໃຫ້ພະນັກງານຜູ້ໜຶ່ງ ສາມາດເຮັດວຽກ ໄດ້ຫລາຍຕໍາແໜ່ງງານ ສິ່ງສໍາຄັນກົງຈັກການຈັດຕັ້ງ ແຕ່ສູນກາງລົງຫາທ້ອງຖິ່ນ ແມ່ນບໍ່ໄດ້ຂະຫຍາຍເພີ່ມ ຄຽງຄູ່ກັບການເພີ່ມມາດຕະຖານ ພະນັກງານ-ລັດຖະກອນ ເພື່ອຮັບປະກັນ ໃຫ້ມີຄຸນນະພາບ, ມີປະສິດທິພາບ, ມີຄວາມຮັບຜິດຮັບຊອບ ໃນການຈັດຕັ້ງປະຕິບັດໜ້າທີ່ ວຽກງານຂອງຕົນ.
ສ່ວນຮ່າງວິໄສທັດຮອດປີ 2030, ຍຸດທະສາດພັດທະນາ 2025 ແລະ ແຜນພັດທະນາ ພະລັງງານ ແລະ ບໍ່ແຮ່ 5 ປີ ຄັ້ງທີ VIII (2016-2020) ກອງປະຊຸມ ໄດ້ຕົກລົງເຫັນດີ ໃຫ້ນຳໄປປັບປຸງຕາມຄຳເຫັນ ຂອງສະມາຊິກລັດຖະບານ ໃນນັ້ນ ດ້ານບໍ່ແຮ່ ແມ່ນໃຫ້ເອົາໃຈໃສ່ ຕໍ່ຂອດການຈັດຕັ້ງປະຕິບັດຕົວຈິງ ໂດຍເລີ່ມຈາກການ ສຶກສາສຳຫລວດ, ຄົ້ນຄວ້າ, ເກັບກຳຂໍ້ມູນໃຫ້ລະອຽດ ຈຶ່ງກ້າວໄປສູ່ການວາງແຜນ ສະຫງວນໄວ້ ຫລື ຂຸດຄົ້ນມານຳໃຊ້ ຕາມຄວາມເໝາະສົມ ພ້ອມກັນນັ້ນ ໃນສະເພາະໜ້າ ແມ່ນໃຫ້ເອົາໃຈໃສ່ ຕໍ່ຂອດການຄຸ້ມຄອງ ການລົງທຶນໃຫ້ດີ ມີຄວາມເຂັ້ມງວດ ຕາມກົດໝາຍ ແລະ ລະບຽບການ, ຖືກຕ້ອງຕາມເຕັກນິກ, ຂະແໜງການທີ່ກ່ຽວຂ້ອງ ຕ້ອງຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງຂອງຕົນ ໃຫ້ສູງກວ່າເກົ່າ. ສ່ວນດ້ານພະລັງງານ ແມ່ນໃຫ້ໝູນໃຊ້ທ່າແຮງຂອງທ້ອງຖິ່ນ ໃຫ້ເກີດປະໂຫຍດ ໂດຍສະເພາະ ການສ້າງ ແລະ ນຳໃຊ້ພະລັງງານທົດແທນ ໃຫ້ຫລາຍຂຶ້ນ ຕິດພັນກັບສົ່ງເສີມ ການຊົມໃຊ້ພາຍໃນ.
ໃນຕອນທ້າຍ ຂອງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຍັງໄດ້ແຈ້ງສະພາບ ການປະຕິບັດວຽກງານ ຈຸດສຸມທີ່ສໍາຄັນ ຂອງລັດຖະບານ ໂດຍສັງເຂບ ໃນ 01 ເດືອນຜ່ານມາ ເຊິ່ງເຫັນວ່າ ລັດຖະບານ ສາມາດປະຕິບັດ ຫລາຍວຽກງານທີ່ພົ້ນເດັ່ນ ເປັນຕົ້ນ: ໄດ້ເຮັດວຽກຮ່ວມກັບ ຄະນະປະຈໍາສະພາແຫ່ງຊາດ ເພື່ອທົບທວນ ການຈັດຕັ້ງປະຕິບັດ ບັນດາມະຕິຂອງກອງປະຊຸມ ສະພາແຫ່ງຊາດ ແລະ ບັນຫາພົ້ນເດັ່ນທາງດ້ານ ເສດຖະກິດ-ສັງຄົມ ຈໍານວນໜຶ່ງ; ໄດ້ຈັດກອງປະຊຸມຫລາຍຄັ້ງ ເພື່ອປຶກສາຫາລື ສະເພາະກ່ຽວກັບທິດທາງການແກ້ໄຂ ແລະ ກະຕຸກຊຸກຍູ້ເສດຖະກິດ ເຊິ່ງໃນນັ້ນ ໄດ້ລົງເລິກຫລາຍຫົວຂໍ້ສຳຄັນ ເປັນຕົ້ນແມ່ນ ສົ່ງເສີມການຜະລິດເປັນສິນຄ້າ, ການແກ້ໄຂໜີ້ສິນ ການລົງທຶນຂອງລັດ, ການເຂົ້າເຖິງແຫລ່ງທຶນຂອງ ພາກທຸລະກິດ ແລະ ການຄຸ້ມຄອງອັດຕາແລກປ່ຽນ; ໄດ້ພົບປະພະນັກງານຫລັກແຫລ່ງ ຂອງຂະແໜງການເງິນ ເພື່ອລົງເລິກຊຸກຍູ້ ແລະ ຊີ້ນໍາທິດທາງການເຄື່ອນໄຫວ ວຽກງານການເງິນໃນຕໍ່ໜ້າ ໃຫ້ມີປະສິດທິຜົນກວ່າເກົ່າ; ໄດ້ຕິດຕາມ ແລະ ແຈ້ງເຕືອນປະຊາຊົນ ກ່ຽວກັບ ສະພາບດິນຟ້າອາກາດ ແລະ ໄດ້ເອົາໃຈໃສ່ຕິດຕາມ ແລະ ຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ໃນຂອບເຂດທົ່ວປະເທດ. ໄພນ້ຳຖ້ວມໃນເດືອນຜ່ານມາ ໄດ້ສ້າງຄວາມເສຍຫາຍ ຫລາຍສົມຄວນຕໍ່ຊີວິດ, ຊັບສິນ, ຖະໜົນຫົນທາງ ແລະ ເງື່ຶອນໄຂການທຳມາຫາກິນ ຂອງປະຊາຊົນ. ລັດຖະບານ ໄດ້ຊີ້ນຳໃຫ້ຂະແໜງການ ແລະ ທ້ອງຖິ່ນ ລົງຕິດຕາມເພື່ອຟື້ນຟູ ຜົນເສຍຫາຍ ແລະ ຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບ; ໄດ້ດໍາເນີນກອງປະຊຸມ ນາຍົກ-ຮອງນາຍົກລັດຖະມົນຕີ ເພື່ອພິຈາລະນາ ແລະ ຕົກລົງບັນຫາສໍາຄັນ ຕາມການສະເໜີຂອງຂະແໜງ ການ ແລະ ທ້ອງຖິ່ນ ເຊັ່ນ: ການເຄື່ອນໄຫວທຸລະກິດ ຂອງລັດວິສາຫະກິດ ຫວຍພັດທະນາ, ແຜນຄຸ້ມຄອງ ແລະ ບໍລິຫານທ່າເຮືອຫວຸ່ງອ່າງ, ການປັບປຸງຮ່າງກົດໝາຍ 06 ສະບັບ ທີ່ຈະນໍາສະເໜີຕໍ່ ກອງປະຊຸມສະພາແຫ່ງຊາດ ສະໄໝສາມັນເທື່ອທີ 4 ແລະ ບັນຫາອື່ນໆ ອີກຈຳນວນໜຶ່ງ; ນາຍົກ-ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ກໍໄດ້ລົງເຄື່ອນໄຫວ ເຮັດວຽກຢູ່ທ້ອງຖິ່ນ ເພື່ອຊຸກຍູ້ ການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ, ຢ້ຽມຢາມ ແລະ ຊຸກຍູ້ພື້ນຖານການຜະລິດ ແລະ ກວດກາການຈັດຕັ້ງປະຕິບັດ ການຕົກລົງຕ່າງໆ ທີ່ສຳຄັນຂອງລັດຖະບານ ແລະ ວຽກງານສຳຄັນອື່ນໆ.
ເດືອນກັນຍາ ເປັນເດືອນສຸດທ້າຍ ຂອງໄຕມາດທີ 3 ຂອງປີ 2017, ເປັນເດືອນໜຶ່ງທີ່ສະມາຊິກລັດຖະບານ ຈະໄດ້ເຂົ້າຮ່ວມ ຫລາຍກອງປະຊຸມສຳຄັນ (ກອງປະຊຸມ ລັດຖະບານເປີດກວ້າງ, ກອງປະຊຸມຄົບຄະນະ ບໍລິຫານງານສູນກາງພັກ ແລະ ການເຄື່ອນໄຫວຢ້ຽມຢາມ ຕ່າງປະເທດຈໍານວນໜຶ່ງ). ດັ່ງນັ້ນ, ທ່ານນາຍົກລັດຖະມົນຕີ ຈຶ່ງໄດ້ຮຽກຮ້ອງໃຫ້ ສະມາຊິກລັດຖະບານ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ ຈັດຕັ້ງປະຕິບັດ ບັນດາວຽກງານຈຸດສຸມສໍາຄັນ ໃນເດືອນກັນຍາ ນີ້ເປັນຕົ້ນ:
1.ສືບຕໍ່ຕິດຕາມຢ່າງໃກ້ຊິດ ສະພາບການພາກພື້ນ ແລະ ສາກົນ ໂດຍມີການວິເຄາະວິໄຈ ຢ່າງລະອຽດ ແລະ ເລິກເຊິ່ງກ່ຽວກັບຄວາມສ່ຽງ ແລະ ທ່າອ່ຽງຜົນກະທົບ ທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມ ຕໍ່ການພັດທະນາ ຂອງປະເທດເຮົາ ສືບຕໍ່ການເຄື່ອນໄຫວຕ່າງປະເທດ ຢ່າງເປັນເຈົ້າການ ແລະ ກະກຽມຮອບດ້ານ ໃຫ້ແກ່ການເຄື່ອນໄຫວ ຢ້ຽມຢາມຕ່າງປະເທດ ຂອງການນໍາພັກ-ລັດ ຕາມແຜນທີ່ໄດ້ກຳນົດ ໃຫ້ໄດ້ຮັບໝາກຜົນສູງ.
2.ສືບຕໍ່ເພີ່ມທະວີ ຄວາມເອົາໃຈໃສ່ ຕໍ່ວຽກງານຮັກສາ ຄວາມສະຫງົບ ແລະ ຄວາມເປັນລະບຽບ ຮຽບຮ້ອຍ ໂດຍສະເພາະແມ່ນ ການແກ້ໄຂບັນດາ ປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ ທີ່ຍັງບໍ່ທັນຫລຸດລົງ ເປັນຕົ້ນແມ່ນ: ບັນຫາຢາເສບຕິດ, ອຸບັດຕິເຫດຕາມທ້ອງຖະໜົນ, ການປູ້ນຈີ້ຊີງຊັບ ແລະ ບັນຫາອື່ນໆ. ສະເພາະເດືອນນີ້, ພວກເຮົາກໍໄດ້ຮັບລາຍງານ ກ່ຽວກັບກັບ ການລັກຊັບສິນຂອງຊາວຕ່າງປະເທດ ທີ່ມີທ່າອ່ຽງເພີ່ມຂຶ້ນ ເຊິ່ງຫາກຍັງ ແຜ່ຂະຫຍາຍຕໍ່ໄປ ກໍຈະກະທົບເຖິງ ຄວາມສະຫງົບ, ຊື່ສຽງ, ຄວາມໜ້າຢູ່, ໜ້າທ່ຽວ ແລະ ໜ້າລົງທຶນ ຂອງປະເທດເຮົາ ຕໍ່ສາກົນ ແລະ ກໍຈະກະທົບໂດຍກົງ ຕໍ່ການເປີດປີທ່ອງທ່ຽວ ໃນປີ 2018 ທີ່ຈະມາເຖິງ. ດັ່ງນັ້ນ, ຢາກໃຫ້ເອົາໃຈໃສ່ ແກ້ໄຂບັນຫານີ້ໃຫ້ໄດ້.
3.ກະກຽມກອງປະຊຸມລັດຖະບານ ຮ່ວມກັບບັນດາເຈົ້າແຂວງ ແລະ ເຈົ້າຄອງນະຄອນຫລວງວຽງຈັນ ເຊິ່ງຈະຈັດຂຶ້ນ ໃນວັນທີ 7-8 ກັນຍາ ໃຫ້ມີເນື້ອໃນເລິກເຊິ່ງ. ກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງນີ້ ມີຄວາມໝາຍສໍາຄັນຫລາຍ ເພາະພວກເຮົາຈະໄດ້ປຶກສາຫາລື ຫລາຍບັນຫາທີ່ສຳຄັນ ເປັນຕົ້ນແມ່ນການສະຫລຸບຕີລາຄາ ຜົນການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ 6 ເດືອນຕົ້ນປີ, ທິດທາງແຜນການ 6 ເດືອນທ້າຍປີ ຂອງປີ 2017 ແລະ ແຜນພັດທະນາ ເສດຖະກິດສັງຄົມ ສຳລັບປີ 2018. ບົດສະຫລຸບດັ່ງກ່າວນີ້, ຈະໄດ້ລາຍງານ ຕໍ່ກອງປະຊຸມຄົບຄະນະຂອງ ຄະນະບໍລິຫານງານ ສູນກາງພັກພັກ ເທື່ອທີ 5 ໃນກາງເດືອນກັນຍາ ແລະ ກອງປະຊຸມສະພາແຫ່ງຊາດ ສະໄໝສາມັນ ເທື່ອທີ 4 ໃນເດືອນຕຸລາ ທີ່ຈະມາເຖິງ. ແຕ່ນີ້ຮອດມື້ປະຊຸມ ກໍຍັງແຕ່ 2 ອາທິດ, ດັ່ງນັ້ນ, ຈຶ່ງຢາກສະເໜີໃຫ້ ພາກສ່ວນກ່ຽວຂ້ອງ ໂດຍສະເພາະ ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ກະກຽມເນື້ອໃນ ແລະ ການລາຍງານຂອງຕົນ ໃຫ້ກະທັດຮັດ, ມີເນື້ອໃນຊັດເຈນ ແລະ ສາມາດລົງເລິກປະເດັນທີ່ຈະປຶກສາຫາລື ໃນກອງປະຊຸມ ເພື່ອໃຫ້ສາມາດ ລະດົມຄວາມຄິດເຫັນ ແລະ ປັບປຸງເພື່ອລາຍງານ ຕໍ່ກອງປະຊຸມສູນກາງ ແລະ ກອງປະຊຸມສະພາດັ່ງກ່າວ. ພ້ອມນີ້, ກໍໃຫ້ຮີບຮ້ອນປັງປຸງ ແລະ ຮຽບຮຽງຮ່າງກົດໝາຍ 13 ສະບັບ ທີ່ຈະນຳໄປຜ່ານ ກອງປະຊຸມສະພາແຫ່ງຊາດ ສະໄໝສາມັນ ເທື່ອທີ 4 ໃນເດືອນຕຸລາ ໃຫ້ສຳເລັດ ແລ້ວສົ່ງໃຫ້ຄະນະປະຈຳ ສະພາແຫ່ງຊາດ ທັນຕາມກຳນົດເວລາ.
4.ສືບຕໍ່ສັງລວມ ແລະ ຄົ້ນຄວ້າແກ້ໄຂໜີ້ສິນ ໂຄງການລົງທຶນຂອງລັດ ດ້ວຍຮູບແບບອວ່າຍໜີ້ 3 ແຈ ແລະ ວິທີການແກ້ໄຂອື່ນໆ ທີ່ເໝາະສົມໃຫ້ສໍາເລັດໂດຍໄວ. ສືບຕໍ່ຄົ້ນຄວ້າ ປະເມີນໂຄງການລົງທຶນຂອງລັດ ກ່ອນພິຈາລະນາເຂົ້າແຜນ ໂດຍເນັ້ນໃສ່ປະສີດທິຜົນ ຂອງໂຄງການ, ຄວາມອາດສາມາດໃນການ ສະໜອງງົບປະມານ ແລະ ການຫລຸດຜ່ອນ ການສ້າງໜີ້ສິນເພີ່ມ ໃຫ້ແກ່ງົບປະມານແຫ່ງຊາດ ທີ່ຍັງບໍ່ທັນເຂັ້ມແຂງ, ສືບຕໍ່ປັບປຸງ ລັດວິສາຫະກິດ ໂດຍສະເພາະ ລັດວິສາຫະກິດການບີນລາວ ແລະ ລັດວິສາຫະກິດໄຟຟ້າລາວ ໃຫ້ມີຄວາມຄືບໜ້າໄວຂຶ້ນ. ວຽກງານດັ່ງກ່າວນີ້ ຍັງປະຕິບັດໄດ້ຊັກຊ້າ. ດັ່ງນັ້ນ, ຢາກໃຫ້ເອົາໃຈໃສ່ ແລະ ເລັ່ງປະຕິບັດໃຫ້ໄວຂຶ້ນ;
5.ໃຫ້ສືບຕໍ່ເອົາໃຈໃສ່ຊຸກຍູ້ ສົ່ງເສີມການຜະລິດ ແລະ ການບໍລິການ ຂອງບັນດາຫົວໜ່ວຍການຜະລິດ ແລະ ປະຊາຊົນ ໃຫ້ເປັນຂະບວນຟົດຟື້ນ ທັງຮັບປະກັນ ໃຫ້ມີຄຸນນະພາບ ແລະ ປະສິດທິຜົນໃຫ້ຫລາຍຂຶ້ນ. ພ້ອມນີ້ ກໍໃຫ້ເອົາໃຈໃສ່ຄຸ້ມຄອງ ການນຳເຂົ້າສິນຄ້າ ແລະ ເຄື່ອງບໍລິໂພກ ທີ່ມີຄວາມສ່ຽງ ຕໍ່ສຸຂະພາບຂອງປະຊາຊົນ ທັງກະທົບຕໍ່ການ ຜະລິດພາຍໃນເຊັ່ນ: ການນຳເຂົ້າຊີ້ນສັດ, ພືດ ແລະ ເຄື່ອງບໍ ລິໂພກ ທີ່ມີສານປົນເປື້ອນ. ໃນເດືອນຜ່ານມາ ລັດຖະບານ ກໍໄດ້ຈັດກອງປະຊຸມສະເພາະ ແລະ ໄດ້ຊີ້ນຳຂະແໜງການ ແລະ ພາກສ່ວນກ່ຽວຂ້ອງແລ້ວ. ດັ່ງນັ້ນ, ໃຫ້ຈັດຕັ້ງປະຕິບັດ ຕາມຈິດໃຈຊີ້ນຳດັ່ງກ່າວ ຢ່າງເຂັ້ມງວດ.
6.ໃຫ້ສືບຕໍ່ເອົາໃຈໃສ່ ຕິດຕາມສະພາບ ດິນຟ້າອາກາດ ແລະ ແຈ້ງເຕືອນປະຊາຊົນ ພ້ອມທັງກະກຽມຄວາມພ້ອມ ໃນການຮັບມື, ແກ້ໄຂ ແລະ ຊ່ວຍເຫຼືອປະຊາຊົນ ໃຫ້ທັນການ ໃຫ້ຮີບຮ້ອນປັບປຸງດ້ານນິຕິກຳ ແລະ ກົນໄກປະສານງານ ເພື່ອໃຫ້ຄະນະ ຮັບຜິດຊອບວຽກງານ ໄພພິບັດແຫ່ງຊາດ ສາມາດເຄື່ອນໄຫວຢ່າງຄ່ອງຕົວ ແລະ ມີປະສິດທິຜົນ ໃນການຮ່ວມມືກັບ ໄພພິບັດທຳມະຊາດ ແລະ ຊ່ວຍເຫລືອປະຊາຊົນ.
7.ສືບຕໍ່ເອົາໃຈໃສ່ເຝົ້າລະວັງ ແລະ ປ້ອງກັນເຊື້ອພະຍາດຕິດຕໍ່ ທີ່ອາດຈະເກີດຂຶ້ນ ຕາມລະດູການ ເປັນຕົ້ນແມ່ນ ພະຍາດໄຂ້ຫວັດໃຫຍ່, ໄຂ້ຫວັດສັດປີກ (H5N1, H7N9), ຫູໝູກ່ຳ, ປາກເປື່ອຍລົງເລັບ, ທ້ອງເບັງແບ້ ແລະ ພະຍາດລະບາດອື່ນໆ ທີ່ອາດມີສາຍເຫດ ຈາກໄພທຳມະຊາດ.
8.ຮີບຮ້ອນກວດກາ ແລະ ປະເມີນສະພາບເສັ້ນທາງ ທີ່ໄດ້ຮັບຜົນກະທົບ ຈາກໄພທຳມະຊາດ ຫລືຊຸດໂຊມ ມາຈາກການນຳໃຊ້ປົກກະຕິ ໃນຂອບເຂດທົ່ວປະເທດ ໃຫ້ສ້າງແຜນ ແລະ ຈັດລຽງບູລິມະສິດສ້ອມແປງ ຢ່າງທັນການ, ແຕ່ໃຫ້ປະຕິບັດສອດຄ່ອງ ຕາມລະບຽບການ, ມີຄວາມໂປ່ງໄສ, ວ່ອງໄວ ແລະ ເໝາະສົມກັບງົບປະມານ ເພື່ອບໍ່ໃຫ້ກະທົບຕໍ່ ການສັນຈອນ-ຂົນສົ່ງ ແລະ ການເຄື່ອນໄຫວ ຜະລິດຂອງປະຊາຊົນ. ສືບຕໍ່ໃຫ້ເອົາໃຈໃສ່ກວດກາ ການບັນທຸກສິນຄ້າ ຂົນສົ່ງເກີນນໍ້າໜັກ ແລະ ຈໍາກັດຊ່ອງວ່າງບໍ່ໃຫ້ເຈົ້າໜ້າທີ່ ສວຍໂອກາດເກັບເງິນ ໂດຍບໍ່ຖືກຕ້ອງ ແລະ ກາຍເປັນປະກົດການຫຍໍ້ທໍ້ໃນສັງຄົມ.
9.ກະກຽມຮອບດ້ານ ການເປີດສົກຮຽນໃໝ່ ສົກປີ 2017-2018 ຂອງນັກຮຽນນັກສຶກສາ ໃຫ້ເປັນລະບົບລະບຽບ ຖືເອົາໄລຍະເປີດສົກຮຽນໃໝ່ ເປັນໂອກາດສຳຄັນ ໃນການສຶກສາອົມຮົມ ນັກຮຽນນັກສຶກສາ ໃຫ້ເອົາໃຈໃສ່ໃນການຮ່ຳຮຽນ, ມີນ້ຳໃຈຮັກຊາດ, ມີຄວາມພະຍາຍາມອົດທົນ, ມີຄວາມເສຍສະຫລະ, ຫລີກໄກຢາເສບຕິດ ແລະ ຖືເອົາຄວາມເອົາໃຈໃສ່ ໃນການຮ່ຳຮຽນ ເປັນການປະກອບສ່ວນທີ່ສຳຄັນ ເຂົ້າໃນພາລະກິດ ປົກປັກຮັກສາ ແລະ ພັດທະນາປະເທດຊາດ.
10.ບັນດາສະມາຊິກລັດຖະບານ ສືບຕໍ່ຊີ້ນຳ, ຕິດຕາມ, ຊຸກຍູ້ ແລະ ກວດກາການ ຈັດຕັ້ງປະຕິ ບັດ ບັນດາວຽກງານຈຸດສຸມ ພາຍໃຕ້ຄວາມຮັບຜິດຊອບຂອງຕົນ ໃຫ້ມີປະສິດທິຜົນ ພ້ອມທັງມີການສະຫລຸບລາຍງານ ໃຫ້ລັດຖະບານ ຢ່າງເປັນປົກກະຕິ ຕາມກຳນົດເວລາ.
ເນື້ອໃນ: ຂປລ
No comments