ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຢ້ຽມຢາມ ສາທາລະນະລັດ ເກົາຫລີ ຢ່າງເປັນທາງການ
ໂດຍຕອບສະໜອງ ຕາມຄຳເຊີນຂອງ ທ່ານ ນາງ ຄັງ ຄຽງ ວາ (Kang Kyung-wha), ລັດຖະ ມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫລີ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະ ມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສ.ເກົາຫລີ ຢ່າງເປັນທາງການ ໃນລະຫວ່າງວັນທີ 29-30 ສິງຫາ 2017, ຊຶ່ງເປັນການຢ້ຽມຢາມຄັ້ງທຳອິດ ນັບແຕ່ດຳລົງຕຳແໜ່ງ ເປັນລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ທີ່ມີມາແຕ່ດົນນານ ໃຫ້ນັບມື້ນັບແໜ້ນແຟ້ນ ຍິ່ງຂຶ້ນເລື້ອຍໆ.
ໃນວັນທີ 29 ສິງຫາ 2017, ທ່ານ ສະເຫລີມໄຊ ກົມມະສິດ ແລະ ຄະນະ ໄດ້ພົບປະສອງຝ່າຍກັບ ທ່ານ ນາງ ຄັງ ຄຽງ ວາ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສ.ເກົາຫລີ ແລະ ຄະນະ, ທີ່ ກະຊວງການຕ່າງປະເທດ ສ. ເກົາຫລີ. ການພົບປະ ໄດ້ດຳເນີນໄປດ້ວຍບັນຍາກາດ ແຫ່ງໄມຕີຈິດ ມິດຕະພາບ ແລະ ກົງໄປກົງມາ. ທັງສອງຝ່າຍໄດ້ຕີລາຄາສູງຕໍ່ ໝາກຜົນອັນດີ ໃນການພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມນຳກັນ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ໃນໄລຍະຜ່ານມາ ອັນໄດ້ເຮັດໃຫ້ການຮ່ວມມື ໃນຫລາຍດ້ານ ທີ່ມີໝາກຜົນຕົວຈິງ ນັບຕັ້ງແຕ່ສ້າງຕັ້ງ ສາຍພົວພັນການທູດນຳກັນ ໃນປີ 1995 ເປັນຕົ້ນມາ, ຊຶ່ງເຫັນໄດ້ຈາກການແລກປ່ຽນ ການຢ້ຽມຢາມຊຶ່ງກັນ ແລະ ກັນ ຂອງຄະນະຜູ້ແທນລະ ດັບສູງ ຂອງສອງປະເທດ ຢ່າງເປັນປົກກະຕິ ເຊັ່ນ: ການຢ້ຽມຢາມ ສ.ເກົາຫລີ ຢ່າງເປັນທາງການ ຂອງ ອະດີດປະທານປະເທດ ແຫ່ງ ສປປ ລາວ ໃນປີ 2013 ແລະ ການມາຢ້ຽມຢາມ ສປປ ລາວ ຂອງອະດີດປະທານາທິບໍດີ ແຫ່ງ ສ.ເກົາຫລີ ໃນປີ 2016, ທັງໄດ້ກາຍເປັນບາດກ້າວສໍາຄັນ ໃນປະຫວັດສາດຂອງການຮ່ວມມື ລະຫວ່າງ ສອງປະເທດ, ໄດ້ເຮັດໃຫ້ການຄ້າ, ທຸລະກິດ, ການລົງທຶນ, ການສຶກສາ ແລະ ການ ທ່ອງທ່ຽວ ລະຫວ່າງ ສອງປະເທດໄດ້ມີຄວາມຄືບໜ້າໃໝ່. ປັດຈຸບັນ ສ.ເກົາຫລີ ໄດ້ຈັດຢູ່ໃນອັນດັບ 5 ຂອງການລົງທຶນຕ່າງປະເທດຢູ່ ສປປ ລາວ, ກວມເອົາ 257 ໂຄງການ, ລວມມູນຄ່າການລົງທຶນ ຈຳນວນ 750 ລ້ານໂດລາສະຫະລັດ ແລະ ມູນຄ່າການຄ້າສອງຝ່າຍ ສາມາດບັນລຸໄດ້ 68 ລ້ານໂດລາສະຫະລັດ ໃນປີ 2016. ນອກຈາກນີ້, ການຊ່ວຍເຫລືອ ເພື່ອການພັດທະນາ (ODA) ຂອງ ສ.ເກົາຫລີ ໃຫ້ແກ່ ສປປ ລາວ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ; ການຊ່ວຍເຫລືອ (ODA) ຂອງ ສ.ເກົາຫລີ ໄດ້ສຸມໃສ່ບັນດາຂະແໜງການ ບູລິມະສິດຂອງລາວ ຄື: ການພັດທະນາຊົນນະບົດ, ການພັດທະນາການສຶກສາ, ສາທາລະນະສຸກ ແລະ ການພັດ ທະນາ ຊັບພະຍາກອນມະນຸດ. ການຊ່ວຍເຫລືອດັ່ງກ່າວ, ໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8 (2016-2020) ຂອງ ສປປ ລາວ ເພື່ອໃຫ້ຫລຸດພົ້ນ ອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ໃນປີ 2020.
ການຮ່ວມມືດ້ານ ວັດທະນະທຳ ແລະ ທ່ອງທ່ຽວ ລະຫວ່າງ ສອງປະເທດ ກໍໄດ້ຮັບການຍົກລະດັບດີຂຶ້ນເປັນກ້າວໆ, ໂດຍສະເພາະ ພາຍຫລັງທີ່ສອງປະເທດ ໄດ້ເປີດສາຍການບິນ ໂດຍກົງນຳກັນ ລະຫວ່າງ ເຊອູນ-ວຽງຈັນ, ວຽງຈັນ-ເຊອູນ ນັບຕັ້ງແຕ່ປີ 2012 ເປັນຕົ້ນມາ ຈຳນວນນັກທ່ອງທ່ຽວ ສ.ເກົາຫລີ ເຂົ້າມາລາວ ໄດ້ເພີ່ມຂຶ້ນຢ່າງໄວວາ, ມີເຖິງ 173.000 ແສນເທື່ອຄົນໃນປີ 2016 ແລະ 60.000 ກວ່າເທື່ອຄົນໃນ 6 ເດືອນຕົ້ນປີ 2017, ໃນຂະນະດຽວກັນ ນັກທ່ອງທ່ຽວລາວ ຈໍານວນຫລາຍ ກໍໄດ້ເດີນທາງໄປທ່ອງທ່ຽວ ສ.ເກົາຫລີ ເຊັ່ນກັນ.
ສອງຝ່າຍ ໄດ້ເຫັນດີຈະສືບຕໍ່ເພີ່ມທະວີ ການຮ່ວມມືທາງດ້ານການເມືອງ, ເສດຖະກິດ ແລະ ການຄ້າ, ພະລັງງານ ແລະ ຊັບພະຍາກອນທຳມະຊາດ, ການເງິນ-ການທະນາຄານ, ດ້ານກະສິກຳ, ສາທາລະນະສຸກ, ແຮງງານ, ວັດທະນະທຳ ແລະ ທ່ອງທ່ຽວ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ຕໍ່ສະພາບການທີ່ພົ້ນເດັ່ນ ໃນພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.
ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ, ພ້ອມທັງ ສະແດງຄວາມຊົມເຊີຍຕໍ່ ທ່ານ ນາງ ຄັງ ຄຽງ ວາ ທີ່ໄດ້ຮັບການແຕ່ງຕັ້ງ ໃຫ້ດຳລົງຕຳແໜ່ງເປັນລັດຖະມົນຕີຕ່າງປະເທດ ແຫ່ງ ສ.ເກົາຫລີ ຄົນໃໝ່ໃນເດືອນມິຖຸນາ ປີ 2017 ຜ່ານມາ. ພ້ອມກັນນັ້ນ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ຢ່າງຈິງໃຈ ໄປຍັງລັດຖະບານ ແລະ ປະຊາຊົນ ສ.ເກົາຫລີ ທີ່ໄດ້ໃຫ້ການ ສະໜັບສະໜູນຊ່ວຍເຫລືອ ສປປ ລາວ ໃນໄລຍະຜ່ານມາ ແລະ ຫວັງຢ່າງຍິ່ງວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ຂອງສອງປະເທດ ຈະໄດ້ຮັບການສືບຕໍ່ຊຸກຍູ້ສົ່ງເສີມ ໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ ເພື່ອນຳເອົາຜົນປະໂຫຍດ ມາສູ່ປະຊາຊົນສອງປະເທດ.
ໃນໂອກາດດຽວກັນ, ທ່ານລັດຖະມົນຕີ ຄັງ ຄຽງ ວາກໍໄດ້ສະແດງຄວາມຍິນດີ ຕ້ອນຮັບຕໍ່ການຢ້ຽມຢາມຂອງ ລັດຖະມົນຕີ ກະຊວງຕ່າງປະເທດລາວ ແລະ ຄະນະ ໃນຄັ້ງນີ້ ແລະ ໄດ້ສະແດງຄວາມຂອບໃຈຕໍ່ການເຂົ້າຮ່ວມ ກອງປະຊຸມລັດຖະມົນຕີ ຕ່າງປະເທດ ຂອງເວທີການຮ່ວມມື ອາຊີຕາເວັນອອກ ແລະ ອາເມລິກາລາຕິນ ຄັ້ງທີ 8 (The 8thForum for East Asia-Latin America Cooperation “FEALAC” Foreign Ministers’ Meeting) ແລະ ກອງປະຊຸມ ລັດຖະມົນຕີຕ່າງປະເທດ ຂອບການຮ່ວມມື ແມ່ນ້ຳຂອງ-ສ.ເກົາຫລີ ຄັ້ງທີ 7 (The 7th Mekong-ROKForeign Ministers’ Meeting), ທີ່ ບູຊານ, ສ.ເກົາຫລີ. ພ້ອມນັ້ນ, ທ່ານ ນາງ ຄັງ ຄຽງ ວາ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ແຫ່ງ ສປປ ລາວ ທີ່ໃຫ້ ການຮ່ວມມື ແລະ ສະໜັບສະໜູນ ສ.ເກົາຫລີ ໃນເວທີພາກພື້ນ ແລະ ສາກົນ.
ໃນຕອນທ້າຍ ຂອງການພົບປະຄັ້ງນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ເຊື້ອເຊີນທ່ານ ລັດຖະມົນຕີຕ່າງປະເທດ ສ.ເກົາຫລີ ມາຢ້ຽມຢາມ ສປປ ລາວ ໃນໂອກາດທີ່ທ່ານ ສະດວກ.
ເນື້ອໃນ: ຂປລ
No comments