ແຂວງບໍລິຄຳໄຊ ຄາດຈະໃຊ້ງົບ 34 ຕື້ກີບ ຈັດງານກິລານັກຮຽນ ທົ່ວປະເທດ ຄັ້ງທີ 6 ຕົ້ນປີ 2017
![]() |
ພະແນກສຶກສາທິການ ແລະ ກິລາ ແຂວງບໍລິຄຳໄຊ ວາງແຜນການຢ່າງຮອບດ້ານ ເພື່ອກະກຽມເປັນເຈົ້າພາບທີ່ດີ ໃນການຈັດງານກິລານັກຮຽນ ທົ່ວປະເທດ ຄັ້ງທີ 6 ລະຫວ່າງວັນທີ 1-9 ກຸມພາ 2017 |
ພະແນກສຶກສາທິການ ແລະ ກິລາ ແຂວງບໍລິຄຳໄຊ ວາງແຜນການຢ່າງຮອບດ້ານ ເພື່ອກະກຽມເປັນເຈົ້າພາບທີ່ດີ ໃນການຈັດງານກິລານັກຮຽນ ທົ່ວປະເທດ ຄັ້ງທີ 6 ລະຫວ່າງວັນທີ 1-9 ກຸມພາ 2017 ເຊິ່ງກຳນົດແຂ່ງຂັນ 12 ປະເພດກິລາ ແລະ ມີການຊີງໄຊກັນທັງໝົດ 130 ຫຼຽນຄຳ ໂດຍຄາດວ່າຈະໄດ້ງົບປະມານ 34 ຕື້ກີບ.
ຕາມການລາຍງານຂອງ ທ່ານ ບຸນມາກ ພັນດານຸວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງບໍລິຄຳໄຊ ໃນຕອນເຊົ້າວານນີ້ (20 ຕຸລາ) ໃຫ້ຮູ້ວ່າ: ເພື່ອເປັນການກະກຽມຄວາມພ້ອມ ການເປັນເຈົ້າພາບທີ່ດີ ຈັດງານກິລານັກຮຽນ ທົ່ວປະເທດ ຄັ້ງທີ 6 ລະຫວ່າງວັນທີ 1-9 ກຸມພາ 2017 ທີ່ເມືອງປາກຊັນ ແຂວງບໍລິຄຳໄຊ ຮັບກຽດເປັນເຈົ້າພາບ ທາງແຂວງບໍລິຄຳໄຊ ໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບ ອະນຸກຳມະການຝ່າຍຕ່າງໆຂຶ້ນ ເພື່ອພ້ອມກັນຈັດຕັ້ງປະຕິບັດ ໜ້າວຽກຮັບຜິດຊອບຂອງໃຜລາວ ໃຫ້ເປັນໄປຕາມທິດທາງຂອງການຈັດງານ ໃຫ້ບັນລຸຄາດໝາຍທີ່ວາງໄວ້. ພ້ອມກັນນັ້ນ, ກໍ່ຍັງໄດ້ມີການຈັດກອງປະຊຸມ ວາງແຜນການຢ່າງຮອບດ້ານ ມາຮອດປັດຈຸບັນ ແມ່ນມີຄວາມພ້ອມ ເກືອບຮ້ອຍເປີເຊັນແລ້ວ ເຊິ່ງໃນນັ້ນ ໄດ້ມີການກຳນົດ ນົກກົກຄຳ ເປັນຕົວມາດສະຂອດ ແລະ ແຂ່ງຂັນ 12 ປະເພດກິລາ ປະກອບມີ ບານເຕະ, ບານສົ່ງ, ກະຕໍ້, ເປຕັງ, ປິ່ງປ່ອງ, ບານບ້ວງ, ແລ່ນ-ລານ, ໜ້າເກັກ, ໝາກຂ່າງ, ໝາກເສີກ, ດອກປີກໄກ່ ແລະ ເທຄວັນໂດ ຈະມີການຊີງໄຊກັນທັງໝົດ 130 ຫຼຽນຄຳ ແລະ ໃນເບື້ອງຕົ້ນມີການຂຶ້ນແຜນ ດ້ານງົບປະມານໄວ້ແລ້ວ ໂດຍຄາດວ່າ ຈະໄດ້ໃຊ້ງົບປະມານ 34 ຕື້ກີບ. ທ່ານ ບຸນມາກ ພັນດານຸວົງ ແຈ້ງໃຫ້ຊາບຕື່ມອີກວ່າ: ສຳລັບການແຂ່ງຂັນກິລາ 12 ປະເພດດັ່ງກ່າວ ສະເພາະແຂວງ ບໍລິຄຳໄຊ ຈະໄດ້ສົ່ງນັກກິລາເຂົ້າຮ່ວມ 200 ກວ່າຄົນ ຈາກ 10 ປະເພດກິລາ, ໃນນັ້ນ ບໍ່ມີກິລາບານບ້ວງ ແລະ ກິລາປິ່ງປ່ອງ ສ່ວນສະໜາມແຂ່ງຂັນທີ່ກຽມຮອງຮັບຈັດງານດັ່ງກ່າວ ແມ່ນກຳນົດເອົາສະໜາມກິລາ ມສ ປາກງຽບ, ມ ປາຍ ປາກຊັນ, ມ ຕົ້ນໂພສີ, ມສ ສີຊະນະໄຊ, ສະໜາມກິລາແຂວງ ແລະ ບັນດາສະໜາມກິລາ ອ້ອມຂ້າງເມືອງປາກຊັນ ໃນປັດຈຸບັນກຳລັງຂຸ້ນຂ້ຽວກໍ່ສ້າງ ແລະ ປັບປຸງ ຄາດວ່າ ທຸກສະໜາມຈະໃຫ້ສຳເລັດຢ່າງສົມບູນ ໃນວັນທີ 15 ມັງກອນ ໃນປີ 2017.

ເນື້ອໃນ: ອ້ວນຄຳ
No comments