ມຊ! ເພີ່ມຄະນະວິທະຍາສາດການກິລາ ແລະ ກາຍຍະກຳ ເຂົ້າຕື່ມໃນປີນີ້

ສຳລັບ ການສອບເສັງແມ່ນສຳເລັດລົງດ້ວຍດີ ພວກເຮົາໄດ້ຈັດຕັ້ງປະຕິບັດຄະນະກຳມະການຍາມຫ້ອງເສັງຢ່າງເຂັ້ມງວດກວ່າປີຜ່ານມາ ເຫັນໄດ້ວ່າສົກຮຽນນີ້ມີນັກສອບເສັງເພີ່ມຈາກປີຜ່ານມາ 2,000 ກວ່າຄົນ

ໃນສົກສຶກສາ 2017-2018 ມະຫາວິທະຍາໄລແຫ່ງຊາດ ກຽມພ້ອມເພີ່ມອີກ 1 ຄະນະຈາກ 12 ມາເປັນ 13 ເພື່ອຮອງຮັບນັກສຶກສາທີ່ເພີ່ມຂຶ້ນ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານ ເຊິ່ງຄະນະທີ່ເພີ່ມເຂົ້າມາໃໝ່ນີ້ກໍ່ຄື: ຄະນະວິທະຍາສາດການກິລາ ແລະ ກາຍຍະກຳ.
ທ່ານ ສຈ ປອ ສົມສີ ຍໍພັນໄຊ ວ່າການອະທິການບໍດີ ມຊ ໃຫ້ສຳພາດວ່າ: ໃນສົກສຶກສາ 2017-2018 ນີ້ ມີທັງໝົດ 13 ຄະນະ ທີ່ຂຶ້ນກັບ (ລວມທັງຄະນະໃໝ່) ຈະຮັບນັກສຶກສາຈຳນວນ 5,000 ກວ່າຄົນຄົນ (ລວມທັງໃນແຜນ) ໂດຍມີນັກສອບເສັງສະໝັກເຂົ້າ ມຊ ທັງໝົດ 18,000 ກວ່າຄົນ ຊຶ່ງໄດ້ສອບເສັງສຳເລັດໄປໃນທ້າຍ ເດືອນກໍລະກົດ ທີ່ຜ່ານມາ.
ສຳລັບ ການສອບເສັງແມ່ນສຳເລັດລົງດ້ວຍດີ ພວກເຮົາໄດ້ຈັດຕັ້ງປະຕິບັດຄະນະກຳມະການຍາມຫ້ອງເສັງຢ່າງເຂັ້ມງວດກວ່າປີຜ່ານມາ ເຫັນໄດ້ວ່າສົກຮຽນນີ້ມີນັກສອບເສັງເພີ່ມຈາກປີຜ່ານມາ 2,000 ກວ່າຄົນ. ທ່ານໃຫ້ຮູ້ຕື່ມວ່າ: ສົກສຶກສານີ້ມີນັກສອບເສັງທີ່ເສັງໄດ້ຈຳນວນ 4,838 ຄົນ, ມີທຶນໃນແຜນ 919 ເພື່ອບັນຈຸເຂົ້າໃນຄະນະວິຊາຕ່າງໆ 13 ຄະນະເຊັ່ນ: ຄະນະສຶກສາສາດ, ຄະນະອັກສອນສາດ, ຄະນະວິທະຍາຍາສາດສັງຄົມ, ຄະນະເສດຖະສາດບໍລິຫານທຸລະກິດ, ຄະນະນິຕິສາດ-ລັດຖະສາດ, ຄະນະວິທະຍາສາດ-ທໍາມະຊາດ, ຄະນະວິສາວະກຳສາດ, ຄະນະກະເສດສາດ, ຄະນະວິທະຍາສາດປ່າໄມ້, ຄະນະສະຖາປັດຕະຍະກຳສາດ, ຄະນະວິທະຍາສາດສິ່ງແວດລ້ອມ, ຄະນະຊັບພະຍາກອນນ້ຳ ແລະ ຄະນະວິທະຍາສາດການກິລາ ແລະ ກາຍຍະກຳ (ຄະນະໃໝ່). ສໍາລັບນັກສຶກສາໃໝ່ ແມ່ນເປີດຮັບການລົງທະບຽນ ເລີ່ມແຕ່ວັນທີ 28 ເດືອນສິງຫາ ເຖິງວັນທີ 15 ກັນຍາ ແລະ ຈະເປີດການຮຽນ-ການສອນ ໃນຕົ້ນເດືອນ ຕຸລາ ທີ່ຈະມາເຖິງນີ້.




ເນື້ອໃນ: ເສດຖະກິດການຄ້າ

No comments

Theme images by compassandcamera. Powered by Blogger.