ເປີດໂອກາດໃຫ້ວິສາຫະກິດຂອງລາວ ນຳສະເໜີສິນຄ້າອອກສູ່ສາກົນ

​ເວັບ​ໄຊ໌ E-Commerce (www.plaosme.com) ຢ່າງ​ເປັນ​ທາງ​ການ​ຂຶ້ນ​ວັນ​ທີ 30 ສິງຫາ 2017 ທີ່​ໂຮງແຮມ​ດອນຈັນ​ພາ​ເລດ ໄດ້​ຮັບ​ກຽດ​ເປີດ​ໂດຍທ່ານ ບຸນ​ມີ ມະນີ​ວົງ ຮອງ​ລັດ​ຖະມົນຕີ​ກະຊວງ​ອຸດສາຫະກຳ ແລະ ການ​ຄ້າ ມີ​ພາກສ່ວນ​ກ່ຽວຂ້ອງເຂົ້າ​ຮ່ວມ

ການ​ສ້າງ​ເວັບ​ໄຊ໌ www.plaosme.com ແມ່ນ​ໄດ້​ຮັບ​ທຶນ​ກູ້​ຢືມ​ຈາກ ADB ໃນ​ມູນ​ຄ່າ 562.000 ໂດ​ລາ​ສະຫະ​ລັດ ຫຼື ປະມານ 4,6 ຕື້​ກວ່າກີບ ເວັບ​ໄຊ໌​ນີ້​ປະກອບ​ມີ 2 ພາສາ ຄື: ພາສາ​ລາວ ແລະ ອັງກິດ ເຊິ່ງ​ສະໜອງ​ຂໍ້​ມູນ​ກ່ຽວ​ກັບ​ຜູ້ຂາຍ ຫຼື ຜູ້​ຜະລິດ​ສິນຄ້າ ເງື່ອນໄຂ​ຂອງ​ສັນຍາ​ການ​ຄ້າ​ເສລີ ການຈັດ​ເຝິກອົບຮົມ​ບັນຫາ​ທີ່​ຕິດ​ພັນກັບ​ການ​ຄ້າ ແລະ ອື່ນໆ ປັດຈຸບັນມີ 82 ບໍລິສັດ ແລະ 300 ກວ່າ ລາຍການ​ສິນຄ້າ​ທີ່​ມາ​ຈົດ​ທະບຽນ​ເປັນ​ສະມາຊິກ ເພື່ອ​ການ​ຄ້າຂາຍ​ຜ່ານ​ລະບົບ​ດັ່ງກ່າວ. ກົມ​ການ​ນຳ​ເຂົ້າ ແລະ ສົ່ງອອກ​ກະຊວງ​ອຸດສາຫະກຳ ແລະ ການ​ຄ້າ ໃນ​ນາມ​ຕາງໜ້າ​ທິມງານ ແລະ ທັງ​ເປັນ​ເຈົ້າ​ການ​ຮັບຜິດ​ຊອບ​ຈັດ​ຕັ້ງ​ປະຕິບັດ ​ໂຄງການຮ່ວມ​ກັບ​ກົມ​ສົ່ງເສີມ​ວິ​ສາ​ຫະ​ກິດຂະໜາດ​ນ້ອຍ ແລະ ກາງ ສະພາການ​ຄ້າ ແລະ ອຸດສາຫະກຳແຫ່ງ​ຊາດ ແລະ ທະນາຄານ​ພັດທະ​ນາ​ອາຊີ (ADB) ໄດ້​ຈັດ​ພິທີ​ເປີດ​ນຳ​ໃຊ້​ເວັບ​ໄຊ໌ E-Commerce (www.plaosme.com) ຢ່າງ​ເປັນ​ທາງ​ການ​ຂຶ້ນ​ວັນ​ທີ 30 ສິງຫາ 2017 ທີ່​ໂຮງແຮມ​ດອນຈັນ​ພາ​ເລດ ໄດ້​ຮັບ​ກຽດ​ເປີດ​ໂດຍທ່ານ ບຸນ​ມີ ມະນີ​ວົງ ຮອງ​ລັດ​ຖະມົນຕີ​ກະຊວງ​ອຸດສາຫະກຳ ແລະ ການ​ຄ້າ ມີ​ພາກສ່ວນ​ກ່ຽວຂ້ອງເຂົ້າ​ຮ່ວມ. ເວັບ​ໄຊ໌​ນີ້ ຖື​ເປັນ​ເວທີ​ໜຶ່ງ​ເປີດໂອກາດ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຂອງ​ລາວ ສາມາດ​ນຳ​ສະເໜີສິນຄ້າ​ທີ່​ຕົນ​ມີ​ອອກ​ສູ່​ຕະຫຼາດ​ທີ່ກວ້າງຂວາງ​ກວ່າ​ເກົ່າ ໂດຍ​ສະເພາະ ຕະຫຼາດ​ອາ​ຊຽນ ແລະ ປະເທດ​ພາຄີ​ຂອງ​ອາ​ຊຽນ ປັດຈຸບັນ ຫຼາຍ​ປະເທດ​ໄດ້​ວາງ​ແຜນ​ໃນການ​ຍົກ​ລະດັບ​ການ​ນຳ​ໃຊ້​ບັນດາ​ສັນຍາ​ການ​ຄ້າ​ເສລີ​ອາ​ຊຽນ ແລະ ອາ​ຊຽນ​ກັບ​ຄູ່​ເຈລະຈາ (FTAs) ໃຫ້​ຫຼາຍ​ຂຶ້ນ ສະນັ້ນ ການ​ສ້າງ​ເວັບ​ໄຊ໌​ດັ່ງກ່າວ​ນີ້ ຈະກາຍເປັນ​ຊ່ອງ​ທາງ​ໜຶ່ງ​ ເພື່ອ​ສົ່ງເສີມ​ໃຫ້​ນັກທຸລະກິດ​ຂອງ​ລາວ ສາມາດ​ເຂົ້າ​ເຖິງ ແລະ ຮູ້​ໝູນ​ໃຊ້ FTAs ໃຫ້​ຫຼາຍ​ຂຶ້ນ.

ເນື້ອໃນ: ວຽງຈັນໃໝ່

No comments

Theme images by compassandcamera. Powered by Blogger.