ປະທານປະເທດຢ້ຽມຢາມ ພື້ນຖານການຜະລິດ ເມືອງຫາດຊາຍຟອງ
![]() |
ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ ຢ້ຽມຢາມ ແລະ ຊຸກຍູ້ການຜະລິດ ຢູ່ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ |
ຂປລ. ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ ຢ້ຽມຢາມ ແລະ ຊຸກຍູ້ການຜະລິດ ຢູ່ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ, ໃນວັນທີ 31 ສິງຫາ 2017, ໂດຍມີ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງ (ນວ), ພ້ອມດ້ວຍເຈົ້າເມືອງ ຫາດຊາຍຟອງ, ບັນດາພະແນກ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ການຕອ້ນຮັບ.
ການຢ້ຽມຢາມຄັ້ງນີ້, ທ່ານປະທານປະເທດ ໄດ້ລົງເຄື່ອນຢ້ຽມຢາມ ເຂດການຜະລິດກະສິກຳ ຂອງປະຊາຊົນຫລາຍຈຸດ ໂດຍສະເພາະ ຄອບຄົວຂອງ ທ່ານ ສົມມະລັດ ວົງຂຸນສີ ທີ່ເປັນຄອບຄົວຕົວແບບໃນການປູກເຫັດ ທີ່ນຳໃຊ້ເຄື່ອງມືທັນສະໄໝ ຢູ່ບ້ານຫາດດອກແກ້ວ, ໂດຍເລີ່ມຕົ້ນປູກແຕ່ປີ 2012 ເຊິ່ງໄດ້ລົງທຶນເບື້ອງຕົ້ນ 120 ລ້ານກີບ, ໃນນັ້ນ ມີສະຖານທີ່ປູກເປັນເຮືອນປູກ 5 ຫລັງ ສາມາດບັນຈຸເບົ້າເຊື້ອເຫັດ 10.000 ຖົງຕໍ່ຫລັງ, ປູກຊຸດໜຶ່ງສາມາດເກັບໄດ້ 4 ເດືອນ, ຜົນຜະລິດ 20-30 ກິໂລຕໍ່ຄັ້ງຕໍ່ຫລັງ, ລູກຄ້າສ່ວນໃຫຍ່ ແມ່ນລູກຄ້າໜ້າຟາມເຫັດ ຫລື ລູກຄ້າມາຊື້ກັບທີ່ ລາຄາ 25.000 ກີບຕໍ່ກິໂລ. ນອກນີ້ຍັງໄດ້ລົງທຶນ ປູກໝາກນາວ 17 ລ້ານກີບ, ນັບແຕ່ປີ 2013 ເປັນຕົ້ນມາ ໃນເນື້ອທີ່ໄລ່ເຄິ່ງ ມີ 190 ຕົ້ນ ປີຜ່ານມາ ເກັບຜົນຜະລິດໄດ້ 2 ໂຕນກວ່າ ຈຳໜ່າຍໃນລາຄາ 3.000-15.000 ກີບຕໍ່ກິໂລ (ຂຶ້ນກັບແຕ່ລະໄລຍະ), ພ້ອມຈຳໜ່າຍກ້ອນເຊື້ອເຫັດ, ເບ້ຍໝາກນາວ ແລະ ອື່ນໆ ສະເລ່ຍລາຍຮັບ 30 ກວ່າລ້ານກີບຕໍ່ປີ.
ທ່ານປະທານປະເທດ ໄດ້ໄປຢ້ຽມຊົມສູນຈຳໜ່າຍ ຜະລິດຕະພັນ ODOP ຂອງ (ນວ) ຢູ່ສວນອິນແປງ, ປັດຈຸບັນ ມີຫົວໜ່ວຍທຸລະກິດ ແລະ ຜູ້ປະກອບການນຳເອົາສິນຄ້າ ODOP ມາວາງຂາຍ 34 ຫົວໜ່ວຍ ໃນນີ້ 7 ຫົວໜ່ວຍ ເປັນຄອບຄົວຕົວແບບຂອງ (ນວ$, 3 ຫົວໜ່ວຍເປັນຂອງ ແຂວງຫົວພັນ ແລະ ແຂວງວຽງຈັນ. ພ້ອມນີ້, ຍັງວາງແຜນຈະອະນຸຍາດ ໃຫ້ພໍ່ຄ້າ-ແມ່ຄ້າ ນໍາພືດຜັກອິນຊີ ເຂົ້າມາວາງຈຳໜ່າຍ ໃນໄວໆນີ້ຕື່ມອີກ. ພາຍຫລັງຢ້ຽມຊົມສູນຈຳໜ່າຍ ຜະລິດຕະພັນ ODOP ທ່ານປະທານປະເທດ ໄດ້ພົບປະໂອ້ລົມ ພະນັກງານຫລັກແຫລ່ງ ເມືອງຫາດຊາຍຟອງ ຢູ່ທີ່ຫ້ອງວ່າການ ປົກຄອງເມືອງດັ່ງກ່າວ.
ທ່ານ ບຸນທາມ ພຸດທະວົງສາ ເຈົ້າເມືອງຫາດຊາຍຟອງ ໄດ້ລາຍງານໃຫ້ຮັບຊາບວ່າ: ເມືອງຫາດຊາຍຟອງ ມີເນື້ອທີ່ 258 ກິໂລຕາແມັດ, ປະກອບມີ 60 ບ້ານ 1.539 ໜ່ວຍ, 17.349 ຄອບຄົວ, 17.469 ຫລັງຄາເຮືອນ, ພົນລະເມືອງ 97.600 ຄົນ ເມືອງ ມີສະຖຽນລະພາບ ດ້ານການເມືອງ ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ທົ່ວເມືອງ ມີເນື້ອທີ່ປູກເຂົ້າ 9.895 ເຮັກຕາ, ຜົນຜະລິດໄດ້ 46.330 ໂຕນ, ສະເລ່ຍຜູ້ໜຶ່ງໄດ້ຮັບເຂົ້າເປືອກ 476 ກິໂລຕໍ່ປີ, ປະຕິຮູບໄຮ່ນານ້ອຍເປັນໄຮ່ນາໃຫຍ່ໄດ້ 1.000 ເຮັກຕາ, ປົດປ່ອຍແຮງງານຄົນ ຫັນມານຳໃຊ້ກົນຈັກ 3.500 ຄອບຄົວ, ມີກຸ່ມຜະລິດກະສິກຳອິນຊີ 2 ກຸ່ມ ມີ 15 ຄອບຄົວ, ມີເນື້ອທີ່ 7 ເຮັກຕາ, ກຸ່ມຜະລິດກະສິກຳສະອາດ 3 ກຸ່ມ ມີ 73 ຄອບຄົວ, ເນື້ອທີ່ 29,52 ເຮັກຕາ ມີແຜນຈັດເກັບລາຍຮັບ 18 ຕື້ກວ່າກີບ .
ມາຮອດວັນທີ 30 ສິງຫາ 2017 ປະຕິບັດໄດ້ 9,48 ຕື້ກີບ, ທົ່ວເມືອງມີສິນຄ້າ ODOP ຈຳນວນ 4 ຫົວໜ່ວຍ ກະກຽມສະເໜີໃໝ່ 2 ຫົວໜ່ວຍ ມີຄອບຄົວຕົວແບບ ຂົງເຂດການຄ້າ 27 ຄອບຄົວ ປີ 2017 ມີ 41 ໂຄງການລົງທຶນ ມູນຄ່າ 136,5 ຕື້ກີບ ແຜນການລົງທຶນຂອງລັດ 7,83 ຕື້ກີບ. ນອກນີ້ ວຽກງານໂຍທາທິການ ແລະ ຂົນສົ່ງ, ວຽກງານວັດທະນະທຳ-ສັງຄົມ ກໍໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ ແຕ່ຂໍໃຫ້ຂັ້ນເທິງ ຊ່ວຍປັບປຸງລະບົບ ຄອງຊົນລະປະທານ ແລະ ລະບົບຈັກສູບນ້ຳ, ຊ່ວຍປັບປຸງນິຕິກຳ ກ່ຽວກັບການຂົນສົ່ງຫີນ-ຊາຍ ເພາະມີລົດຂະໜາດໃຫຍ່ ບັນຈຸເກີນຂະໜາດ ເຮັດໃຫ້ເສັ້ນທາງເປ່ເພ ຊ່ວຍຊອກຊ່ອງທາງ ໃນການແກ້ໄຂບັນຫາຢາເສບຕິດ, ຂີ້ລັກງັດແງະ, ຂໍ້ຂັດແຍ່ງທາງດ້ານທີ່ດິນ, ໜີ້ສິນຄ່ານ້ຳຊົນລະປະທານ ແລະ ອື່ນໆ.
ໂອກາດນີ້, ທ່ານປະທານປະເທດ ໄດ້ສະແດງຄວາມຊົມເຊີຍ ຕໍ່ການນຳເມືອງ ທີ່ໄດ້ເອົາໃຈໃສ່ ຊີ້ນຳ-ນຳພາ ເຮັດໃຫ້ເມືອງຫາດຊາຍຟອງ ມີການພັດທະນາດີສົມຄວນ. ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ ເມືອງເອົາໃຈໃສ່ຕື່ມ ການແກ້ໄຂບັນຫາຢາເສບຕິດ ໂດຍເລັ່ງໃສ່ເປົ້າໝາຍຕົ້ນຕໍ ລວມທັງບັນດາ ສະຖາບັນການສຶກສາ ຕັ້ງໜ້າແກ້ໄຂບັນຫາອຸບັດຕິເຫດ ໃຫ້ນັບມື້ຫລຸດລົງ, ແກ້ໄຂຂໍ້ຂັດແຍ່ງ ທາງດ້ານທີ່ດິນ ໂດຍໃຊ້ມາດຕະການ ວິທີການທີ່ເໝາະສົມ. ພ້ອມນີ້, ກໍຕ້ອງເອົາໃຈໃສ່ແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ໂດຍອີງໃສ່ທ່າແຮງບົ່ມຊ້ອນຂອງເມືອງ ເອົາໃຈໃສ່ສ້າງຄອບຄົວ ຕົວແບບດ້ານຕ່າງໆ ໃຫ້ນັບມື້ຫລາຍຂຶ້ນ, ໂດຍມີການວາງຄາດໝາຍຢ່າງລະອຽດ ຍົກສູງການປະຕິບັດວຽກງານ ຂອງສູນພັດທະນາກະສິກຳຕ່າງໆ ໃຫ້ມີຄວາມເຂັ້ມແຂງ ເພື່ອເສີມຂະຫຍາຍຄອບຄົວຕົວແບບ ເປັນບ່ອນຝຶກອົບຮົມ ປະຊາຊົນ ໃຫ້ມີການຜະລິດ ຫລາຍຮູບຫລາຍສີ ຕິດພັນກັບການຊອກ ຕະຫລາດພາຍໃນ ແລະ ຕ່າງປະເທດ, ສືບຕໍ່ຂະຫຍາຍເນື້ອທີ່ ການຜະລິດ ແລະ ຜົນຜະລິດໃຫ້ຫລາຍຂຶ້ນ ຮັບປະກັນ ທັງຄຸນະພາບ ແລະ ປະລິມານ ເພື່ອຕອບສະໜອງ ຄວາມຕ້ອງການ ຂອງຕະຫລາດທີ່ນັບມື້ຫລາຍຂຶ້ນ. ສາມາດຮອງຮັບ ການແຂ່ງຂັນໃນອະນາຄົດ ແລະ ການປຸງແຕ່ງຜະລິດຕະພັນ ກໍ່ໃຫ້ມີຫລາຍຮູບຫລາຍສີຕາມທິດສີຂຽວ ແລະ ຍືນຍົງ. ທັງນີ້, ເພື່ອເຮັດໃຫ້ປະຊາຊົນຫລຸດພົ້ນ ອອກຈາກຄວາມທຸກຍາກ ເທື່ອລະກ້າວ ຕາມແນວທາງນະໂຍບາຍ ຂອງພັກວາງໄວ້.
ເນື້ອໃນ: ຂປລ
No comments