 |
ບັນດາໂຮງຮຽນ ລະບົບສຶກສາແຫ່ງຕ່າງໆ ທັງພາກລັດ ແລະ ເອກະຊົນ ໃນຂອບເຂດທົ່ວປະເທດ ກຳນົດເອົາວັນທີ 1 ກັນຍາ 2017 ເປັນມື້ໄຂສົກຮຽນໃໝ່ ຢ່າງເປັນທາງການ |
ຂປລ. ສົກຮຽນໃໝ່ 2017-2018 ບັນດາໂຮງຮຽນ ລະບົບສຶກສາແຫ່ງຕ່າງໆ ທັງພາກລັດ ແລະ ເອກະຊົນ ໃນຂອບເຂດທົ່ວປະເທດ ກຳນົດເອົາວັນທີ 1 ກັນຍາ 2017 ເປັນມື້ໄຂສົກຮຽນໃໝ່ ຢ່າງເປັນທາງການ, ພ້ອມທັງສະຫລຸບຄືນ ການຈັດຕັ້ງປະຕິບັດ ຕາມແຜນປະຕິຮູບ ການສຶກສາ ແລະ 3 ແຜນງານໃຫຍ່ ທີ່ກະຊວງສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ ວາງອອກ ແລະ ແຜນພັດທະນາ ໂຮງຮຽນຕົວແບບ.

ໃນໂອກາດດັ່ງກ່າວ, ທ່ານ ນາງ ວຽງສຸວັນ ພະໄຊສົມບັດ ຜູ້ອຳນວຍການ ໂຮງຮຽນມັດທະຍົມສົມບູນວຽງຈັນ ໄດ້ລາຍງານບົດສະຫລຸບ ໃນສົກຮຽນ 2016-2017 ແລະ ແຜນພັດທະນາໂຮງຮຽນ ຂອງຕົນ ໃນສົກຮຽນ 2017-2018 ແມ່ນສືບຕໍ່ວຽກງານການພັດທະນາ ໂຮງຮຽນຕົວແບບຄຸນນະພາບ, ສືບຕໍ່ປັບປຸງ ແບບແຜນການຮຽນ, ການສອນໃຫ້ໄດ້ດີກວ່າເກົ່າ ແລະ ສືບຕໍ່ວຽກງານການເຄື່ອນໄຫວ ກິດຈະກຳຕ່າງໆ, ພ້ອມທັງເນັ້ນໃຫ້ບັນດາ ຄູ-ອາຈານ ເອົາໃຈໃສ່ ສຶກສາອົບຮົມແນວຄິດ, ຄຸນສົມບັດ ແລະ ນັກຮຽນໃຫ້ເອົາໃຈໃສ່ຮ່ຳຮຽນ ແນວທາງນະໂຍບາຍ, ມະຕິຄຳສັ່ງຂອງພັກ-ລັດ, ໂດຍສະເພາະ ແມ່ນມະຕິ X ຂອງພັກ, 4 ຄາດໝາຍບຸກທະລຸ, ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ກໍຄື ມະຕິກອງປະຊຸມໃຫຍ່ ຄັ້ງທີ່ V ຂອງອົງຄະນະພັກ ນະຄອນຫລວງວຽງຈັນ, ເຊື່ອມຊືມຜັນຂະຫຍາຍແກ່ ຄູ-ອາຈານ ແລະ ນັກຮຽນ ໃຫ້ມີຄວາມເຂົ້າໃຈ ແລະ ພ້ອມກັນປະຕິບັດ. ບັນດາຄູ-ອາຈານ ຕ້ອງເອົາໃຈໃສ່ໃນການ ສ້າງແຜນການສິດສອນ, ການແຕ່ງບົດສອນ, ສື່ການສອນ, ຂຶ້ນຫ້ອງ ແລະ ອື່ນໆ, ນອກຈາກນີ້, ກໍຕ້ອງສຶກສາ ອົບຮົມຄຸນສົມບັດ ໃຫ້ແກ່ນັກຮຽນທຸກຊົ່ວໂມງສອນ, ໂດຍສະເພາະ ແມ່ນເນັ້ນໃສ່ ລະບຽບຂອງນັກຮຽນ ແລະ ຢຶດໝັ້ນຕາມ 3 ລັກສະນະ 5 ຫລັກມູນ ຂອງການສຶກສາແຫ່ງຊາດ ເພື່ອບັນລຸເປົ້າໝາຍ ສະຫັດສະວັດ ດ້ານການພັດທະນາ, ໃຫ້ສາມາດເຊື່ອມໂຍງເຂົ້າກັບ ລະດັບການສຶກສາ ແລະ ກິລາ ຂອງພາກພື້ນ ແລະ ສາກົນ.
ໃນໂອກາດເປີດສົກຮຽນໃໝ່ນີ້, ນາງ ຈັນສຸດາ ສີປະເສີດ ອາຍຸ 16 ປີ, ນັກຮຽນຊັ້ນ ມ6 ແລະ ນາງ ສຸວິມົນ ໄຊສົມບູນ ອາຍຸ 15 ປີ, ນັກຮຽນຊັ້ນ ມ5 ໄດ້ໃຫ້ສຳພາດ ຕໍ່ສື່ມວນຊົນວ່າ: ຮູ້ສຶກຕື່ນເຕັ້ນ ດີໃຈຫລາຍ ໃນມື້ໄຂສົກຮຽນໃໝ່ນີ້, ສິ່ງສຳຄັນສຳລັບສົກຮຽນໃໝ່ນີ້, ແມ່ນຈະໄດ້ພ້ອມກັນ ຕັ້ງໃຈຄົ້ນຄວ້າຮ່ຳຮຽນ, ໃຫ້ກາຍເປັນນັກຮຽນຮຽນດີ, ຮຽນເກັ່ງ, ມີຄຸນສົມບັດສິນທຳປະຕິວັດ, ເປັນນັກຮຽນທີ່ດີ ຂອງຄູອາ ຈານ, ເປັນລູກທີ່ດີຂອງພໍ່ແມ່ ແລະ ເອົາໃຈໃສ່ປະຕິບັດ ຕາມກົດລະບຽບຂອງໂຮງຮຽນ ເຊັ່ນ: ການມາໂຮງຮຽນ ຖືກຕ້ອງຕາມໂມງເວລາ, ລະບຽບການນຸ່ງຖື, ການເຄື່ອນໄຫວກິດຈະກຳ ຂອງໂຮງຮຽນ ແລະ ອື່ນໆ.
ຂ່າວ+ ພາບ : ກິດຕາ
ເນື້ອໃນ:
ຂປລ
No comments