ຄະນະຜູ້ແທນແຂວງບັກຢ່າງ ສສ ຫວຽດນາມ ເຄື່ອນໄຫວຢ້ຽມຢາມແຂວງຄຳມ່ວນ
![]() |
ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງຄຳມ່ວນ ພ້ອມດ້ວຍບັນດາສະຫາຍໃນຄະນະການນຳຂອງແຂວງຈຳນວນໜຶ່ງ. |
ວັນທີ 2 ກັນຍາ 2017 ທີ່ໂຮງແຮມແມ່ນ້ຳຂອງ ແຂວງຄຳມ່ວນ ໄດ້ຈັດພິທີຕ້ອນຮັບການເດີນທາງມາຢ້ຽມຢາມຂອງຄະນະຜູ້ແທນແຂວງບັກຢ່າງ ສສ ຫວຽດນາມ ຈຳນວນ 29 ສະຫາຍ ເຊິ່ງນຳໂດຍສະຫາຍ ເຈິນ ຫງັອກ ເຟື່ອງ ປະທານສະມາຄົມມິດຕະພາບຫວຽດນາມ-ລາວ, ວິລະຊົນກຳລັງປະກອບອາວຸດປະຊາຊົນຢູ່ລາວ, ສະຫະພັນນັກຮົບເກົ່າອາສາສະໝັກຫວຽດນາມ-ລາວ, ໃຫ້ກຽດຕ້ອນຮັບໂດຍສະຫາຍ ແສງທອງ ພະຄຸນທອງ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງຄຳມ່ວນ ພ້ອມດ້ວຍບັນດາສະຫາຍໃນຄະນະການນຳຂອງແຂວງຈຳນວນໜຶ່ງ. ໃນໂອກາດຢ້ຽມຢາມແຂວງຄຳມ່ວນໃນຄັ້ງນີ້ ຄະນະຜູ້ແທນດັ່ງກ່າວໄດ້ໄປຢ້ຽມຢາມອະນຸສອນສະຖານປະທານໂຮ່ຈິມິນ ທີ່ບ້ານຊຽງຫວາງ ເມືອງໜອງບົກ ເພື່ອເຄົາລົບຈູດທຸບບູຊາລະນຶກເຖິງບຸນຄຸນ, ຄຸນງາມຄວາມດີຂອງທ່ານປະທານໂຮ່ຈິມິນ ຜູ້ນຳທີ່ຍິ່ງໃຫຍ່ ແລະ ເຄົາລົບຮັກຂອງປວງຊົນທັງສອງຊາດ, ຢ້ຽມຊົມບັນດາຮູບພາບການເຄື່ອນໄຫວປະຕິວັດຂອງປະທານໃນໄລຍະຕໍ່ສູ້ກູ້ຊາດເພື່ອຍາດເອົາເອກະລາດ, ບັນດາຮູບພາບທີ່ທ່ານປະທານໄດ້ເຄື່ອນໄຫວຮ່ວມກັບການນຳຂອງລາວ ໂດຍສະເພາະແມ່ນຮ່ອງຮອຍປະຫວັດສາດການເຄື່ອນໄຫວປະຕິວັດຊາດຂອງທ່ານປະທານທີ່ບ້ານຊຽງຫວາງ ເມືອງໜອງບົກ. ຈາກນັ້ນໃນຕອນຄໍ່າຂອງວັນດຽວກັນ ຢູ່ທີ່ຮ້ານອາຫານໜອງປາຫຼັກ 4 ກໍ່ໄດ້ມີພິທີບາສີສູ່ຂວັນໃຫ້ແກ່ຄະນະຜູ້ແທນແຂວງບັກຢ່າງ ເພື່ອເປັນການສະແດງເຖິງວັດທະນະທຳຂອງແຂກຜູ້ມາຢ້ຽມຢາມ ທັງເປັນການຮັກສາຮີດຄອງປະເພນີອັນດີງາມຂອງຊາດທີ່ເຄີຍສືບທອດກັນມາ, ເປັນກຽດເຂົ້າຮ່ວມໃນພິທີໂດຍສະຫາຍ ໂອໄດ ສຸດາພອນ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໆຄຳມ່ວນ ພ້ອມດ້ວຍບັນດາສະຫາຍການນຳຂອງແຂວງ, ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນໂອກາດນີ້ ສະຫາຍ ສົມໃຈ ເພັດສີນວນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ທັງເປັນປະທານສະມາຄົມມິດຕະພາບລາວ-ຫວຽດນາມ ກໍ່ໄດ້ຂຶ້ນກ່າວມີຄຳເຫັນຕ້ອນຮັບການເດີນທາງມາຢ້ຽມຢາມຂອງຄະນະຜູ້ແທນຈາກແຂວງບັກຢ່າງ ເຊິ່ງພາຍໃຕ້ບັນຍາກາດການສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2017 ເຊິ່ງແມ່ນຄົບຮອບ 55 ປີ ຂອງວັນສ້າງຕັ້ງສາຍພົວພັນການທູດ ແລະ ຄົບຮອບ 40 ປີ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ພິເສດແມ່ນວັນຊາດ ສສ ຫວຽດນາມ ຄົບຮອບ 72 ປີ ໃນນາມຕາງໜ້າໃຫ້ຄະນະພັກ, ອຳນາດການປົກຄອງແຂວງຄຳມ່ວນ ທ່ານໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ, ຈິງໃຈດ້ວຍໄມຕີຈິດມິດຕະພາບອັນດູດດື່ມຕໍ່ຄະນະຜູ້ແທນແຂວງບັກຢ່າງ. ຈາກນັ້ນສະຫາຍ ເຈິນ ຫງັອກ ເຟື່ອງ ກໍ່ໄດ້ກ່າວຂອບໃຈມາຍັງຄະນະການນຳແຂວງຄຳມ່ວນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງສົມກຽດ ພ້ອມທັງຖືໂອກາດນີ້ເຊື້ອເຊີນຄະນະພັກການນຳແຂວງຄຳມ່ວນໄປຢ້ຽມຢາມແຂວງບັກຢ່າງ ພິເສດທ່ານຍັງໄດ້ມອບຫຼຽນກາສະມາຄົມມິດຕະພາບລາວ-ຫວຽດນາມ ແຂວງບັກຢ່າງ ໃຫ້ແກ່ຄະນະການນຳແຂວງຄຳມ່ວນ ຈາກນັ້ນທັງສອງຝ່າຍກໍ່ໄດ້ຮ່ວມພາເຂົ້າສາມັກຄີດ້ວຍບັນຍາກາດອັນຟົດຟື້ນ.
No comments