ແຂ່ງຂັນຮ້ອງເພງສະຫຼອງສອງວັນປະຫວັດສາດ ລາວ-ຫວຽດນາມ


 ໂອກາດ​ສະເຫຼີມສະຫຼອງ​ສອງ​ວັນ​ປະຫວັດສາດ ລາວ-ຫວຽດນາມ ວັນ​ທີ 30 ສິງຫາ 2017 ທີ່​ສະໂມສອນ​ໂຮງຮຽນ​ສິລະ​ປະ​ແຫ່ງ​ຊາດ ໃຫ້​ກຽດ​ເຂົ້າຮ່ວມ​ຂອງ​ທ່ານ ບົວ​ເງິນ ຊາ​ພູ​ວົງ ສິລະ​ປິນ​ແຫ່ງ​ຊາດ ຮອງ​ລັດ​ຖະມົນຕີ​ກະຊວງ
  
ກົມ​ສິລະ​ປະ​ການສະແດງ ກະຊວງ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ຈັດ​ງານ​ແຂ່ງຂັນຮ້ອງເພງ​ ໂອກາດ​ສະເຫຼີມສະຫຼອງ​ສອງ​ວັນ​ປະຫວັດສາດ ລາວ-ຫວຽດນາມ ວັນ​ທີ 30 ສິງຫາ 2017 ທີ່​ສະໂມສອນ​ໂຮງຮຽນ​ສິລະ​ປະ​ແຫ່ງ​ຊາດ ໃຫ້​ກຽດ​ເຂົ້າຮ່ວມ​ຂອງ​ທ່ານ ບົວ​ເງິນ ຊາ​ພູ​ວົງ ສິລະ​ປິນ​ແຫ່ງ​ຊາດ ຮອງ​ລັດ​ຖະມົນຕີ​ກະຊວງ ຖວທ ແລະ ທ່ານ ຫງວຽນ ບາ​ຮຸ່ງ ເອກ​ອັກ​ຄະ​ລັດຖະ​ທູດ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ​ສສ ຫວຽດນາມ ປະຈຳ​ລາວ ພ້ອມດ້ວຍ​ບັນດາ​ຫົວໜ້າ​ກົມ ຮອງ​ກົມ ນັກ​ປະພັນ ສິລະ​ປິນ​ແຫ່ງ​ຊາດ ແລະ ແຂກ​ທີ່​ຖືກ​ເຊີນ​ເຂົ້າ​ຮ່ວມ.

    ທ່ານ ຄຳ​ພວງ ອິນ​ທະ​ວົງ​ສີ ສິລະ​ປິນ​ແຫ່ງ​ຊາດ ຫົວໜ້າ​ກົມສິລະ​ປະ​ການສະແດງ​ກ່າວ​ວ່າ: ເພື່ອ​ເປັນ​ການ​ປະກອບສ່ວນ​ເຂົ້າໃນ​ຂະ​ບວນ​ການ​ສະເຫຼີມສະຫຼອງ ສອງ​ວັນ​ປະຫວັດສາດ ລາວ-ຫວຽດນາມ ວຽກ​ງານ​ສິລະ​ປະວັດທະນະທຳ​ເປັນ​ພາກສ່ວນ​ໜຶ່ງ ທີ່​ໄດ້​ສ້າງ​ກິດຈະກຳ​ຕ່າງໆ ເປັນຕົ້ນ ການ​ປຸກລະດົມ​ຂະ​ບວນການ​ປະດິດ​ແຕ່ງ​ເພງ​ຮ້ອງ ບົດຟ້ອນ ດົນຕີ ບົດ​ລະຄອນ ແລະ ການສະແດງ​ແລກປ່ຽນ​ສິລະ​ປະວັນນະຄະດີ​ເຊິ່ງ​ກັນ ແລະ ກັນ ເຮັດ​ໃຫ້​ບັນຍາກາດການ​ສະເຫຼີມສະຫຼອງ​ສອງ​ວັນ​ດັ່ງກ່າວ ​ມີຄວາມ​ໝາຍ ມີ​ຄວາມ​ເບີກບານມ່ວນຊື່ນ ຖືກຕ້ອງ​ຕາມ​ທິດ​ຊີ້​ນຳຂອງ​ຂັ້ນ​ເທິງ ເຊິ່ງ​ກົມ​ສິລະ​ປະການສະແດງ ໄດ້​ມີ​ແຈ້ງ​ການ​ໃຫ້ບັນດາ​ນັກ​ແຕ່ງ ນັກ​ປະພັນ​ເພງຮ້ອງ​ທົ່ວ​ປະເທດ ​ປະດິດ​ແຕ່ງ​ບົດເພງ​ຮ້ອງ​ໃໝ່ ທີ່​ມີ​ເນື້ອ​ໃນ​ຮູບການ​ສ່ອງ​ແສງ​ເຖິງ​ການ​ທົບ​ທວນມູນເຊື້ອ​ແຫ່ງ​ສາຍ​ພົວພັນ​ມິດ​ຕະພາບ ຄວາມ​ສາມັກຄີ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ​ລາວ-ຫວຽດນາມ​ ທີ່​ເປັນປັດ​ໄຈ​ພື້ນຖານ​ຕັດສິນ​ໄຊຊະນະ ການ​ປະຕິວັດ​ຂອງ​ສອງ​ປະເທດ ເພື່ອ​ສະແດງ​ຄວາມ​ຮູ້​ບຸນຄຸນ​ຂອງພັກ-ລັດ ກໍ່​ຄືປະຊາຊົນ ລາວ-ຫວຽດນາມ ທີ່​ໄດ້​ໃຫ້ການ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ​ໃນ​ພາລະກິດ​ຕໍ່ສູ້​ຄວາມ​ເປັນ​ເອກະລາດຂອງ​ຊາດ ກໍ່​ຄືພາລະກິດ​ປົກ​ປັກຮັກສາ ແລະ ສ້າງສາ​ປະເທດຊາດ​ໃນ​ປັດຈຸບັນ.

   ຈາກ​ແຈ້ງ​ການ​ດັ່ງກ່າວ ມາຮອດ​ເດືອນ​ມິຖຸນາ 2017 ມີ​ຜູ້​ສົ່ງບົດ​ເພງ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ 100 ກວ່າ​ບົດ​ເພງ ພາຍຫຼັງ​ທີ່​ປິດຮັບ​ບົດ​ເພງ ຄະນະ​ກຳມະການແຂ່ງຂັນ​ໄດ້​ຄັດ​ເລືອກ ຮອບ​ທີ 1 ໃນ​ທ້າຍ​ເດືອນ​ກໍລະກົດ​ຜ່ານ​ມາ ສາມາດ​ຄັດ​ເລືອກ​ໄດ້​ບົດ​ເພງ​ທີ່ປະດິດ​ຄິດ​ແຕ່ງ​ຖືກຕ້ອງ​ຕາມ​ມາດຖານ ແລະ ກະຕິ​ກາ​ແຂ່ງຂັນ ຈຳນວນ 17 ບົດ​ເພງ ແລະ ໄດ້​ຈັດ​ຕັ້ງການ​ແຂ່ງຂັນ​ຄັດ​ເລືອກ​ຢ່າງ​ເປັນທາງ​ການ ເພື່ອ​ຊີງ​ເອົາ​ລາງວັນ​ທີ 1 ທີ 2 ແລະ ທີ 3 ຕາມ​ລຳດັບ ຜ່ານ​ການ​ແຂ່ງຂັນ​ສາມາດ​ຄັດເລືອກ​ທີ 1 ແມ່ນ​ເພງບ່າວ​ລາວ-ສາວ​ຫວຽດນາມ ຮັບ​ລາງວັນ​ມູນຄ່າ 10 ລ້ານ​ກີບ ລຳດັບ​ທີ 2 ເພງ ສາຍສຳພັນ ລາວ-ຫວຽດນາມ ໝັ້ນຄົງ ແລະ ເພງເພື່ອນ​ຮ່ວມອຸດົມ​ການ ຮັບ​ລາງວັນ​ລະ 8 ລ້ານ​ກີບ ແລະ ລຳດັບ 3 ເພງສອງ​ແຜ່ນດິນ​ລາວ-ຫວຽດນາມ ສາມັກຄີ ເພງບໍ່​ລືມ​ສະຫາຍ ແລະ ເພງ​ສືບຕໍ່​ເພີ່ມ​ພູນ​ມິດ​ຕະພາບ ລາວ-ຫວຽດນາມ ຮັບ​ລາງວັນ​ລະ 5 ລ້ານ​ກີບ.



ເນື້ອໃນ: ວຽງຈັນໃໝ່

No comments

Theme images by compassandcamera. Powered by Blogger.