ປະທານາທິບໍດີ ເມັກຊິໂກ ປະຕິຍານວ່າ ຈະປົກປ້ອງກຽດສັກສີຂອງປະເທດ ໃນການເຈລະຈາກັບ ສະຫະລັດ
ປະທານາທິບໍດີ ເມັກຊິກໂກ ທ່ານ Enrique Pena Nieto ໄດ້ກ່າວໃນວັນເສົາວານນີ້ວ່າ ປະເທດຂອງທ່ານຈະບໍ່ຮັບເອົາຂໍ້ສະເໜີໃດໆຈາກ ສະຫະລັດ “ທີ່ຈະເປັນການຝ່າຝືນກຽດສັກສີຂອງປະເທດຊາດຂອງພວກເຮົາ.”
ໃນຖະແຫຼງການຄັ້ງທຳອິດຂອງທ່ານ ຕໍ່ປະເທດຊາດ ນັບຕັ້ງແຕ່ ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ຂຶ້ນກຳຕຳແໜ່ງເປັນຕົ້ນມາ ທ່ານ Pena Nieto ກ່າວ ວ່າ “ສາຍພົວພັນກັບລັດຖະບານໃໝ່ຂອງ ສະຫະລັດ ກໍຄືກັບທຸກໆລັດຖະບານ ຈະຕ້ອງອີງໃສ່ຫຼັກການທີ່ບໍ່ຕ່າວປີ້ນ ດ້ານອະທິປະໄຕ ຜົນປະໂຫຽດທາງດ້ານຄວາມໝັ້ນຄົງແຫ່ງຊາດ ແລະ ການປ້ອງກັນພວກຍົກຍ້າຍຖິ່ນຖານຂອງພວກເຮົາ.”
ໃນລະຫວ່າງການໂຄສະນາຫາສຽງເປັນປະທານາທິບໍດີຂອງທ່ານນັ້ນທ່ານ ທຣຳ ໄດ້ເວົ້າຢ່າງຮ້າຍແຮງເປັນພິເສດ ກ່ຽວກັບ ເມັກຊິກໂກ ປ້າຍສີໃສ່ພວກຍ້າຍຖິ່ນຖານ ຂອງເມັກຊິກໂກວ່າເປັນ “ພວກຄາດຕະກອນ” ແລະ “ພວກກອດກຸມກະທຳຊຳເລົາ”. ນອກນັ້ນ ທ່ານ ທຣຳ ຍັງໄດ້ປະກາດວ່າ ສະຫະລັດ ຈະກໍ່ກຳແພງຂຶ້ນ ລະຫວ່າງ ເມັກຊິກໂກກັບ ສະຫະລັດ ເພື່ອຫັກຫ້າມການລັ່ງໄຫຼຂອງພວກຄົນຫຼົບໜີຈາກ ເມັກຊິກໂກ ມາຍັງ
ສະຫະລັດ. ນອກນີ້ ທ່ານ ທຣຳ ຍັງໄດ້ໃຫ້ຄຳໝັ້ນສັນຍາໄວ້ວ່າ ຈະບັງຄັບໃຫ້ ເມັກຊິກໂກ ເປັນຜູ້ໃຊ້ຈ່າຍຄ່າກໍ່ສ້າງກຳແພງດັ່ງກ່າວນຳ.
ນອກຈາກນັ້ນອີກ ທ່ານ ທຣຳ ກໍໄດ້ເປັນຜູ້ຕ້ອງຕິຢ່າງໃຫຍ່ ຕໍ່ຂໍ້ຕົກລົງການຄ້າເສລີ ຫຼືNAFTA ທັງໄດ້ຂູ່ວ່າ ຈະຖອນໂຕອອກຈາກສັນຍາດັ່ງກ່າວນັ້ນນຳ. ປັດຈຸບັນ ພວກນັກເຈລະຈາຈາກສາມປະເທດໃນສັນຍາດັ່ງກ່າວ ພວມພິຈາລະະນາຂໍ້ຕົກລົງໃໝ່ ສຳລັບNAFTA ຢູ່.
ທ່ານ Pena Nieto ໄດ້ກ່າວປ້ອງກັນ ສັນຍາ NAFTA ໃນຄຳຖະແຫຼງຂອງທ່ານ ໂດຍກ່າວວ່າ “ຈຸດປະສົງຂອງ ເມັກຊິກໂກ ກໍຄື ຢາກທ້ອນໂຮມຂໍ້ຕົກລົງນີ້ ໃຫ້ເປັນອັນນຶ່ງອັນດຽວກັນF ໃຫ້ເປັນເຄື່ອງມືອັນເປັນກ້ອນເປັນໜ່ວຍຂອງຂົງເຂດ ເພື່ອຄໍ້າປະກັນຄວາມແນ່ນອນໃຫ້ແກ່ການຄ້າ ແລະ ການລົງທຶນ ລະຫວ່າງ ເມັກຊິກໂກ ການາດາ ແລະສະຫະລັດ.”
ນອກນັ້ນ ປະທານາທິບໍດີ Pena Nieto ຍັງສົ່ງສານຄວາມຮັກແພງມາຫາ ພວກທີ່ເອີ້ນກັນວ່າ dreamers ຫຼື ພວກມີຄວາມຝັນທັງຫຼາຍ ຊຶ່ງເປັນພວກເດັກນ້ອຍ ທີ່ພໍ່ແມ່ເອົາເຂົ້າມາຍັງ ສະຫະລັດ ຢ່າງຜິດກົດໝາຍນັ້ນນຳ.
ພວກນີ້ ຫຼາຍຄົນເປັນຊາວ ເມັກຊິກໂກ ແລະ ຄາດວ່າ ອີກໃນສອງສາມມື້ນີ້ ປະທານາທິບໍດີິ ທຣຳ ຈະປະກາດວ່າ ຈະຮັກສາໄວ້ ຫຼືບໍ່ ຄຳສັ່ງບໍລິຫານຂອງລັດຖະບານ ໂອບາມາອະນຸຍາດໃຫ້ພວກເດັກນ້ອຍດັ່ງກ່າວຢູ່ໃນ ສະຫະລັດ ຊົ່ວຄາວຕໍ່ໄປ.
ແຫຼ່ງຂ່າວ: ວີໂອເອ
No comments