ຄະນະຜູ້ແທນ ສປປ ລາວ ສຳເລັດການເຂົ້າຮ່ວມ ກອງປະຊຸມຄັ້ງທີ 7 ຂອງລັດພາຄີ ສົນ ທິສັນຍາເກືອດຫ້າມລະເບີດລູກຫວ່ານ
ໃນລະຫວ່າງວັນທີ 4-6 ກັນຍາ 2017 ທີ່ຫ້ອງການອົງການສະຫະປະຊາຊາດ ທີ່ນະຄອນເຊີແນວ, ປະເທດສະວີສເຊີແລນ, ກອງປະຊຸມຄັ້ງທີ 7 ຂອງລັດພາຄີສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ໄດ້ຈັດຂຶ້ນພາຍໃຕ້ການເປັນປະທານ ຂອງປະເທດເຢຍລະມັນ, ຊຶ່ງມີຜູ້ຕາງໜ້າ ຈາກບັນດາປະເທດລັດພາຄີ, ປະເທດທີ່ໄດ້ລົງນາມ ໃນສົນທິສັນຍາ, ປະເທດສັງເກດການ, ບັນດາອົງການເຄື່ອຄ່າຍ ສປຊ ແລະ ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ເຂົ້າຮ່ວມຫລາຍກວ່າ 100 ຄະນະ. ສຳລັບກອງປະຊຸມຄັ້ງທີ 8 ຂອງລັດພາຄີສົນທິສັນຍາ ເກືອດຫ້າມລະເບີດລູກຫວ່ານ ແມ່ນປະເທດນີກາລາກົວ ຈະເປັນປະທານໃນຄັ້ງຕໍ່ໄປ.
ຄະນະຜູ້ແທນຂອງ ສປປ ລາວ ນຳໂດຍທ່ານ ຫົວໜ້າອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ແລະ ຄະນະປະກອບດ້ວຍທ່ານ ຜູ້ອຳນວຍການຄະນະກຳມະການແຫ່ງຊາດ ເພື່ອການແກ້ໄຂບັນ ຫາລະເບີດບໍ່ທັນແຕກ (ຄຊກລ) ແລະ ຫົວໜ້າໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ໄດ້ເຂົ້າຮ່ວມ ແລະ ຜັດປ່ຽນກັນ ປະກອບຄຳເຫັນຢ່າງຕັ້ງໜ້າ ໃນຫົວຂໍ້ຕ່າງໆ ທີ່ ສປປ ລາວ ຖືເປັນບູລິມະສິດ ເປັນຕົ້ນແມ່ນການເຮັດໃຫ້ ສົນທິສັນຍາດັ່ງກ່າວ, ຖືກບັງຄັບໃຊ້ໃນລະດັບສາກົນ, ການກວດກູ້-ທຳລາຍລະເບີດລູດຫວ່ານ, ສຶກສາການຫລຸດຜ່ອນຄວາມສ່ຽງ, ການຊ່ວຍເຫລືອ ຜູ້ເຄາະຮ້າຍ, ການຮ່ວມມື ແລະ ຊ່ວຍເຫລືອ ຂອງສາກົນ ແລະ ການຈັດຕັ້ງ ປະຕິບັດສົນທິສັນຍາ ໃນລະດັບປະເທດ. ໃນໂອກາດກອງປະຊຸມຄັ້ງນີ້, ຄະນະຜູ້ແທນ ສປປ ລາວ ຮ່ວມກັບອົງການ ສປຊ ເພື່ອການພັດທະນາ ແລະ ສະຫະພາບເອີຣົບ ຍັງໄດ້ຮ່ວມຈັດກອງປະຊຸມ ສະເພາະແບບບໍ່ເປັນທາງການ (side event) ໃນຫົວຂໍ້ “ບັນຫາລະເບີດບໍ່ທັນແຕກໃນ ສປປ ລາວ” (The Story of Unexploded Ordnance in the Lao PDR) ເພື່ອແຈ້ງຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດພັນທະຂອງຕົນ ພາຍໃຕ້ສົນທິສັນຍາ ດັ່ງກ່າວ ໃນຖານະເປັນປະເທດພາຄີ ແລະ ເປັນໜຶ່ງໃນບັນດາປະເທດ ທີ່ໄດ້ຮັບຜົນກະທົບຫລາຍກວ່າໝູ່ ຈາກລະເບີດລູກຫວ່ານ ໂດຍສະເພາະບັນຫາລະເບີດ ຍັງບໍ່ທັນແຕກຕົກຄ້າງ ທີ່ຍັງສືບຕໍ່ສ້າງຜົນກະທົບຮ້າຍແຮງ ແລະ ເປັນອຸປະສັກກີດຂວາງ ການພັດທະນາຢູ່ ສປປ ລາວ. ສປປ ລາວ ຮຽກຮ້ອງໃຫ້ສາກົນ ເພີ່ມທະວີການຮ່ວມມື ແລະ ຊ່ວຍເຫລືອແກ່ບັນດາປະເທດ ທີ່ໄດ້ຮັບຜົນກະທົບ ໃນຄວາມພະຍາຍາມດັ່ງກ່າວ, ຊຶ່ງໄດ້ຮັບຄວາມສົນໃຈຈາກ ບັນດາປະເທດລັດພາຄີ, ປະເທດຜູ້ໃຫ້ທຶນ, ປະເທດທີ່ໄດ້ຮັບຜົນກະທົບ ແລະ ອົງການຈັດຕັ້ງສາກົນຕ່າງໆ ເປັນຈໍານວນຫລາຍ.
ລັດຖະບານ ສປປ ລາວ ໄດ້ຖືເອົາວຽກງານແກ້ໄຂຜົນກະທົບ ຂອງລະເບີດບໍ່ທັນແຕກ ເປັນບູລິມະສິດແຫ່ງຊາດ, ໂດຍໄດ້ກໍານົດໃຫ້ ວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກຕົກຄ້າງ ເປັນເປົ້າໝາຍເພື່ອການ ພັດທະນາແບບຍືນຍົງ ແຫ່ງຊາດ ສະເພາະຂອງ ສປປ ລາວ (SDG18) ພາຍໃຕ້ຫົວຂໍ້ “ຊີວິດທີ່ປາສະຈາກລະເບີດບໍ່ທັນແຕກ”. ໃນໂອກາດກອງປະຊຸມລັດພາຄີ ໃນຄັ້ງນີ້, ສປປ ລາວ ໄດ້ຮັບເລືອກໃຫ້ເປັນປະເທດຜູ້ປະສານງານ ໃນວຽກງານກວດກູ້ພາຍໃຕ້ ຂອບການປະຕິບັດສົນທິສັນຍາດັ່ງກ່າວ ໃນສົກປີ 2017 - 2019 ຮ່ວມກັບປະເທດ ເນເທີແລນ.
ເນື້ອໃນ: ຂປລ
No comments