ກອງປະຊຸມພົບປະປືກສາຫາລືລະຫວ່າງລັດຖະມົນຕີກະຊວງການຕ່າງປະເທດ ລາວ-ກຳປູເຈຍ
![]() |
ໝາກຜົນຂອງການປຶກສາຫາ ລືຂອງລັດຖະມົນຕີກະຊວງການ ຕ່າງປະເທດສອງປະເທດໃນຄັ້ງ ນີ້ແມ່ນມີຄວາມໝາຍຄວາມສຳ ຄັນຕໍ່ການພົວພັນ ແລະ ຮ່ວມມື ທີ່ດີ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ |
ໃນວັນທີ 5 ກັນຍາ 2017 ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ທ່ານ ປຣາກ ໂສກົນ, ລັດ ຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ຣາຊະອານາຈັກກໍາ ປູເຈຍ ໄດ້ພົບປະປຶກສາຫາລືກັນ ທີ່ນະຄອນຫຼວງພະນົມເປັນ, ຣາ ຊະອານາຈັກກຳປູເຈຍ ໂດຍປະ ຕິບັດຕາມການຕົກລົງຈັດກອງ ປະຊຸມຂອງສອງນາຍົກລັດຖະ ມົນຕີລາວ ແລະ ກຳປູເຈຍ ຄັ້ງ ວັນທີ 1 ກັນຍາ 2017 ທີ່ຜ່ານ ມາທີ່ເຫັນດີເປັນເອກະພາບກັນ ມອບໝາຍໃຫ້ລັດຖະມົນຕີກະ ຊວງການຕ່າງປະເທດທັງສອງ ປະເທດພົບປະປຶກສາຫາລືກັນ ເພື່ອຊອກວິທີທາງໃນການແກ້ໄຂບັນຫາຊາຍແດນທີ່ຍັງຄົງຄ້າງ ເພື່ອກ້າວໄປສູ່ການປັກຫຼັກໝາຍ ຊາຍແດນໃຫ້ສຳເລັດໂດຍໄວ.
ກອງປະຊຸມຄັ້ງນີ້ ໄດ້ດໍາ ເນີນໄປດ້ວຍບັນຍາກາດທີ່ເຕັມ ໄປດ້ວຍໄມຕີຈິດມິດຕະພາບ, ຖານບ້ານໃກ້ເຮືອນຄຽງທີ່ມີມູນ ເຊື້ອອັນດີມາແຕ່ບູຮານນະການ ລະຫວ່າງສອງປະເທດ ເຊິ່ງສອງ ຝ່າຍໄດ້ເປັນເອກະພາບກັນກ່ຽວ ກັບທິດທາງໃນການຈັດຕັ້ງປະຕິ ບັດວຽກງານເພື່ອແກ້ໄຂບັນຫາ ຊາຍແດນລະຫວ່າງສອງປະເທດ ທີ່ຍັງຄົງຄ້າງຮ່ວມກັນດັ່ງນີີ້:
1. ສອງຝ່າຍໄດ້ເປັນເອກະ ພາບກັນກ່ຽວກັບເນື້ອໃນການ ຮ່າງຈົດໝາຍໃນນາມນາຍົກລັດ ຖະມົນຕີລາວ ແລະ ນາຍົກລັດ ຖະມົນຕີກຳປູເຈຍ ເຖິງປະທານາທິບໍດີຝຣັ່ງເພື່ອສະເໜີໃຫ້ຝຣັ່ງ ຊ່ວຍສົ່ງທຸກໆແຜນທີ່ ແລະ ເອ ກະສານທີ່ກ່ຽວຂ້ອງກັບການກໍາ ນົດເສັ້ນຊາຍແດນລະຫວ່າງ ລາວ-ກຳປູເຈຍ ສະໄໝຝຣັ່ງປົກ ຄອງໃຫ້ລັດຖະບານສອງປະເທດ ລາວ ແລະ ກຳປູເຈຍ ເພື່ອເປັນ ພື້ນຖານໃນການແກ້ໄຂບັນຫາ ຊາຍແດນທີ່ຍັງຄົງຄ້າງຮ່ວມ ກັນ.
2. ສອງຝ່າຍຕົກລົງເປັນເອ ກະພາບກັນມອບໝາຍໃຫ້ຄະນະ ກຳມະການຊາຍແດນສອງຝ່າຍ ລົງກວດກາພື້ນທີ່ຕົວຈິງໃນເວ ລາອັນໃກ້ໆ ເພື່ອຮ່ວມກັນແກ້ ໄຂຈຸດຄົງຄ້າງຊາຍແດນ 4 ຈຸດ ທີ່ຂຶ້ນກັບແຂວງຈຳປາສັກຂອງ ລາວ ແລະ ແຂວງຊຽງແຕງ ຂອງກຳປູເຈຍ ເພື່ອກ້າວໄປເຖິງ ການປັກຫຼັກໝາຍຊາຍແດນ ຮ່ວມກັນໃຫ້ສຳເລັດໂດຍໄວ.
3. ສອງຝ່າຍໄດ້ເປັນເອກະ ພາບກັນໃຫ້ຄະນະກຳມະການ ຊາຍແດນສອງປະເທດມອບ ໝາຍໃຫ້ຄະນະອະນຸກຳມະການ ເຕັກນິກ ລາວ-ກໍາປູເຈຍ; ກໍາປູ ເຈຍ-ລາວ ລົງກວດກາຢູ່ພື້ນທີ່ ຕົວຈິງບໍລິເວນຈຸດຄົງຄ້າງແກ້ງ ຕໍໍມໍຄອຍ-ຫ້ວຍຕະເງົາ ຮ່ວມກັນ ຖ້າຈຸດໃດທີ່ສອງຝ່າຍສາມາດ ຕົກລົງກັນໄດ້ໃຫ້ປັກຫຼັກໝາຍ ຊາຍແດນໄປພ້ອມ, ທັງນີ້ເພື່ອ ກ້າວໄປສູ່ການປັກຫຼັກໝາຍຊາຍ ແດນຕໍ່ໆໄປ.
ນອກຈາກນີ້, ທັງສອງຝ່າຍ ຍັງໄດ້ປຶກສາຫາລືກັນ ກ່ຽວກັບ ການສຶກສາຄວາມອາດສາມາດ ເປັນໄປໄດ້ໃນການປັກຫຼັກໝາຍ ຖີ່ຮ່ວມກັນໃນຕໍ່ໜ້າ ແລະ ທັງ ສອງຝ່າຍໄດ້ລົງນາມບົດບັນທຶກ ກອງປະຊຸມດັ່ງກ່າວຮ່ວມກັນ ເພື່ອເປັນພື້ນຖານໃຫ້ແກ່ການຈັດ ຕັ້ງປະຕິບັດຕໍ່ໄປ.
ໝາກຜົນຂອງການປຶກສາຫາ ລືຂອງລັດຖະມົນຕີກະຊວງການ ຕ່າງປະເທດສອງປະເທດໃນຄັ້ງ ນີ້ແມ່ນມີຄວາມໝາຍຄວາມສຳ ຄັນຕໍ່ການພົວພັນ ແລະ ຮ່ວມມື ທີ່ດີ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍຖືວ່າ ເປັນບາດກ້າວສຳຄັນໃນການ ເພີ່ມທະວີຄວາມໄວ້ເນື້ອເຊື້ອໃຈ ແລະ ການຮ່ວມມືກັນໃນການແກ້ ໄຂບັນຫາຊາຍແດນທີ່ຍັງຄົງ ຄ້າງໃນຈຸດອື່ນໆທີ່ຍັງເຫຼືອ ເພື່ອ ເຮັດໃຫ້ເສັ້ນຊາຍແດນກາຍເປັນ ເສັ້ນຊາຍແດນ ແຫ່ງ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ຢ່າງແທ້ຈິງ.
No comments