ຮອງນາຍົກລັດຖະມົນຕີ ຕ້ອນຮັບຜູ້ຕາງໜ້າອົງການ JICA


ຂປລ.ໃນທ້າຍ​ອາທິດ​ທີ່​ຜ່ານ​ມາ, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ໂຄຈິ ໂອຊິກິຣິ (Mrkoji OSHIKIRI) ຮອງຜູ້ຕາງໜ້າຈາກອົງການ JICA ປະຈໍາ ສປປ ລາວ, ມີທ່ານ ໂທສິໂນຣິ ໂດ໋ຍ( Mr Toshinori DOI) ປະທານສະຖາບັນຄົ້ນຄົ້ວານະໂຍບາຍ ກະຊວງການເງິນ ຍີ່ປຸ່ນ, ມີຄະນະ ວິຊາການຈາກ ອົງການ JICA ແລະ ຄະນະວິຊາການຈາກສະຖາບັນຄົ້ນຄວ້ານະໂຍບາຍ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ທ່ານ ໂຄຈິ ໂອຊິກິຣິ ໃຫ້ຮູ້ວ່າ: ການເຂົ້າຢ້ຽມຂໍ່ນັບໃນຄັ້ງນີ້. ເພື່ອເປັນການແນະນໍາຕົວໃນການມາປະຕິບັດໜ້າທີ່ໃໝ່ຢູ່ ສປປ ລາວ ແລະ ເພື່ອລາຍງານຜົນງານ ການມາເຮັດວຽກຮ່ວມກັບ ບັນດາກະຊວງທີ່ກ່ຽວຂ້ອງຂອງ ສປປ ລາວ ໃນການຜັນຂະຫຍາຍ, ການຮ່ວມມື ລະຫ່ວາງ ສປປ ລາວ ກັບ ຍີ່ປຸ່ນ ໃນການຊ່ວຍເຫືລອດ້ານວິຊາການ ຂອງຂອບເຂດວຽກງານຄຸ້ມຄອງເສດຖະກິດມະຫາພາກ ທີ່ຕິດພັນກັບວຽກງານຄຸ້ມຄອງການເງິນ. ທ່ານປະທານສະຖາບັນຄົ້ນຄ້ວານະໂຍບາຍ ກະຊວງການເງິນຍີ່ປຸ່ນລາຍງານຕື່ມອີກວ່າ: ການມາເຮັດວຽກໃນຄັ້ງນີ້ແມ່ນສືບຕໍ່ ຈາກການມາເຮັດວຽກຂອງຄະນະວິຊາກາານກະຊວງການເງິນ ແລະ ອົງການ JICA ໃນທ້າຍເດືອນ ສິງຫາ 2016, ເຊິ່ງກະຊວງການເງິນ ຍີ່ປຸ່ນ ໄດ້ສົ່ງທີມ ງານຊ່ຽວຊານ ມາສຶກສາສະພາບການຄຸ້ມຄອງວຽກງານ ຄຸ້ມຄອງເສດຖະກິດມະຫາພາກ ແລະ ການຄຸ້ມຄອງການເງິນແຫ່ງລັດ ເພື່ອຊ່ວຍໃຫ້ຄໍາປຶກສາ ແລະ ແນະນໍາໃນການກໍານົດບັນດາມາດຕະການ ໃນການສ້າງສະຖຽນລະພາບ ດ້ານການເງິນ ຂອງລາວ ​ແລະ ທັງແມ່ນເພື່ອຂໍຄໍາປຶກສາ ທາງດ້ານຄວາມຮຽກຮ້ອງຕ້ອງການ, ດ້ານວິຊາການ, ດ້ານການຄຸ້ມຄອງເສດຖະກິດ-ການເງິນ ແລະ ການຄຸ້ມຄອງໜີ້ສິນ, ການຄຸ້ມຄອງສ່ວຍສາອາກອນ, ຄຸ້ມຄອງ ແລະ ປັບປຸງລັດວິສາຫະກິດ, ການຄຸ້ມຄອງຄັງສໍາ ຮອງເງິນຕາຕ່າງປະເທດ ທີ່ໄດ້ຈາກການສົ່ງອອກຊັບພະຍາກອນທໍາມະຊາດ ລວມທັງນະໂຍບາຍອັດຕາແລກປ່ຽນ ເພື່ອສຶກສາຄົ້ນຄ້ວາ ແລະ ກຽມຄວາມພ້ອມ ໃນການໃຫ້ຄວາມຊ່ວຍເຫລື​ອວຽກງານດັ່ງກ່າວ, ໃຫ້ມີຄວາມ ທັນສະໄໝ ແລະ ກ້າວໜ້າຍິ່ງຂຶ້ນກ່ວາເກົ່າ.
ໂອກາດນີ້, ທ່ານ ສົມດີ ດວງດີ ໄດ້ມີຄໍາເຫັນວ່າ: ເພື່ອເປັນການຈັດຕັ້ງປະຕິບັດຕາມແນວທາງນະໂຍບາຍຂອງລັດຖະບານແຫ່ງ ສປປ ລາວ, ໃຫ້ມີຄວາມເໝາະສົມ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ ຂອງແຜນພັດ ທະນາເສດຖະກິດ-ສັງຄົມ, ໃນການຍົກສູງ ແລະ ເຊື່ອມໂຍງດ້ານການພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມກ້າວໜ້າ, ໜັ້ນຄົງຢ່າງແທ້ຈິງ, ຈຶ່ງມີຄວາມຍິນດີ ແລະ ໃຫ້ຄວາມຮ່ວມມື ເພື່ອເປັນການພັດທະນາວຽກງານດັ່ງກ່າວ. ພ້ອມດຽວ ກັນນີ້, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ຍັງໄດ້ກ່າວສະແດງຄວາມຍິນດີຕໍ່ ທ່ານຮອງຜູ້ຕາງໜ້າຈາກອົງການ JICA ປະຈໍາ ສປປ ລາວ ທີ່ໄດ້ຮັບຕໍາແໜ່ງໃໜ່ ແລະ ອວຍພອນໃຫ້ ທ່ານຈົ່ງປະສົບຜົນສໍາສໍາເລັດ ໃນໜ້າທີ່ວຽກງານທຸກປະການ ແລະ ຫັວງຢ່າງຍິ່ງວ່າ ບັນດາທ່ານ ພ້ອມດ້ວຍຄະນະຈະເອົາໃຈໃສ່ ໃນການພັດທະນາສັງຄົມແບບມີສ່ວນຮ່ວມຢ່າງແທ້ຈິງ.

ເນື້ອໃນ: ຂປລ

No comments

Theme images by compassandcamera. Powered by Blogger.