ເມືອງເມິງ ເຝົ້າລະວັງພະຍາດໄຂ້ຍຸງລາຍ
ຂປລ.ຕາມການລາຍງານ ແລະ ຕິດຕາມທ່າອ່ຽງຂອງ ຫ້ອງການສາທາລະນະສຸກ ເມືອງເມິງ ແຂວງບໍ່ແກ້ວ ໃນວຽກງານເຝົ້າລະວັງ ກໍລະນີພະຍາດໄຂ້ຍຸງລາຍ ແມ່ນອາດ ຈະມີ ການລະບາດແຕ່ຫົວປີ ຄ້າຍຄືປີ 2013. ດັ່ງນັ້ນ ທ່ານເຈົ້າເມືອງໆເມິງ ຈຶ່ງໄດ້ອອກຄໍາສັ່ງ ວ່າດ້ວຍການປ້ອງກັນ ແລະ ສະກັດກັ້ນການລະບາດ ຂອງພະຍາດດັ່ງກ່າວໂດຍເນັ້ນ ໃຫ້ພາກສ່ວນກ່ຽວຂ້ອງ ຈົ່ງເປັນເຈົ້າການຊ່ວຍກັນ ໃນການສະກັດກັ້ນ.
ເພື່ອຮັບປະກັນໃຫ້ແກ່ການຊີ້ນໍາ-ນໍາພາ ແລະ ຈັດຕັ້ງປະຕິບັດວຽກງານ ປ້ອງກັນການລະບາດ ຂອງພະຍາດໄຂ້ຍຸງລາຍ ໃຫ້ມີປະສິດທິຜົນນັ້ນ ເຈົ້າເມືອງໆເມິງ ໄດ້ມອບໃຫ້ເລຂາ ຄະນະພັກຮາກຖານ, ເລຂາໜ່ວຍ ພັກ, ນາຍບ້ານທຸກບ້ານພາຍໃນເມືອງ ແລະ ຫົວໜ້າສຸກສາລາ ທີ່ປະຈໍາຢູ່ແຕ່ລະເຂດ ສ້າງແຜນເຮັດຂະບວນການ ອະນາໄມລວມ ທຸກໆອາທິດ. ພ້ອມທັງມອບໃຫ້ຄະນະ ຮັບຜິດຊອບຂັ້ນເມືອງ, ຂັ້ນບ້ານ ຈັດກອງປະຊຸມສະຫລຸບ ຖອດຖອນບົດຮຽນເປັນປະຈໍາ ໃນນັ້ນຂັ້ນເມືອງ ໃຫ້ຈັດກອງປະຊຸມ ທຸກໆເດືອນ ແລະ ຂັ້ນບ້ານໃຫ້ຈັດກອງປະຊຸມທຸກໆອາທິດ ເຊິ່ງກອງປະຊຸມແຕ່ລະຄັ້ງ ຕ້ອງມີການສະຫລຸບ ແລະ ວາງທິດທາງແຜນການ ໃນການຈັດຕັ້ງປະຕິບັດເປັນ ແຕ່ລະໄລຍະ.
ໂອກາດນີ້, ທ່ານເຈົ້າເມືອງໆເມິງ ຍັງໄດ້ເນັ້ນໜັກໃຫ້ພາກສ່ວນກ່ຽວຂ້ອງເປັນຕົ້ນ ແມ່ນຫ້ອງການສາທາລະນະສຸກ, ຫ້ອງການຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ຫ້ອງການສຶກສາ ທິການ-ກິລາ ແລະ ຫ້ອງການໂຍທາທິການ ແລະ ຂົນສົ່ງ ຊີ້ນໍາຂະແໜງການຂອງຕົນ ອອກແຮງໂຄສະນາ, ຮັກສາອະນາໄມຕາມຄຸ້ມເຮືອນ, ບ້ານ ແລະ ຖະໜົນຫົນທາງ ເພື່ອປ້ອງກັນ ແລະ ສະກັດກັ້ນ ການລະບາດຂອງພະຍາດ ໄຂ້ຍຸງລາຍຕື່ມອີກ.
ເນື້ອໃນ: ຂປລ

No comments