ທຸລະກິດຄວາມງາມ ແລະ ການແພດ ມີທ່າອ່ຽງຂະຫຍາຍຕົວສູງໃນລາວ
ທຸລະກິດຄວາມງາມ ແລະ ການແພດ ປັດຈຸບັນ ຖືເປັນທຸລະກິດໜຶ່ງ ທີ່ກຳລັງມາແຮງ ໃນບ້ານເຮົາ ຊຶ່ງສາມາດ ສັງເກດເຫັນໄດ້ ຈາກການເປີດຄຣີນິກ ຂອງນັກທຸລະກິດພາຍໃນ ແລະ ນັກລົງທຶນຕ່າງປະເທດ ເປັນຈຳນວນຫລາຍ, ໂດຍສະເພາະແມ່ນ ຢູນະຄອນຫລວງວຽງຈັນ ເພື່ອໃຫ້ບໍລິການແກ່ປະຊາຊົນລາວ, ພ້ອມທັງເປັນການ ເພີ່ມທາງເລືອກໃຫ້ແກ່ ຜູ້ທີ່ຈະມາໃຊ້ບໍລິການ.
Innova Clinic ຖືເປັນຄຣີນິກໜຶ່ງ ຂອງປະເທດເພື່ອນບ້ານ (ປະເທດໄທ) ທີ່ມາເປີດສາຂາຢູ່ນະ ຄອນຫລວງວຽງຈັນ ແລະ ດຳເນີນກິດຈະການ ມາແລ້ວເປັນເວລາ 6 ເດືອນ, ພ້ອມທັງ ມີໂປໂມຊັນສ່ວນຫລຸດ ໃຫ້ແກ່ລູກຄ້າ ທີ່ມາໃຊ້ ຄັ້ງແລກ ຕັ້ງແຕ່ 10-15%.
ທ່ານ ນາງ ທັດສະຍາ ສີພາກິດ ຜູ້ອຳນວຍການ Innova Clinic ໄດ້ໃຫ້ສຳພາດ ເມື່ອບໍ່ນານມານີ້ວ່າ: ການມາເປີດ ຄຣີນິກຢູ່ ສປປ ລາວ ເປັນສາຂາທີ 2, ຊຶ່ງສາຂາທີ 1 ເປີດຢູ່ ທີ່ຈັງຫວັດພູເກັດ (ປະເທດໄທ) ໂດຍເປັນຄຣີນິກເສີມຄວາມງາມ ບໍລິການດ້ານສັນຍະກໍາ ເພື່ອຕອບສະໜອງ ດ້ານຄວາມສວຍງາມຂອງໜຸ່ມສາວ ລວມທັງໄວທອງ ນັບທັງໃບໜ້າລົງຮອດແຂນຂາ. ຈຸດປະສົງຫລັກ ແມ່ນເຮັດໃຫ້ໜ້າໃສ, ບໍ່ມີສິວ, ຜີວຂາວ, ຫລຸດນ້ຳໜັກ, ດູດໄຂມັນ, ແລະ ຜ່າຕັດກໍາຈັດສ່ວນເກີນ. ການເປີດສາຂາຢູ່ນະຄອນຫລວງວຽງຈັນ ພຽງ 6 ເດືອນ ເຫັນວ່າສັງຄົມ ໄດ້ໃຫ້ການຕອບຮັບທີ່ດີ, ມີລູກຄ້າປະຈຳ ທີ່ມາໃຊ້ບໍລິການເຖິງ 300-400 ຄົນ, ເນື່ອງຈາກລູກຄ້າ ມີຄວາມເຊື່ອໝັ້ນຜົນທີ່ໄດ້ຮັບ ແລະ ພວກເຮົາມີທີມແພດທີ່ຊ່ຽວຊານ ມາໃຫ້ບໍລິການ, ພ້ອມມີເຄື່ອງມື ທີ່ໄດ້ມາດຕະຖານ ແລະ ປະສົບການ ມາຫລາຍກວ່າ 10 ປີ.
ທ່ານ ນາງ ທັດສະຍາ ກ່າວຕື່ມວ່າ: ການດຳເນີນທຸລະກິດ ດ້ານຄວາມງາມ ແລະ ການແພດ ແມ່ນເປັນອາຊີບໜຶ່ງ ທີ່ອາຊຽນກຳນົດເປີດເສລີ ແລະ ພາຍຫລັງເປີດປະຊາຄົມ ເສດຖະກິດອາຊຽນ ແລ້ວ ເຫັນວ່າ ມີຄວາມສະດວກຫລາຍຂຶ້ນ ເຮັດໃຫ້ພວກເຮົາໄດ້ມີໂອກາດ ໄດ້ເຮັດວຽກຮ່ວມກັບ ປະເທດເພື່ອນບ້ານ ກວ້າງຂວາງຫລາຍຂຶ້ນ ແລະ ໂອກາດຕະຫລາດທາງການແພດ ໂດຍສະເພາະ ທຸລະກິດຄວາມງາມໃນ ສປປ ລາວ ຈະມີທ່າອ່ຽງ ຂະຫຍາຍຕົວຂຶ້ນເລື້ອຍໆ ເນື່ອງຈາກຄົນລຸ້ນໃໝ່ ມັກຄວາມສວຍງາມ, ຢາກເພີ່ມຄວາມໝັ້ນໃຈ ໃຫ້ກັບຕົວເອງຫລາຍຂຶ້ນ, ເສດຖະກິດປະຊາຊົນ ມີລາຍຮັບສູງຂຶ້ນ ແລະ ຍອມຈ່າຍເງິນເພື່ອເພີ່ມຄວາມສວຍງາມ ໃຫ້ແກ່ຕົນເອງຢ່າງແນ່ນອນ.
ຂ່າວ: ສັນຕິ
ເນື້ອໃນ: ຂປລ
No comments