ເມືອງຈັນທະບູລີ ຫັນເກັບລາຍຮັບຜ່ານ ລະບົບ ເອເລັກໂຕຣນິກ ເພື່ອຄວາມໂປ່ງໃສ
ຂປລ.ຫ້ອງການ-ການເງິນເມືອງຈັນທະບູລີ ນະຄອນຫລວງວຽງຈັນ, ໄດ້ເປີດນຳໃຊ້ການເກັບ ລາຍຮັບ ຈາກສ່ວຍສາອາກອນ ດ້ວຍລະບົບເອເລັກໂຕຣນິກ ແລະ ການມອບອາກອນຜ່ານປ່ອງບໍລິ ການ ATMແລະ ຜ່ານລະບົບ Mobile Bankingຂອງທະນາຄານພັດທະນາລາວ ໃນວັນທີ 24 ສິງຫາ 2017 ເພື່ອຄວາມໂປ່ງໃສ ສາມາດກວດສອບໄດ້ ການຈັດຕັ້ງປະຕິບັດໜ້າ ທີ່ວິຊາສະເພາະຂອງພະນັກງານຂະແໜງການເງິນ.
ທ່ານ ນາງ ໄຊສົມບັດ ວົງພັກດີ ຫົວໜ້າຫ້ອງການ-ການເງິນ ເມືອງຈັນທະບູລີ ກ່າວວ່າ: ເມືອງຈັນທະບູລີ ເປັນເມືອງທໍາອິດ ທີ່ໄດ້ມີການເປີດນໍາໃຊ້ການຄຸ້ມຄອງ ຈັດເກັບລາຍຮັບສ່ວຍສາອາກອນດ້ວຍລະບົບເອເລັກໂຕຣນິກ ແລະ ການມອບລາຍຮັບສ່ວຍສາອາກອນ ຜ່ານລະບົບທະນາຄານ, ລະບົບດັ່ງກ່າວເອີ້ນວ່າ GFIS ເຊິ່ງໄດ້ມີການເລີ່ມທົດລອງນໍາໃຊ້ ທຳອິດທີ່ຕະຫລາດເຊົ້າຊ໊ອບປີງມໍ ໃນເດືອນມີນາ 2012, ຕໍ່ມາໃນເດືອນເມສາ ປີດຽວກັນ ພະແນກສ່ວຍສາອາກອນໄດ້ ນຳໃຊ້ລະບົບດັ່ງກ່າວ ເຂົ້າໃນການຄຸ້ມຄອງວິສາຫະກິດ ທີ່ຂຶ້ນກັບການຄຸ້ມຄອງ, ອອກທະບຽນອາກອນຢູ່ນະຄອນຫລວງ ວຽງຈັນ (ບໍ່ລວມເອົາຂັ້ນເມືອງ) ໄດ້ຮັບຜົນສຳເລັດເປັນທີ່ຮຽບຮ້ອຍທີ່ໜ້າພໍ່ໃຈ ເຮັດໃຫ້ສອງຂະແໜງ ການຄື: ສ່ວຍສາອາກອນ ແລະ ຄັງເງິນ ປະຈຳນະຄອນຫລວງສາມາດໄລ່ລຽງລາຍຮັບໄດ້ທັນທີ ແລະ ມີການກວດກາ ເຊິ່ງກັນ ແລະ ກັນ.
ທ່ານ ຫົວໜ້າຫ້ອງການ-ການເງິນ ເມືອງຈັນທະບູລີ ກ່າວຕື່ມວ່າ: ການນຳໃຊ້ລະບົບດັ່ງກ່າວ, ຈະໄດ້ເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 1 ກັນຍາ 2017 ເປັນຕົ້ນໄປ ເຊິ່ງຈະຊ່ວຍໃຫ້ການສະຫລຸບ ລາຍງານສະດວກສະບາຍ, ການສ້າງແຜນ ລາຍງານມີຄວາມຊັດເຈນ, ທີ່ສໍາຄັນຊ່ວຍປັບປຸງແຜນວິທີ ເຮັດວຽກ ເພີ່ມປະສິດທິພາບ ໃນການຄຸ້ມຄອງເກັບລາຍຮັບ, ທັງມີຄວາມໂປ່ງໃສ, ຍຸຕິທຳ ແລະ ສາມາດກວດສອບໄດ້ ລະຫວ່າງໜ່ວຍງານສ່ວຍສາອາກອນ, ຄັງເງິນແຫ່ງຊາດປະ ຈໍາເມືອງ, ນອກຈາກ ນີ້ ຍັງສາມາດກວດກາລາຍຮັບໄດ້ ເປັນນາທີຕໍ່ນາທີ ແລະ ການສະຫລຸບລາຍງານຂັ້ນເທິງ ໄດ້ສະດວກ ວ່ອງໄວກວ່າເກົ່າ. ພ້ອມດຽວກັນນັ້ນ, ຍັງສ້າງຄວາມສະດວກໃຫ້ຜູ້ປະກອບການ ສາມາດໂອນເງິນ, ມອບເງິນສົດເຂົ້າບັນ ຊີທະນາຄານທຸລະກິດ ທີ່ຄັງເງິນແຫ່ງຊາດ ປະຈໍາເມືອງເປີດໄວ້ ໂດຍບໍ່ຈໍາເປັນ ຕ້ອງເອົາເງິນສົດມາມອບ ຢູ່ຄັງເງິນແຫ່ງຊາດປະຈໍາເມືອງ.
ນອກນັ້ນ, ການກວດກາໜີ້ຄ້າງມອບ ແລະ ຫົວໜ່ວຍທີ່ມາມອບ ແຕ່ລະປະເພດອາກອນ ແມ່ນສາມາດເຫັນໄດ້ ໃນແຕ່ລະມື້, ອາທິດ, ເດືອນ ແລະ ໝົດປີການຄຸ້ມເກັບລາຍຮັບ ດ້ວຍລະບົບ GFIS ສາມາດຄຸ້ມຄອງ ຕິດຕາມການ ເກັບລາຍຮັບສ່ວຍສາອາກອນ ໄດ້ທຸກແຫລ່ງລາຍຮັບ, ມີຄວາມໂປ່ງໃສ, ຍຸຕິທໍາ. ຄຽງຄູ່ກັນນີ້, ບັນດາຜູ້ປະກອບ, ນັກທຸລະກິດ, ພໍ່ຄ້າຊາວຂາຍພາຍ ໃນເມືອງ ຈັນທະບູລີ ຍັງສາມາດມອບອາກອນ ເຊັ່ນ: ອາກອນເງິນເດືອນ, ອາກອນມອບເໝົາ, ອາກອນຊົມໃຊ້, ອາກອນກຳລັງ, ອາກອນມູນຄ່າເພີ່ມຈາກການຂາຍ, ອາກອນມູນຄ່າເພີ່ມຈາກການບໍລິການ, ໃບສັ່ງມອບຜ່ານລະບົບທະນາຄານ ຊຶ່ງສາມາດຊຳລະໄດ້ 3 ຊ່ອງທາງ ຄື: ຜ່ານປ່ອງບໍລິການ (Teller service), ຜ່ານຕູ້ ATM ຂອງທະນາ ຄານພັດທະນາລາວ (ATM) ແລະ ຜ່ານລະບົບ Mobile Banking ຂອງທະນາຄານພັດທະນາລາວ. ຂ່າວ: ກະຊວງການເງິນ ເນື້ອໃນ: ຂປລ
No comments