ຮອງນາຍົກລັດຖະມົນຕີ ຕ້ອນຮັບປະທານສະມາຄົມ ນັກທຸລະກິດ ສິງກະໂປ


ຂປລ. ​ໃນ​ວັນ​ທີ 30 ສິງຫາ 2017 ທີ່​ສຳນັກງານ​ນາຍົກລັດຖະມົນຕີ, ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີ​ ​ໄດ້​ໃຫ້ກຽດຕ້ອນຮັບການ​ເຂົ້າຢ້ຽມຂ່ຳນັບ​ ຂອງ ທ່ານ ​ເຄີ​ດ ວີ ປະ​ທານ​ສະມາຄົມ​ນັກທຸ​ລະ​ກິດ​ຂະ​ໜ້ອຍ ​ແລະ ຂະໜາດ​ກາງ ຂອງ​ປະ​ເທດ​ ສິງກະ​ໂປ, ພ້ອມ​ດ້ວຍ​ຄະນະ ​ໃນ​ໂອກາດ​ທີ່​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ ຢູ່ ສປປ ລາວ, ​ເຊິ່ງນຳພາ​ຄະນະ​ ໂດຍ​ທ່ານ ໂດມີນິກໂກ ເອກອັກຄະລັດຖະທູດ ສິງກະໂປ ປະຈຳ ສປປ ລາວ.

 ​ໃນ​ໂອ​ກາດ​ດັ່ງກ່າວ, ທ່ານ ສອນ​ໄຊ ສີ​ພັນ​ດອນ ກໍໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ, ຍິນ​ດີ​ຕ້ອນຮັບ ​ແລະ ຕີ​ລາຄາ​ສູງຕໍ່​ ທ່ານ ໂດມີນິກໂກ ທີ່​ໄດ້​ນຳພາ​​ຄະນະມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ ​ໃນ​ຄັ້ງ​ນີ້, ເຊິ່ງເປັນການປະກອບສ່ວນ ອັນສຳຄັນ ເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມື ​ໃນ​ຂະ​ແໜງ​ ການ​ລົງທຶນ​ເຮັດ​ທຸລະ​ກິດ​ຂອງ ລາວ-ສິງກະ​ໂປ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນງອກ​ງາມຍິ່ງໆຂຶ້ນໃນອະນາຄົດ. ພ້ອມ​ດຽວ​ກັນ​ນີ້, ​ທ່ານ ໂດມີນິກໂກ ກໍໄດ້ສະແດງຄວາມຂອບອົກ​ຂອບໃຈ ຕໍ່ ທ່ານ ສອນ​ໄຊ ສີ​ພັນດອນ ທີ່ໄດ້ສະຫລະເວລາອັນມີຄ່າ ໃຫ້ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງແຈ້ງຈຸດປະສົງຂອງ ການເດີນທາງມາ ສປປ ລາວ ໃນຄັ້ງນີ້ ຂອງ​ຄະນະ ໃຫ້ ທ່ານ ສອນ​ໄຊ ສີ​ພັນ​ດອນ ຊາບຕື່ມອີກ.

 ຂ່າວ: ສົມ​ຫວັງ ພາບ: ​ເກດສະໜາ
 ເນື້ອໃນ: ຂປລ

No comments

Theme images by compassandcamera. Powered by Blogger.