ມວຍລາວ ທອງບາງ ເຊື້ອພົມ ເສຍແບບຄ້ານສາຍຕາ
ປະທານສະຫະພັນມວຍແຫ່ງຊາດລາວ ສະແດງຄວາມຜິດຫວັງກັບຄຳຕັດສິນຂອງກຳມະການຈັດການແຂ່ງຂັນມວຍລາວ ໃນງານມະຫະກຳກີລາຊີເກມ ຄັ້ງທີ 29 ຫຼື ກົວລາລຳເປີ ເກມ ຫຼັງຈາກ ທອງບາງ ເຊື້ອພົມ ນັກກີລາມວຍທີມຊາດລາວ ຂຶ້ນສັງວຽນຟາດຄາງກັບນັກຊົກໄທ ໃນ 3 ຍົກ ລາວໄດ້ຄະແນນ ເຕັມ 10 ຢ່າງຈະແຈ້ງ ແຕ່ສຸດທ້າຍ ຍົກມືໃຫ້ ສຸລະໄຊ ນັກຊົກໄທ ເປັນຝ່າຍເອົາຊະນະ 29-28 ຄະແນນ.
ການແຂ່ງຂັນມວຍລາວ ໃນ ກົວລາລຳເປີ ເກມ ຮອບຮອງຊະນະເລີດ ໃນຄັ້ງນີ້ ໄດ້ມີຂຶ້ນວັນທີ 28 ສິງຫາ ຜ່ານມາ ສຳລັບນັກຊົກມວຍລາວ ໄດ້ຜ່ານເຂົ້າໄປຊີງຫຼຽນເງິນເຖິງ 2 ຮຸ່ນ ຈາກ ທ້າວ ທອງບາງ ເຊື້ອພົມ ຫຼື ລາຍເພັດນ້ອຍ ປກສ ຮຸ່ນນ້ຳໜັກ 54 ກິໂລກຣາມ ພົບກັບ ສຸລະໄຊ ນັກທາ ນັກຊົກໄທ ແລະ ລາດຊະສັກ ສຸລິຍະວົງ ຫຼື ເຈົ້າສອງເມືອງ (ສິງໃຫຍ່) ຈາກແຂວງຈຳປາສັກ ພົບກັບ ສົມໃຈຍັບ ມານາ ຈາກໄທ ຮຸ່ນນ້ຳໜັກ 67 ກິໂລກຣາມ.
ສຳລັບຜົນການແຂ່ງຂັນ ຄູ່ລະຫວ່າງ ທອງບາງ ເຊື້ອພົມ ພົບກັບ ສຸລະໄຊ ນັກຊົກໄທ ໃນ 3 ຍົກ ທອງບາງ ປ່ອຍອາວຸດຕີໃສ່ ສຸລະໄຊ ຢ່າງຄົບເຄື່ອງ ແລະ ເຂົ້າເປົ້າໄດ້ຊັດເຈນ ແລະ ຈະແຈ້ງ ທັງເຕະ ສອກ ຢັນ ໝັດ ແລະ ເຂົ່າ ຈົນເຮັດໃຫ້ ສຸລະໄຊ ລົ້ມລຸກຄຸກຄານໄປ ໂດຍສະເພາະໃນຍຸກທີ 2 ທອງບາງ ເຊື້ອພົມ ເຈາະຢາງນັກມວຍໄທຈົນເສຍຊົງ ລົ້ມລົງໄປນອນກອງກັບພື້ນ 4-5 ຄັ້ງ ແຕ່ສຸດທ້າຍ ຄະນະຮັບຜິດຊອບ ກໍ່ຄື ກຳມະການຕັດສິນ ຂອງສະຫະພັນມວຍໄທໂລກ ຍົກມືໃຫ້ ນັກຊົກໄທ ໄດ້ຊະນະ 29-28 ຄະແນນ ໄປແບບຄ້ານສາຍຕາຊາວອາຊຽນ ໂດຍສະເພາະກອງເຊຍລາວ ແລະ ມາເລເຊຍ ສົ່ງຜົນໃຫ້ນັກຊົກໄທ ໄດ້ຜ່ານເຂົ້າຊີງຫຼຽນຄຳ ກັບນັກຊົກເຈົ້າ ມາເລເຊຍ.
ຕໍ່ເຫດການດັ່ງກ່າວ ເຮັດໃຫ້ ທ່ານ ສາຍສະໜອນ ໄຊຍະສອນ ປະທານສະຫະພັນມວຍລາວແຫ່ງຊາດ ພ້ອມດ້ວຍຄູເຝິກ ແລະ ນັກກີລາທີມຊາດລາວ ບໍ່ພໍໃຈຕໍ່ຄຳຕັດສິນຂອງກຳມະການ ຈົນເປັນເຫດໃຫ້ເສຍຄວາມຮູ້ສຶກ ແລະ ຫຼັ່ງນ້ຳຕາດ້ວຍຄວາມເຈັບປວດ ຍ້ອນຄືແນວນັ້ນ ຄູ່ຕໍ່ໄປ ເຊິ່ງເປັນອີກນັກຊົກມວຍລາວ ກໍ່ຄື ລາດຊະສັກ ສຸລິຍະວົງ ໝົດກຳລັງໃຈ ກໍ່ຂຶ້ນຕີພໍໃຫ້ແລ້ວ ແລະ ກໍ່ເປັນໄປຕາມຄາດ ນັກຊົກໄທ ຊະນະ ຄະແນນ 30-27 ຄະແນນ.
No comments