ສ. ອາເມລິກາ ຈະອອກຈາກຂໍ້ຕົກລົງການຄ້າເສລີອາເມລິກາເໜືອ
ຂປລ.ຕາມຂ່າວ ຕ່າງປະເທດ, ວັນທີ 23 ສິງຫາ ປີນີ້, ທ່ານ ໂດໂນ ທຣຳ, ປະທານາ ທິບໍດີ ສ.ອາເມລິກາ ອາດຈະ ຖອນອອກຈາກ ຂໍ້ຕົກລົງ ເຂດການ ຄ້າເສລີ ອາເມລິກາ ເໜືອ(ນາຟຕາ)ທີ່ເຮັດໄວ້ ກັບ ເມັກຊິກ ແລະ ການາດາ ພາຍຫລັງ ການເຈລະຈາ ທັງສາມຝ່າຍ ຍັງບໍ່ບັນລຸ ຜົນຕາມ ເປົ້າໝາຍ ກຳນົດໄວ້. ຂະນະທີ່ ເມັກຊິກ ຈະຍັງຄົງ ຈຸດຢືນເດີມ ແລະ ຢືດຫລັກ ຜົນປະໂຫຍດ ແຫ່ງຊາດ ໃນການເຈລະຈາ ດັ່ງກ່າວ ທີ່ຈະຈັດຂຶ້ນ ໃນລະຫວ່າງ ວັນທີ 1-5 ກັນຍາ ປີນີ້./.
No comments