3ຄາດໝາຍ ແລະ 5 ແຜນວຽກເພື່ອຮັບປະກັນໃນການເປັນເຈົ້າພາບທີດີຕ້ອນຮັບແຂກບ້ານແຂກເມືອງ.
ເພື່ອເຮັດສຳເລັດໜ້າທີ່ໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດຜູ້ນຳອາຊຽນຄັ້ງທີ 28-29, ກອງປະຊຸມປີ້ນອ້ອມອື່ນໆ ທີ່ ສປປ ລາວ ແລະ ກອງປະຊຸມບັນດາເຈົ້າຄອງອາຊຽນຄັ້ງທີ 4, ທີ່ນະຄອນຫຼວງວຽງຈັນໄດ້ຮັບກຽດເປັນເຈົ້າ ພາບ.
ຕ້ອງຮັບປະກັນໃຫ້ມີຄວາມສະຫງົບທາງດ້ານການເມືອງ:ໝາຍວ່າບໍ່ໃຫ້ມີເຫດການການເມືອງທີ່ບໍ່ດີເກີດຂື້ນຖ້າຫາກເກີດຂື້ນກໍ່ ຕ້ອງສຸມໃສ່ແກ້ໄຂໃຫ້ໄວ ແລະ ທັນເຫດການ..
ຕ້ອງຮັບປະກັນຄວາມປອດໄພ ແລະ ຄວາມສະດວກສະບາຍໃຫ້ກັບຄະນະຜູ້ແທນ ແລະ ແຂກຄົນທີ່ເຂົ້າມາຢ້ຽມຢາມ ສປປ ລາວ ແລະ ນະຄອນຫຼວງວຽງຈັນຂອງພວກເຮົາ..
ຕ້ອງມີມະນຸດສຳພັນທີ່ດີ, ມີຈິດໃຈເອື້ອເຟື້ອເພື່ອແຜ່ຕໍ່ແຂກຕໍ່ຄົນ.
ເພື່ອຢາກໃຫ້ບັນລຸໄດ້ 3 ຄາດໝາຍນັ້ນ ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນນະຄອນຫຼວງວຽງຈັນ ຕ້ອງສຸມໃສປະຕິບັດ 5 ແຜກວຽກດັ່ງນີ້:.
1. ກະກຽມຄວາມພ້ອມດ້ານແນວຄິດຈິດໃຈຂອງພະນັກງານ ແລະ ປະຊາຊົນຊາວນະຄອນຫຼວງວຽງຈັນ, ໝາຍຄວາມວ່າ: ທຸກຄົນຕ້ອງຮັບຮູ້ເຂົ້າໃຈຢ່າງເລີກເຊິ່ງໃນຄວາມໝາຍຄວາມສຳຄັນຂອງກອງປະຊຸມດັ່ງກ່າວ, ພ້ອມກັນນັ້ນກໍ່ຕ້ອງຫັນ ພະນັກງານລົງກໍ່ສ້າງຮາກຖານການເມືອງກັບທີ່, ເພື່ອກຳແໜ້ນສະພາບການຂອງກຸ່ມ ຄົນທີ່ບໍ່ຫວັງ ດີ, ພ້ອມທັງປຸກລະດົມປະຊາຊົນໃຫ້ມີສ່ວນໃນທຸກຂະບວນການຂອງບ້ານທີ່ຕົນສັງກັດຢູ່..
2. ແຜນວຽກປ້ອງກັນຄວາມສະຫງົບສຸກ(ສໍສະຫງົບ) ຕ້ອງປະຕິບັດໃຫ້ໄດ້ 8 ໜ້າວຽກຕົ້ນຕໍ:.
.
• ໜ້າວຽກຮັກສາຄວາມສະຫງົບທາງດ້ານການເມືອງ..
• ໜ້າວຽກຄຸ້ມຄອງການເຂົ້າ-ອອກດ່ານ ແລະ ຄຸ້ມຄອງຄົນຕ່າງປະເທດ..
• ໜ້າວຽກຄຸ້ມຄອງການທ່ອງທ່ຽວ, ຄຸ້ມຄອງເຮືອນພັກ, ໂຮງແຮມ, ຮ້ານອາຫານ, ຮ້ານບັນເທີງຄາລາໂອເກະ ແລະ ອາພາດເມັນ..
• ໜ້າວຽກແກ້ໄຂອາດສະຍາກຳທາງອາຍາ..
• ໜ້າວຽກຄຸ້ມຄອງການສັນຈອນ, ແກ້ໄຂກຸ່ມແກ້ງກວນເມືອງ ແລະ ແກ້ໄຂລົດບໍ່ຖືກຕ້ອງ..
• ໜ້າວຽກຄຸ້ມຄອງສະກັດກັ້ນ ແລະ ຕ້ານອັກຄີໄພ..
• ໜ້າວຽກໂຄງການວຽງຈັນປອດຢາເສບຕິດ..
• ໜ້າວຽກການຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ແກ້ໄຂຄົນເລ້ລ້ອນ, ຄົນຂໍທານ..
3. ແຜນວຽກປະດັບປະດາ, ອານາໄມຕົວເມືອງ ແລະ ຊານເມືອງ, ໃນແຜນວຽກດັ່ງກ່າວຕ້ອງເອົາໃຈໃສ່ 8 ສະອາດ:.
• ຖະໜົນຫົນທາງສະອາດ..
• ເຄຫາສະຖານສະອາດ..
• ນ້ຳສະອາດໝາຍເຖີງນ້ຳດື່ມ, ນັບທັງຮ່ອງລະບາຍນ້ຳຕາມແຄມຖະໜົນ, ໜອງພັກນ້ຳ..
• ຍານພາຫະນະຂົນສົ່ງສະອາດ..
• ໂຮງຈັກ, ໂຮງຊ່າງ, ໂຮງງານສະອາດ ບໍ່ສົ່ງມົນລະພິດ, ສານເຄມີຕົກຄ້າງ, ບໍ່ສົ່ງຄວັນ, ບໍ່ມີກີ່ນ ແລະ ສຽງດັງເກີນກຳນົດ..
• ສະທາລະນະປະໂຫຍດສະອາດ-ໝາຍເຖິງສວນສາທາລະນະ, ສວນອາຫານ, ສະຖານນີລົດເມ, ສະຖານທີ່ຈອດລົດປະຈຳທາງ, ໂຮງລະຄອນ, ສະໂມສອນ, ຫໍວັດທະນະທຳ, ສະໜາມບິນ..
• ທ້ອງຟ້າວຽງຈັນສົດໃສ..
• ການບໍລິໂພກອາຫານສະອາດ..
• ແຜນວຽກຈັດສັນຄວາມເປັນລະບຽບຮຽບຮ້ອຍຢູ່ໃນຕົວເມືອງ ແລະ ຊານເມືອງ ພວກເຮົາຄວນເອົາໃຈໃສການຈັດສັນບັນດາຕະຫຼາດທີ່ມີຄວາມາສັບສົນ, ແອອັດ ແລະ ເຂດຊຸມຊົນຕ່າງໆໃຫ້ມີຄວາມເປັນລະບຽບ ຮຽບຮ້ອຍຕາມທີໄດ້ ກຳນົດໄວ້ໃນກົດໝາຍຜັງເມືອງ ແລະ ລະບຽບການຕ່າງໆທີ່ກ່ຽວຂ້ອງ..
• ແຜນວຽກປັບປຸງການບໍລິການຮັບໃຊ້ຄະນະຜູ້ແທນທີ່ເຂົ້າມາຮ່ວມກອງປະຊຸມສຸດຍອດຜູ້ນຳອາຊຽນຄັ້ງທີ 28-29 ແລະ ກອງປະຊຸມບັນດາເຈົ້າຄອງອາຊຽນຄັ້ງທີ 4, ພວກເຮົາຕ້ອງເອົາໃຈໃສຄອດການບໍລິການເປັນຕົ້ນທີພັກ, ໂຮງແຮມ, ຮ້ານອາຫານຕ່າງໆ ຕ້ອງຮັບປະກັນໃຫ້ໄດ້ມາດຕະຖານດ້ານການບໍລິການ ແລະ ຄຸນນະພາບ..
No comments