ອີຊູຊຸ ຈັດຄາລາວານ ສົ່ງເສີມການທ່ອງທ່ຽວ ນະຄອນຫລວງ-ວັງວຽງ


ຂປລ. ເມື່ອບໍ່ດົນມານີ້, ບໍລິສັດ ຕຣີເພັດ ອີຊູຊຸເຊວສ໌ ຈຳກັດ ໄດ້ຈັດກິດຈະກຳ ອີຊູຊຸ ຄາລາວານ ທ່ອງທ່ຽວເສັ້ນທາງ 13 ​ເໜືອນະຄອນຫລວງວຽງຈັນ-ວັງວຽງ ​ແຂວງ​ວຽງຈັນ ​ໄລຍະ​ທາງ​ປະມານ 150 ກິ​ໂລ​ແມັດ ເພື່ອຊຸກຍູ້ສົ່ງເສີມການທ່ອງ ທ່ຽວພາຍໃນປະເທດ ໃຫ້ໄດ້ຮັບການພັດທະນາ ທັງເປັນການໂຄສະນາ, ເຜີຍແຜ່ສະຖານທີ່ທ່ອງທ່ຽວ ທາງທຳມະຊາດ ໃຫ້ສັງຄົມທັງພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້ຢ່າງກວ້າງຂວາງ ເຊິ່ງໄດ້ຮັບການຕອບຮັບເປັນຢ່າງດີ ຈາກຜູ້ໃຊ້ລົດອີຊູຊຸ ໂດຍ ມີລົດເຂົ້າຮ່ວມຫລາຍກວ່າ 30 ຄັນ.

ກິດຈະກຳ “ອີຊູຊຸ ຄາລາວານທ່ອງທ່ຽວ” ໃນຄັ້ງນີ້, ນອກຈາກ​ຈະ​ເປັນ​ການ​ຊຸກຍູ້​ສົ່ງ​ເສີມ​ການທ່ອງທ່ຽວ ​ພາຍ​ໃນ​ປະ​ເທດ​ແລ້ວ ຍັງ​ເປັນ​ການຮຽນຮູ້ເຕັກນິກການຂັບລົດ ຢ່າງຖືກຕ້ອງ ທັງໃຫ້ປະຢັດນ້ຳມັນ ແລະ ປອດໄພຍິ່ງຂຶ້ນ ຕາມແບບສະບັບຂອງອີຊູຊຸ. ການຈັດ​ກິດຈະກຳເດີນທາງຈາກ ນະຄອນຫລວງວຽງຈັນ ສູ່ເມືອງວັງວຽງຄັ້ງ​ນີ້, ອີຊູຊຸ ໄດ້ພາລູກຄ້າຄາລາວານໄປທ່ຽວ​ຊົມຖ້ຳຈັງ ເຊິ່ງຖື ວ່າເປັນຖ້ຳທີ່ສວຍງາມແຫ່ງໜຶ່ງ ຂອງເມືອງວັງວຽງ; ນອກ​ນັ້ນ​, ຍັງ​ໄດ້​ທ່ຽວ​ຊົມຖ້ຳຊ້າງ ກໍ​ເປັນ​ອີກ​ຖ້ຳ​ມະຫັດສະຈັນ​ແຫ່ງໜຶ່ງ ພາຍໃນມີຫີນງອກຫີນຍ້ອຍ ປາກົດເປັນຮູບຊ້າງໃຫ້ເຫັນເດັ່ນຊັດ, ຍັງມີພະພຸດທະຮູບ ແລະ ສິ່ງສັກສິດ ໃຫ້ລູກຄ້າໄດ້ເຂົ້າໄປສັກກາລະ ເພື່ອຄວາມເປັນສີລິມົງຄຸນ ພ້ອມ​ດຽວ​ກັນ​ນັ້ນ, ລູກ​ຄ້າຄາລາວານ ຍັງໄດ້ຮ່ວມກັນແບ່ງປັນຄວາມສຸກມອບສິ່ງຂອງ ໃຫ້ແກ່ນ້ອງໆ ນັກຮຽນໂຮງ ຮຽນຕ່າງໆອີກດ້ວຍ.
ກຸ່ມບໍລິສັດຕຣີເພັດ ໄດ້ເລີ່ມບຸກຕະຫລາດລົດຍົນໃນ ສປປ ລາວ ຄັ້ງທຳອິດ ໃນປີ 2016 ພາຍໃຕ້ນະໂຍບາຍທີ່ເນັ້ນ ສ້າງຄວາມເປັນເລີດ ໃຫ້ກັບແບຣນອີຊູຊຸໃນລາວ ດ້ວຍການຍົກລະດັບມາດຕະຖານ ການດຳເນີນງານຂອງຜູ້ຈຳໜ່າຍອີຊູຊຸ ທັງດ້ານການຂາຍ ແລະ ການບໍລິການ ຫລັງການຂາຍ ການຍົກລະດັບຄວາມຮູ້ ຄວາມສາມາດຂອງບຸກຄະລາກອນ ​ເຮັດລູກຄ້າໄດ້ຮັບລົດ ທີ່ມີຄຸນນະພາບ ​ແລະ ຄຸ້ມຄ່າກັບເງິນ./.
ເນື້ອໃນ: ຂປລ

No comments

Theme images by compassandcamera. Powered by Blogger.