ມວນຊົນໜຶ່ງພັນກວ່າຄົນ ເຂົ້າຮ່ວມບໍລິຈາກເລືອດ
ທ່ານ ສອນທະນູ ທຳມະວົງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ເຜີຍວ່າ: ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ປຸກລະດົມຂົນຂວາຍ ແລະ ຮຽກຮ້ອງໃຫ້ບັນດາຊາວໜຸ່ມແຕ່ລະພາກສ່ວນ ເຂົ້າຮ່ວມບໍລິຈາກເລືອດແບບສະໝັກໃຈ ໂດຍບໍ່ຮຽກຮ້ອງສິ່ງຕອບແທນ ປະກອບສ່ວນຊ່ວຍເຫຼືອສັງຄົມ ເພື່ອສະແດງເຖິງຄວາມສາມັກຄີປອງດອງທົ່ວປວງຊົນທັງຊາດ ແຕ່ເຖິງຢ່າງໃດກໍ່ຕາມ ໃນເງື່ອນໄຂສັງຄົມປັດຈຸບັນ ຍັງມີຄວາມຕ້ອງການເລືອດນັບມື້ນັບຫຼາຍຂຶ້ນ ເຊິ່ງມີບາງໄລຍະຢູ່ສູນບໍລິຈາກເລືອດກໍ່ມີເລືອດຈຳກັດ ບໍ່ສາມາດຕອບສະໜອງໃຫ້ຄົນເຈັບໄດ້ ເປັນຕົ້ນແມ່ນໄລຍະໄພພິບັດ ເກີດອຸບັດຕິເຫດໃຫຍ່ ແລະ ອື່ນໆ.
ການບໍລິຈາກເລືອດດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 15 ສິງຫາ 2017 ທີ່ສູນເຝິກອົບຮົມສູນກາງແນວລາວສ້າງຊາດ ໂດຍການເຂົ້າຮ່ວມຂອງທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາງສ້າງຊາດ ທ່ານ ຄຳໃບ ດຳລັດ ຮອງປະທານສູນກາງແນວລາວສ້າງຊາດ ທັງເປັນຫົວໜ້າຄະນະຮັບຜິດຊອບການສະເຫຼີມສະຫຼອງ ວັນສ້າງຕັ້ງແນວລາງສ້າງຊາດ ຄົບຮອບ 67 ປີ ພ້ອມດ້ວຍບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ນະຄອນຫຼວງເຂົ້າຮ່ວມ.
ເນື້ອໃນ: ໜັງສືພີມ ວຽງຈັນໃຫມ່
ໃຫ້ຂ່າວໂດຍ: ນໍ້າສອງສີ
No comments