ລາວ ໂຕໂຍຕ້າ ຄອງຂັນ ລາວ ພຣີເມຍ ລີກ ສະໄໝທີ 2
ສະໂມສອນ ລາວ ໂຕໂຍຕ້າ ເອັຟຊີ ລົງສະໜາມນັດສຸດທ້າຍ ຍັງສ້າງຜົນງານໄດ້ຢ່າງໂດດເດັ່ນຕໍ່ເນື່ອງ ຫຼັງສາມາດບຸກໄປຖະຫຼົ່ມ ສະໂມສອນ ດີເຄ ເອັຟຊີ ໄດ້ເຖິງຖິ່ນ 6-2 ປະຕູ ຍາດໄດ້ຂັນຊະນະເລີດ ໃນການແຂ່ງຂັນເຕະບານ ລາວ ພຣີເມຍ ລີກ 2017 ໄປຄອງໄດ້ຢ່າງຍິ່ງໃຫຍ່ ແລະ ກໍ່ເປັນຂັນຊະນະເລີດສະໄໝທີ 2 ຂອງສະໂມສອນ ພ້ອມຮັບເງິນລາງວັນ 300 ລ້ານກີບ.
ການແຂ່ງຂັນເຕະບານ ລາວ ພຣີເມຍ ລີກ 2017 ນັດສຸດທ້າຍຂອງສະໂມສອນ ລາວ ໂຕໂຢຕ້າ ເອັຟຊີ ທີມນຳຕາຕະລາງ ຈັດຂຶ້ນເມື່ອວັນທີ 29 ກໍລະກົດ 2017 ຜ່ານມາ ທີ່ສະໜາມເຈົ້າອານຸວົງ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບຂັນລາງວັນຂອງທ່ານ ສົມພູ ພົງສາ ຜູ້ຊ່ວຍລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ທັງເປັນຮອງປະທານ ແລະ ເລຂາທິການຄະນະກຳມະການໂອແລມປິກແຫ່ງຊາດ ມີຫົວໜ້າກົມກີລາລະດັບສູງ ກະຊວງ ສສກ ທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດ ແລະ ທ່ານ ເຂັມຊາດ ພິລາພັນເດຊ ປະທານສະໂມສອນ ລາວ ໂຕໂຍຕ້າ ເອັຟຊີ ພ້ອມດ້ວຍຄະນະນຳ ຄູເຝິກ ແລະ ນັກກີລາ ຕະຫຼອດຮອດກອງເຊຍບານເຂົ້າຮ່ວມ.
ສະຫຼຸບຕາຕະລາງ ອັນດັບ 1 ສະໂມສອນ ລາວ ໂຕໂຍຕ້າ ເອັຟຊີ ມີ 37 ຄະແນນ ອັນດັບ 2 ປກສ ມີ 26 ຄະແນນ (ຍັງເຫຼືອການແຂ່ງຂັນອີກ 1 ນັດ) ອັນດັບ 3 ມຊ ມີ 25 ຄະແນນ (ຍັງເຫຼືອການແຂ່ງຂັນອີກ 1 ນັດ) ອັນດັບ 4 ດີເຄ ມີ 20 ຄະແນນ ອັນດັບ 5 ທິບ ສະຫວັນ ມີ 17 ຄະແນນ (ຍັງເຫຼືອການແຂ່ງຂັນອີກ 1 ນັດ) ອັນດັບ 6 ສະຫວັນ ຢູໄນເຕັດ ມີ 14 ຄະແນນ (ຍັງເຫຼືອການແຂ່ງຂັນອີກ 1 ນັດ) ອັນດັບ 7 ນະຄອນຫຼວງ ຢູໄນເຕັດ ມີ 10 ຄະແນນ ແລະ ອັນດັບ 8 ໄອດີຊີ ຈຳປາສັກ ຢູໄນເຕັດ ມີ 6 ຄະແນນ.
ເນື້ອໃນ: ໜັງສືພີມ ວຽງຈັນໃໝ່
ໃຫ້ຂ່າວໂດຍ: ນໍ້າສອງສີ
ໃຫ້ຂ່າວໂດຍ: ນໍ້າສອງສີ
No comments