ຮອງນາຍົກລັດຖະມົນຕີ ຕ້ອນຮັບ ປະທານສະພາການຄ້າ ເມືອງຄາວາສະກິ
ຂປລ. ໃນວັນທີ 22 ສິງຫາ 2017 ນີ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງ ທ່ານ Osamitsu YAMADA ປະທານສະພາການຄ້າ ແລະ ອຸດສາຫະກຳ ເມືອງ ຄາວາສະກິ ປະເທດຍີ່ປຸ່ນ, ພ້ອມດ້ວຍຄະນະ ໃນໂອ ກາດເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານ ສົມດີ ດວງດີ ໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ທ່ານ Osamitsu YAMADA ທີ່ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການ ປະກອບສ່ວນອັນສຳຄັນ ເຂົ້າໃນ ການເສີມຂະຫຍາຍ ການພົວພັນຮ່ວມມື ໃນທຸກຂະແໜງການ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນ ງອກງາມຍິ່ງໆຂຶ້ນ ໃນອະນາຄົດ.
ພ້ອມດຽວກັນນີ້, ທ່ານ Osamitsu YAMADA ກໍໄດ້ສະແດງ ຄວາມຂອບອົກຂອບໃຈ ຕໍ່ ທ່ານ ສົມດີ ດວງດີ ທີ່ໄດ້ສະຫລະ ເວລາອັນມີຄ່າ ໃຫ້ການຕ້ອນຮັບ ອັນອົບອຸ່ນໃນຄັ້ງນີ້, ພ້ອມທັງແຈ້ງຈຸດປະສົງ ຂອງການເດີນທາງມາ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານ ສົມດີ ດວງດີ ຊາບຕື່ມອີກ.
ຂ່າວ: ວິໄລສັກ, ພາບ: ຫວາດເນື້ອໃນ: ຂປລ
ຂ່າວ: ວິໄລສັກ, ພາບ: ຫວາດເນື້ອໃນ: ຂປລ
No comments