ນາຍົກລັດຖະມົນຕີ ລົງຊຸກຍູ້ການຜະລິດ ຢູ່ແຂວງເຊກອງ-ສາລະວັນ


ຂປລ. ວັນທີ 20-22 ສິງຫາ ນີ້ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ​ໄດ້ລົງ​ເຄື່ອນ​ໄຫວພົບ​ປະຢ້ຽມຢາມ ແລະ ຊຸກຍູ້ການພະລິດ ຢູ່ແຂວງເຊ​ກອງ​ ແລະ ​ແຂວ​ງສາລະວັນ​ ໂດຍມີ​ການ​ນຳ ​ແລະ ພະນັກງານການນໍາ ຫລັກແຫລ່ງ ຂອງທັງ​ສອງ​ແຂວງ ​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ.
ຢູ່ແຂວງເຊກອງທ່ານນາຍົກລັດຖະມົນຕີທອງລຸນ ສີສຸລິດໄດ້ໃຫ້ກຽດພົບປະແລະໂອ້ລົມພະນັກງານ ການນຳພະນັກງານຫລັກແຫລ່ງຂອງແຂວງໂດຍໄດ້ຮັບຊາບສະພາບລວມ ການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງເຊກອງ ໃນໄລຍະຜ່ານມາຈາກທ່ານຄຳເຜີຍບຸດດາວຽງ ເຈົ້າແຂວງໆເຊກອງເຊິ່ງລະບຸວ່າໃນເດືອນຕົ້ນປີ2017 ລວມຍອດຜະລິດຕະພັນ ພາຍໃນGDP ທົ່ວແຂວງ ເຕີບໂຕສະເລ່ຍ9,1% ລາຍຮັບສະເລ່ຍໃສ່ຫົວຄົນບັນລຸ1.660 ໂດລາສະຫະລັດ ຕໍ່ຄົນຕໍ່ປີການຈັດເກັບລາຍຮັບ ເຂົ້າງົບປະມານ(ລາຍຮັບພາຍໃນແຂວງສາມາດປະຕິບັດ ໄດ້ທັງໝົດ33,17 ຕື້ກີບທຽບໃສ່ແຜນປີເທົ່າກັບ48,08% ແລະທຽບໃສ່ໄລຍະດຽວ ຂອງປີກ່ອນຫລຸດລົງ2,50%. ຂະນະທີ່ການລົງທຶນຂອງລັດ ສະພາອະນຸມັດໃຫ້ແຂວງ ຈັດຕັ້ງປະຕິບັດທັງໝົດ286 ໂຄງການມູນຄ່າເກືອບ4.000 ຕື້ກີບແລະສະພາອະນຸມັດງົບປະມານ ໃນປີ2017 ມູນຄ່າລວມ198 ຕື້ກວ່າກີບປະຕິບັດໄດ້285ໂຄງການສາມາດຢັ້ງຢືນສະເໜີຂໍເບີກຈ່າຍ(ທຶນພາຍໃນ) 107 ໂຄງການ ມູນຄ່າ77,4 ຕື້ກີບທຽບໃສ່ແຜນເທົ່າກັບ63%.
ຄຽງຄູ່ກັນນັ້ນ,ແຂວງຍັງໄດ້ເອົາໃຈໃສ່ພັດທະນາ ດ້ານວັດທະນະທຳ-ສັງຄົມໃນນີ້ເລັ່ງໃສ່ວຽກງານສຶກສາແລະສາທາເປັນຕົ້ນຕໍແນໃສ່ເພື່ອເຮັດໃຫ້ ຕົວເລກຄາດໝາຍທີ່ກຳນົດໄວ້ໃນ ເປົ້າໝາຍສະຫັດສະວັດ ດ້ານການພັດທະນາ ຂອງປະເທດກໍຄື ຂອງແຂວງ ໃຫ້ບັນລຸຜົນສຳເລັດໂດຍໄວແລະອັນທີ່ພົ້ນເດັ່ນ ໃນປັດຈຸບັນ ແມ່ນການປະຕິບັດວຽກງານສ້າງກຳລັງດຳເນີນ ໄປຢ່າງເປັນຂະບວນຟົດຟື້ນທັງນີ້ກໍເພື່ອຮັບປະກັນໃຫ້ ປະຊາຊົນບັນດາເຜົ່າ ມີຊີວິດການເປັນຢູ່ທີ່ດີຂຶ້ນ ເທື່ອລະກ້າວ.
ໂອກາດດຽວກັນທ່ານນາຍົກລັດຖະມົນຕີໄດ້ເນັ້ນໃຫ້ແຂວງເອົາໃຈໃສ່ ສຶກສາອົບຮົມການເມືອງ ນຳພາ ແນວຄິດຊຸກຍູ້ສົ່ງເສີມ ການຜະລິດກະສິກຳ(ປູກຝັງ-ລ້ຽງສັດເປັນສິນຄ້າໄປພ້ອມກັບ ການພັດ ທະນາ ພື້ນຖານໂຄງລ່າງດ້ານຕ່າງໆສຸມໃສ່ແກ້ໄຂຈຸດອ່ອນຂໍ້ຄົງຄ້າງແລະສິ່ງທີ່ເປັນອຸປະສັກ ທ້າທາຍຕໍ່ ການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງໃຫ້ຕົກໄປແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ໃຫ້ຫລຸດໜ້ອຍຖອຍລົງແລະສຳເລັດໂດຍພື້ນຖານໃນປີ2020. ສິ່ງສຳຄັນແຂວງຕ້ອງເອົາໃຈໃສ່ ປະຕິບັດວຽກງານສ້າງສະໜອງເງື່ອນໄຂ ທີ່ຈຳເປັນ ເຂົ້າໃນການຈັດຕັ້ງປະຕິບັດເພື່ອເຮັດໃຫ້ການສ້າງແຂວງ ເປັນຫົວໜ່ວຍ ຍຸດທະສາດສ້າງເມືອງເປັນ ຫົວໜ່ວຍ ເຂັ້ມແຂງຮອບດ້ານແລະສ້າງບ້ານເປັນຫົວໜ່ວຍ ພັດທະນາ ຢູ່ແຂວງເຊກອງ ປະກົດຜົນເປັນຈິງ ໂດຍໄວຕາມຈຸດປະສົງແລະລະດັບຄາດໝາຍທີ່ ພັກ-ລັດ ວາງອອກ.
ສ່ວນຢູ່​ແຂວງ​ສາລະ​ວັນ, ພາຍຫລັງ ທີ່ທ່ານ ທອງລຸນ ສີສຸລິດ ໄດ້ຮັບຟັງສະພາບ ການພັດທະນາເສດຖະກິດສັງຄົມ ຂອງແຂວງແລ້ວທ່ານ ໄດ້ໂອ້ລົມເນັ້ນໃຫ້ ແຂວງສາລະວັນ ເອົາໃຈໃສຢ່າງເຄັ່ງຄັດ ຕໍ່ກັບບັນຫາ ການຈັດຕັ້ງປະຕິບັດມະຕິຄໍາສັ່ງຂອງພັກ-ລັດຖະບານ ໂດຍສະເພາະ ຄໍາສັ່ງເລກທີ15/ນຍ ວ່າດ້ວຍຫ້າມຂຸດຄົ້ນ ແລະ ສົ່ງອອກວັດຖຸດິບໄມ້ ເພື່ອ​ເປັນ​ການຄືນຄວາມອຸດົມສົມບູນ ຂອງຊັບພະຍາກອນທໍາມະຊາດ ໃຫ້ຍືນຍົງໃຫ້ສືບຕໍ່ການປັບປຸງ ປົວແປງພັກ ໃຫ້ລົງເລິກຮອດຮາກຖານ ປະຊາຊົນຢ່າງໜັກແໜ້ນເອົາໃຈໃສສ້າງພັກ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງໂປ່ງໃສສ້າງຄວາມເຊື່ອໝັ້ນ ແລະ ຈິງໃຈຮັບໃຊ້ປະຊາຊົນ ຢ່າງແທ້ຈິງມີຄວາມເປັນເອກກະພາບ ໃນໝູ່ຄະນະ ພ້ອມກັນ ກໍ່ສ້າງພັດທະນາພື້ນຖານໂຄງລ່າງເສດຖະກິດ-ສັງຄົມ ໃຫ້ມີການຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ.ເນື້ອ



ເນື້ອໃນ: ຂປລ



No comments

Theme images by compassandcamera. Powered by Blogger.