ແຂວງຊຽງຂວາງສັ່ງຢຸດເຊົາການປິ່ນປົວແບບງົມງວາຍ


ເຈົ້າແຂວງຊຽງຂວາງໄດ້ອອກແຈ້ງການໃນວັນ 16 ສິງຫານີ້ ໃຫ້ອຳນາດການປົກຄອງຂັ້ນຕ່າງໆໃນທົ່ວແຂວງຮ່ວມແກ້ໄຂບັນຫາການບໍລິການປິ່ນປົວພະຍາດແບບງົມງວາຍ ອັນໄດ້ກໍ່ໃຫ້ເກີດບັນຫາວຸ້ນວາຍຫຼາຍຢ່າງພາຍໃນແຂວງ ໜຶ່ງໃນນັ້ນມີປະຊາຊົນເມືອງຄຳເດີນທາງມາປິ່ນປົວ ລົດປີ້ນເຮັດໃຫ້ເສຍຊີວິດເຖິງສອງຄົນ, ບັນຫາອຸບັດຕິເຫດ, ເສັ້ນທາງເປ່ເພຍ້ອນຄົນເດີນທາງເຂົ້າມາປິ່ປົວຢ່າງໜາແໜ້ນ ແລະ ບັນຫາກ່ຽວກັບສຸຂະອະນາໄມຍ້ອນຜູ້ປິ່ນປົວໃຊ້ນ້ຳເປື້ອນທີ່ມີຄວາມສ່ຽງເກີດພະຍາດຕ່າງໆສຳລັບຜູ້ມາປິ່ນປົວ. ເຈົ້າໜ້າທີ່ກ່າວວ່າ ການກະທຳດັ່ງກ່າວເປັນການຕົວະຕົ້ມ, ຫຼອກລວງ, ຂາດວິທະຍາສາດ ແລະ ບໍ່ສາມາດປົວໄດ້ຕາມການໂຄສະນາ.


         ເນື້ອໃນ: ລາວໂພສ
------------------------------------
     ໃຫ້ຂ່າວໂດຍ: ນໍ້າສອງສີ


No comments

Theme images by compassandcamera. Powered by Blogger.