ລົດໄຟຈີນໄວທີ່ສຸດໃນໂລກ 1,250 ກມ. ໃຊ້ເວລາ 4 ຊົ່ວໂມງເຄິ່ງ
ສຳນັກຂ່າວຕ່າງປະເທດລາຍງານຈາກກຸງປັກກິ່ງ ປະເທດຈີນ ເມື່ອວັນທີ 21 ສິງຫາວ່າ ສຳນັກຂ່າວຊິນຫົວຂອງທາງການຈີນລາຍງານວ່າ ລົດໄຟຄວາມໄວສູງ (ລົດໄຟຫົວລູກປືນ) ຮຸ່ນໃໝ່ ຈະເປີດໃຫ້ບໍລິການໃນເດືອນກັນຍາທີ່ຈະເຖິງນີ້ ບົນເສັ້ນທາງລະຫວ່າງກຸງປັກກິ່ງກັບນະຄອນຊຽງໄຮ້ໄລຍະທາງ 1,250 ກມ. ໂດຍໃຊ້ເວລາ 4 ຊົ່ວໂມງ 30 ນາທີ ເຊິ່ງຂະບວນລົດໄຟນີ້ຫາກໍ່ເປີດໂຕໄປເມື່ອເດືອນມິຖຸນາທີ່ຜ່ານມາ ເຮັດຄວາມໄວໄດ້ສູງເຖິງ 400 ກມ. ຕໍ່ຊົ່ວໂມງ ດັງນັນຂະບວນລົດໄຟນີ້ຈະສ້າງສະຖິຕິໂລກຂື້ນມາອີກຄັ້ງໃນຖານະທີ່ລົດໄຟແລ່ນດ້ວຍຄວາມໄວທີ່ສຸດໃນໂລກ
ລົດໄຟຄວາມໄວສູງຂະບວນທຳອິດຂອງຈີນເຄີຍແລ່ນດ້ວຍຄວາມໄວ 350 ກມ. ຕໍ່ຊົ່ວໂມງເມື່ອເດືອນສິງຫາ 2551 ແຕ່ໄດ້ຫຼຸດລະດັບຄວາມໄວລົງມາເຫຼືອ 250-300 ກມ.ຕໍ່ຊົ່ວໂມງເທົ່ານັນໃນປີ 2555 ເພາະເຄີຍເກີດອຸບັດຕິເຫດລົດໄຟສອງຂະບວນຕຳກັນໃກ້ກັບເມືອງເຫວິນໂຈ ຍັງສົ່ງຜົນໃຫ້ມີຜູ້ເສຍຊີວິດ 40 ສົບແລະບາດເຈັບ 191 ຄົນ ຈີນໄດ້ວາງທາງລົດໄຟຄວາມໄວສູງແລ້ວກວ່າ 20,000 ກມ.ແລະຕັ້ງເປົ້າທີ່ຈະຂະຫຍາຍເສັ້ນທາງເພີ້ມຂື້ນອີກ 10,000 ກມ.ພາຍໃນປີ 2563 ໂດຍຈີນໃຊ້ເງິນງົບປະມານໄປແລ້ວ 360,000 ລ້ານໂດລາສະຫະລັດ ເພື່ອສ້າງເຄືອຂ່າຍລົດໄຟຄວາມໄວສູງໃຫ້ໄດ້ໃຫຍ່ທີ່ສຸດໃນໂລກ
ເນື້ອໃນ: ເດລິນິວ
------------------------------------
ໃຫ້ຂ່າວໂດຍ: ນໍ້າສອງສີ
No comments