ກະຊວງ ຊສ ປາຖະກະຖາ ປີສາມັກຄີ ລາວ-ຫວຽດນາມ



ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ (ຊສ) ໄດ້ຈັດຕັ້ງປາຖະ ກະຖາ 2 ວັນປະຫວັດສາດ ລາວ - ຫວຽດນາມ ຄື: ວັນເຊັນ ສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ຄົບຮອບ 40 ປີ (18 ກໍລະກົດ 1977 ຫາ ວັນທີ 18 ກໍລະກົດ 2017) ແລະ ວັນສ້າງຕັ້ງສາຍ ພົວພັນການທູດລະຫວ່າງ ລາວ ແລະ ຫວຽດນາມ ຄົບຮອບ 55 ປີ (ວັນທີ 5 ກັນຍາ 1962 ຫາ ວັນທີ 5 ກັນຍາ 2017) ຂຶ້ນໃນ ວັນທີ 18 ສິງຫາທີ່ນະຄອນ ຫຼວງວຽງຈັນ ໂດຍການປາຖະ ກະຖາຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາ ຍົກລັດຖະມົນຕີ ທີ່ປຶກສາຄະ ນະບໍລິຫານງານສູນກາງພັກ ປປ ລາວ, ມີທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີບັນດາ ຄະນະພັກ ແລະ 3 ອົງການຈັດ ຕັ້ງມະຫາຊົນເຂົ້າຮ່ວມ. ການປາຖະກະຖາໃນຄັ້ງ ນີ້ ທ່ານ ສົມສະຫວາດ ເລັ່ງສະ ຫວັດ ໄດ້ກ່າວບາງຕອນສຳຄັນໃຫ້ ຮູ້ວ່າ: “ລາວ ແລະ ຫວຽດນາມ ມີມູນເຊື້ອໄປມາຫາສູ່ແລກ ປ່ຽນສິນຄ້າ, ແລກປ່ຽນວັດທະ ນະທຳນຳກັນ, ປະຊາຊົນ 2 ຊາດມີມູນເຊື້ອສາມັກຄີຊ່ວຍ ເຫຼືອຊຶ່ງກັນ ແລະ ກັນມາເປັນ ພັນໆປີໃນການກໍ່ສ້າງ ແລະ ປົກ ປັກຮັກສາປະເທດຊາດຂອງ ໃຜລາວ ແລະ ໄດ້ມີຄວາມສາ ມັກຄີກັນຖານມິດສະຫາຍທີ່ ໃກ້ຊິດ ເໝືອນດັ່ງຮ່ວມອຸທອນ ພໍ່ແມ່ດຽວກັນ, ໃນຍາມທຸກກໍ ຮ່ວມທຸກ ແລະ ໃນຍາມສຸກກໍ ຮ່ວມສຸກ ຊຶ່ງໄດ້ທົດສອບໃນ ຂະບວນການຕໍ່ສູ້ຕ້ານພວກລ່າ ເມືອງຂຶ້ນມາຫຼາຍໄລຍະ, ຈົນ ສາມາດເວົ້າໄດ້ວ່າ: ບໍ່ມີສາຍ ພົວພັນໃດທີ່ຍິ່ງໃຫຍ່ ເລິກເຊິ່ງ ດູດດື່ມເທົ່າກັບຄວາມສາມັກຄີ ພິເສດ ແລະ ຮ່ວມສຳພັນສູ້ຮົບ ລະຫວ່າງ ລາວ - ຫວຽດນາມ ພວກເຮົາໄດ້ ເມື່ອທົບທວນຄືນ ປະຫວັດສາດແຫ່ງການພົວພັນ ອັນຍາວນານດັ່ງກ່າວນັ້ນ ພັກ - ລັດ ແລະ ປະຊາຊົນສອງຊາດ ລາວ - ຫວຽດນາມຍິ່ງຈົດຈຳ ແລະ ຮູ້ບຸນຄຸນຢ່າງສຸດຊຶ້ງຕໍ່ປະ ທານ ໂຮ່ຈິມິນ ຜູ້ນຳຍິ່ງໃຫຍ່ ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ຜູ້ນຳ ທີ່ແສນເຄົາລົບຮັກ ເປັນຜູ້ໃຫ້ ກຳເນີດມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມສຳພັນສູ້ຮົບລະຫວ່າງ ສອງຊາດ ລາວ - ຫວຽດນາມ. ພາຍຫຼັງທີ່ໄດ້ຮັບການປົດ ປ່ອຍຢ່າງສົມບູນ ໃນປີ 1975 ສອງປະເທດພວກເຮົາໄດ້ກ້າວ ເຂົ້າສູ່ສັງກາດໃໝ່, ສັງກາດ ແຫ່ງສັນຕິພາບ, ເອກະລາດ, ເອກະພາບ ແລະ ປະຕິບັດສິດ ເປັນເຈົ້າຕົນເອງໃນການປົກ ປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດໄປສູ່ຈຸດ ໝາຍທີ່ວາງໄວ້ ໃນເງື່ອນໄຂ ແລະ ສະພາບແວດລ້ອມໃໝ່ ນີ້, ສາຍພົວພັນແບບພິເສດລະ ຫວ່າງສອງຊາດ ລາວ - ຫວຽດ ນາມ ຍິ່ງໄດ້ຮັບການເສີມຂະ ຫຍາຍດ້ວຍຮູບການ ແລະ ຫຼັກ ການໃໝ່ ບົນພື້ນຖານການພົວ ພັນລະຫວ່າງສອງລັດທີ່ມີເອ ກະລາດ, ມີອຳນາດອະທິປະ ໄຕເຕັມສ່ວນ, ເຫດການທີ່ມີ ຄວາມໝາຍຄວາມສຳຄັນທີ່ ສຸດ ໃນປະຫວັດສາດແມ່ນການ ເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ ສອງປະເທດ ຊຶ່ງມາຮອດປັດຈຸ ບັນກໍຄົບຮອບ 40 ປີ ແລະ ວັນ ສ້າງຕັ້ງສາຍພົວພັນການທູດ ຄົບຮອບ 55 ປີ, ອັນໄດ້ເຮັດໃຫ້ ການພົວພັນມິດຕະພາບ ແລະ ການຮ່ວມມືກ້າວເຂົ້າສູ່ລວງ ເລິກ ພ້ອມກັນນັ້ນກໍໄດ້ເປັນ ພື້ນຖານອັນໜັກແໜ້ນໃຫ້ແກ່ ການເພີ່ມທະວີການຮ່ວມມື ຮອບດ້ານ ລະຫວ່າງສອງພັກ - ສອງລັດ ແລະ ປະຊາຊົນສອງ ຊາດ ລາວ - ຫວຽດນາມ ໃນ ໄລຍະໃໝ່.



    ເນື້ອໃນ: ໜັງສືພີມ ປະຊາຊົນ

------------------------------------
     ໃຫ້ຂ່າວໂດຍ: ນໍ້າສອງສີ

No comments

Theme images by compassandcamera. Powered by Blogger.