ທະຫານຂອງ ສ.ເກົາຫຼີ ແລະ ສ.ອາເມຣິກາ ຊ້ອມຮົບຮ່ວມ
ການຊ້ອມຮົບຮ່ວມດັ່ງກ່າວ ມີກຳນົດແກ່ຍາວເປັນເວລາ 10 ວັນ ໂດຍໃສ່ຊື່ວ່າ “ຜູ້ພິທັກເສລີພາບ Ulchi” (UFG) ດຳເນີນໄປທ່າມກາງເກີດຄວາມເຄັ່ງຕຶງລະຫວ່າງ ສ.ອາເມຣິກາ ກັບ ສປປ ເກົາຫຼີ ເພີ່ມຂຶ້ນຢ່າງໄວວາໃນຫຼາຍອາທິດທີ່ຜ່ານມາ ນັບແຕ່ເວລາທີ່ ສປປ ເກົາ ຫຼີຍິງທົດລອງລູກສອນໄຟນຳວິຖີຂ້າມທະວີບສອງໜ່ວຍເມື່ອເດືອນທີ່ຜ່ານມາ.
ກ່ອນໜ້ານັ້ນເມື່ອວັນທີ 18 ສິງຫາ ກະຊວງປ້ອງກັນປະເທດ ສ.ເກົາຫຼີ ແຈ້ງໃຫ້ຮູ້ວ່າ: “ບັນດາການຊ້ອມຮົບ UFG ເປັນການເຝິກຊ້ອມຄຳສັ່ງບັນຊາການປ້ອງກັນຕົວທີ່ດຳເນີນໄປເປັນປະຈຳປີ ລະຫວ່າງ ສ.ເກົາຫຼີ ກັບ ສ.ອາເມຣິກາ ເພື່ອເປົ້າໝາຍຮັບປະກັນຄວາມສະຫງົບຂອງ ສ.ເກົາຫຼີ”.
No comments