ມອບເງິນຊຸກຍູ້ກຸ່ມຫັດຖະກຳຕ່ຳຫູກ ບ້ານອ່າງນ້ຳຫຸມ
ການມອບເງິນຄັ້ງນີ້ ເພື່ອເປັນການປະກອບສ່ວນທຶນຮອນ ໃຫ້ເອື້ອຍນ້ອງແມ່ຍິງຂອງກຸ່ມຫັດຖະກຳຕ່ຳຫູກບ້ານອ່າງນ້ຳຫຸມ ໃນການຕ່ຳຫູກທໍໄໝທີ່ມີຄຸນະພາບ ຕອບສະໜອງຕາມຄວາມຕ້ອງການຂອງຕະຫຼາດ ກໍ່ຄືຜູ້ຊົມໃຊ້ ໃຫ້ພຽງພໍສາມາດແຂ່ງຂັນກັບຕະຫຼາດທັງພາຍໃນ ແລະ ຕ່າງປະເທດ ເຊິ່ງກຸ່ມດັ່ງກ່າວປະກອບມີສະມາຊິກທັງໝົດ 90 ຄົນ ຜະລິດຕະພັນປະກອບມີສິ້ນໄໝລາວມະນີກັດ ແລະ ຕີນສິ້ນທີ່ມີຫຼາຍຮູບແບບ ລາຄາແຕ່ 25.000 ກີບຫາ 1 ລ້ານກີບ.
ໂອກາດນີ້ທ່ານນາງ ນາລີ ສີສຸລິດ ໄດ້ຮັບຟັງການລາຍງານສະພາບລວມຂອງບ້ານ ແລະ ການລິເລີ່ມໃນການສ້າງຕັ້ງກຸ່ມຫັດຖະກຳຕ່ຳຫູກບ້ານອ່າງນ້ຳຫຸມ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ເອື້ອຍນ້ອງແມ່ຍິງພາຍໃນບ້ານ ໂດຍສະເພາະ ເອື້ອຍນ້ອງແມ່ຍິງພາຍໃນກຸ່ມຫັດຖະກຳໄດ້ມີຄວາມດຸໝັ່ນ ອົດທົນ ແລະ ມີສີໄມ້ລາຍມືໃນການຕ່ຳຕີນສິ້ນມີຄວາມປານີດ ສວຍງາມ ພ້ອມນັ້ນຍັງໄດ້ແນະນຳໃຫ້ຮັກສາມູນເຊື້ອນີ້ໄວ້ ແລະ ນຳໃຊ້ໄໝທີ່ມີຄຸນະພາບເຂົ້າໃນການຜະລິດ ເພື່ອໃຫ້ເປັນທີ່ນິຍົມຂອງຜູ້ຊົມໃຊ້.
ເນື້ອໃນ: ວຽງຈັນໃຫມ່
No comments