ການນຳນະຄອນຫຼວງ ວາງພວງມາລາ ລະນຶກມູນເຊື້ອວັນຢຶດອຳນາດ


ເນື່ອງ​ໃນ​ໂອກາດ​ວັນ​ຢຶດ​ອຳນາດ ຄົບຮອບ 42 ປີ (23/8/1975-23/8/2017) ວັນ​ທີ 23 ສິງຫາ 2017 ການ​ນຳ​ນະຄອນຫຼວງ​ວຽງ​ຈັນ ນຳ​ໂດຍ​ທ່ານ ສິນລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນ​ຫຼວງ​ວຽງ​ຈັນ ນອກ​ນີ້ຍັງ​ມີບັນດາ​ອະດີດ​ການ​ນຳ​ນະຄອນຫຼວງ ແລະ ຄະນະ​ບໍລິຫານ​ງານພັກ​ເມືອງ​ໄຊ​ເຊດ​ຖາ ໄດ້​ພ້ອມ​ກັນເຂົ້າ​ວາງ​ພວງມາລາ​ຢູ່​ອະນຸ​ສາວະລີ​ນັກຮົບ​ນິລະນາມ (ດາວແດງ).
ການ​ວາງ​ພວງມາລາ​ເພື່ອລະນຶກ​ເຖິງ​ຄຸນງາມຄວາມດີ​ຂອງນັກຮົບ​ປະຕິວັດ​ທີ່​ສະຫຼະ​ຊີວິດ ແລະ ເລືອດ​ເນື້ອເພື່ອ​ປະເທດຊາດ ແລະ ເພື່ອ​ປະຊາຊົນ ໃນການ​ຕໍ່ສູ້​ກູ້​ຊາດ​ຍາດ​ເອົາ​ເອກະລາດ ​ອະທິປະ​ໄຕ​ ມາ​ໃຫ້​ປະຊາຊົນບັນດາເຜົ່າ ເຊິ່ງ​ຄຸນ​ງາມ​ຄວາມດີ​ເຫຼົ່າ​ນີ້ ​ໄດ້​ຈາລຶກ​ໄວ້​ໃນ​ໜ້າ​ປະຫວັດ​ສາດ ຄວາມ​ຊົງ​ຈຳ​ຂອງ​ປະຊາ​ຊົນ ແລະ ກອງທັບ​ປະຊາຊົນລາວ​ບໍ່​ມີ​ວັນ​ຫຼົງ​ລືມ​ໄດ້ ເຊິ່ງຄວາມ​ພິລະ​ອາດ​ຫານ​ເດັດດ່ຽວໜຽວ​ແໜ້ນ​ຂອງ​ນັກຮົບ​ວິລະ​ຊົນ ແມ່ນ​ສິ່ງ​ທີ່​ຄົນ​ຮຸ່ນ​ຫຼັງ​ຕ້ອງ​ໄດ້​ສຶກສາ​ຄົ້ນຄວ້າ​ຮ່ຳຮຽນ​ເອົາ​ຄຸນ​ສົມບັດ ແລະ ສິນ​ທຳ​ປະຕິວັດ ເພື່ອສືບຕໍ່​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດຊາດ​ຂອງ​ພວກ​ເຮົາ ​ໃຫ້​ຈະເລີນ​ຮຸ່ງເຮືອງ​ສີວິໄລ.
ວັນ​ຢຶດ​ອຳນາດ 23 ສິງຫາ 1975 ມີ​ຄວາມ​ໝາຍ​ຄວາມ​ສຳຄັນ​ສຳລັບ​ປະຊາຊົນ​ລາວ​ທັງ​ຊາດ ເພາະວ່າໄຊຊະນະ​ດັ່ງກ່າວ ມັນແມ່ນ​ໝາກຜົນ​ແຫ່ງ​ການ​ຕໍ່ສູ້​ປະຕິວັດ​ອັນ​ຍືດ​ເຍື້ອ​ຍາວ​ນານຂອງປະຊາຊົນ​ລາວ​ບັນດາເຜົ່າ ພາຍໃຕ້​ການ​ນຳພາ​ຂອງ​ພັກ​ປະຊາຊົນປະຕິວັດ​ລາວ ມັນ​ແມ່ນ​ຜົນ​ທີ່​ເກີດຈາກ​ຄວາມ​ກ້າຫານ ປະດິດ​ສ້າງແຫ່ງ​ການ​ນຳ​ໃຊ້ 3 ບາດ​ຄ້ອນຍຸດ​ທະ​ສາດ (ການ​ລຸກ​ຮື້​ຂຶ້ນ​ຂອງມະຫາຊົນ ການ​ໜູນ​ໜີບ​ຂອງ​ກຳລັງ​ປະກອບ​ອາວຸດ​ປະຕິວັດ ການແຍກ​ຕົວ​ອອກ​ຂອງ​ກຳລັງ​ທະຫານ​ຂອງ​ສັດຕູ) ເພື່ອ​ຍຶດ​ອຳນາດການ​ປົກຄອງ​ໃນ​ທົ່ວ​ປະເທດ​ແບບ “ບົວ​ບໍ່​ຊ້ຳ​ນ້ຳ​ບໍ່​ຂຸ່ນ” ມັນ​ແມ່ນ​ໄຊຊະນະ​ຂອງ​ແນວທາງ​ປະຕິວັດ​ອັນຖືກຕ້ອງ ແລະ ການ​ນຳພາ​ອັນສະຫຼາດ​ສ່ອງ​ໃສ​ຂອງ​ພັກ ແມ່ນໄຊຊະນະ​ຂອງ​ກຳລັງ​ແຮງ​ແຫ່ງຄວາມ​ສາມັກຄີ​ເປັນ​ຈິດ​ໜຶ່ງ​ໃຈດຽວ​ກັນ​ຂອງ​ປວງ​ຊົນ​ທັງ​ຊາດ ຄວາມ​ເປັນ​ອັນ​ໜຶ່ງ​ອັນ​ດຽວກັນ​ຂອງ​ກອງທັບ ແລະ ປະຊາຊົນລາວ​ບັນດາເຜົ່າ ແມ່ນ​ໄຊຊະນະຂອງ​ຄວາມ​ສາມັກຄີ​ຮ່ວມ​ສຳພັນ ສູ້​ຮົບລະຫວ່າງປະຊາຊົນ​ຫວຽດນາມ ແລະ ປະຊາຊົນ​ກຳປູເຈຍ ທີ່​ໄດ້​ຄຽງ​ບ່າ​ຄຽງ​ໄຫຼ່​ກັນ​ຕ້ານ​ສັດຕູ​ໂຕ​ດຽວ​ກັນ ຕະຫຼອດ​ໄລຍະການ​ປະຕິວັດ​ປົດ​ປ່ອຍ​ຊາດ​ໃນເມື່ອ​ກ່ອນ ກໍ່​ຄືໃນ​ພາລະກິດ​ປົກປັກ​ຮັກສາ ແລະ ສ້າງສາ​ພັດ​ທະນາ​ປະເທດ​ຊາດ​ໃນ​ປັດຈຸບັນ.

No comments

Theme images by compassandcamera. Powered by Blogger.