ຍົກລະດັບກຳມະການຕັດສິນ ກຽມມວຍປູນເສືອ ລາວ-ໄທ
ທ່ານ ຄຳເສັງ ສູນດາລາ ກ່າວວ່າ: ການຈັດເຝິກອົບຮົມເພື່ອຍົກລະດັບຄວາມຮູ້ຄວາມສາມາດຂອງກຳມະການຕັດສິນມວຍລາວນີ້ ກໍ່ເພື່ອເປັນການກະກຽມຄວາມພ້ອມໃນການແຂ່ງຂັນສຸດຍອດມວຍລາວ ແລະ ມວຍໄທ ປູນເສືອ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກີລາ-ກາຍະກຳແຫ່ງຊາດ ຄົບຮອບ 51 ປີ ເຊິ່ງຈະຈັດຂຶ້ນໃນວັນທີ 17 ມິຖຸນາ ທີ່ສູນການຄ້າລາວ-ໄອເຕັກ ຕຶກໃໝ່ຊັ້ນ 7 ດັ່ງນັ້ນ ຈຶ່ງຮຽກຮ້ອງມາຍັງກຳມະການຕັດສິນ ທີ່ໄດ້ຖືກແຕ່ງຕັ້ງໜ້າທີ່ຮັບຜິດຊອບເປັນຄະນະກຳມະການໄປແລ້ວນັ້ນ ໃຫ້ເອົາໃຈໃສ່ຕື່ມຊ່ວຍກັນ ເນື່ອງຈາກເປັນວຽກທີ່ສຳຄັນຂອງພວກເຮົາ ທີ່ຈະຕ້ອງພ້ອມກັນເຮັດໃຫ້ສຳເລັດໜ້າທີ່ ເຊິ່ງເປັນກຽດສັກສີຂອງນະຄອນຫຼວງວຽງຈັນ.
ໂອກາດນີ້ ທ່ານ ຊົມພູ ແກ້ວປັນຍາ ກ່າວວ່າ: ການເຝິກອົບຮົມຄັ້ງນີ້ ເຖິງແມ່ນວ່າຈະເປັນໄລຍະສັ້ນ ແຕ່ກໍ່ມີຄວາມໝາຍ ເພື່ອເຮັດໃຫ້ບັນດາໜ້າວຽກຂອງສະຫະພັນ ບັນດາຄ້າຍມວຍທົ່ວ ນວ ກໍ່ຄືສະໂມສອນມວຍ ໃຫ້ມີປະສິດທິຜົນຂຶ້ນ ສະນັ້ນ ຮຽກຮ້ອງມາຍັງຄະນະສະຫະພັນກີລາມວຍ ນວ ເອົາໃຈໃສ່ໜ້າທີ່ວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງ ຍາດແຍ່ງເອົາການຊ່ວຍເຫຼືອເພື່ອຊຸກຍູ້ບັນດາຄ້າຍມວຍ ສ້າງໃຫ້ນັກກີລາມວຍລາວ ນວ ມີຄວາມເຕີບໃຫຍ່ ເຂັ້ມແຂງຮອງຮັບການແຂ່ງຂັນຕ່າງໆ ໂດຍສະເພາະງານມະຫະກຳກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ເປັນເຈົ້າພາບທ້າຍປີ 2018.
No comments