ສ ເກົາ­ຫຼີ ແລະ ສ ອາ​ເມ​ຣິ​ກາ ບໍ່​ບັນ­ລຸ​ຂໍ້​ຕົກ­ລົງ​ກ່ຽວ​ກັບ​ການ​ດັດ­ແກ້ FTA ແບບ​ສອງ​ຝ່າຍ


ນາງ ຢູ​ ມຽງ​ຮຸຍ ນັກ​ເຈລະ­ຈາ​ອາ­ວຸ­ໂສ​ຂອງ ສ ເກົາ­ຫຼີ ກ່າວ​ຕໍ່​ສື່​ມວນ​ຊົນ ​ຫຼັງ​ການ​ພົບ​ປະ​ກັບ​ເຈົ້າໜ້າ­ທີ່​ການ​ຄ້າ ສ ອາ​ເມ​ຣິກາ ໃຫ້​ຮູ້­ເມື່ອ​ວັນ​ທີ 22 ສິງ­ຫາ​ນີ້​ວ່າ ສ ເກົາ­ຫຼີ ແລະ ສ ອາ​ເມ​ຣິ​ກາ  ບໍ່​ໄດ້​ບັນ­ລຸ​ຂໍ້​ຕົກ­ລົງ​ໃດໆ​ກ່ຽວ​ກັບ​ການ​ດັດ­ແກ້ຂໍ້​ຕົກ­ລົງການ​ຄ້າ​ເສລີ​ແບບ​ສອງຝ່າຍ (KORUS FTA).
ກ່ອນ​ໜ້າ​ນັ້ນໃນ​ວັນ​ດຽວ​ກັນ ລັດ­ຖະ­ມົນ­ຕີ​ການ​ຄ້າ ສ ເກົາ­ຫຼີ ກິມ ຮູນ​ຈົງ ກ່າວ​ຕໍ່​ກອງ​ປະ­ຊຸມ​ສະ­ພາ​ແຫ່ງ​ຊາດ​ຂອງ​ປະ­ເທດນີ້ ໂດຍ​ຫວັງ​ວ່າ  KORUS FTA ຈະ​ໄດ້​ຮັກ­ສາໄວ້​ໃນ​ສະ­ພາບ​ທີ່​ມີ​ຢູ່​ແລ້ວ.
ການ​ເຈລະ­ຈາ​ເພື່ອ​ດັດ­ແກ້ KORUS FTA ໄດ້​ເລີ່ມ​ຂຶ້ນ​ດ້ວຍການ​ປະ­ຊຸມ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີເນັດ ແກ່­ຍາວ​ເປັນ​ເວ­ລາ 30 ນາ­ທີ ລະ­ຫວ່າງ​ທ່ານ ກິມ​ ຮູນ​ຈົງ ກັບ​ຜູ້ແທນ​ການ​ຄ້າ  ສ ອາ​ເມ​ຣິ​ກາ ໂຣ​ເບີດ ໄລ​ທີ​ເຊີ ຫຼັງ​ຈາກ​ນັ້ນ​ກໍ​ແມ່ນການ​ພົບປະ​ໂດຍ​ກົງລະ­ຫວ່າງ​ ນາງ ຢູ​ ມຽງ​ຮຸຍ ກັບ​ທ່ານ ຈາ​ມີ​ສັນ ເກຣເອີ ຄູ່​ຮ່ວມ​ຕຳ­ແໜ່ງ​ຈາກ ສ ອາ​ເມ​ຣິ​ກາ ໂດຍ​ຈັດ​ຂຶ້ນ​ທີ່ນະ­ຄອນ­ຫຼວງ​ເຊ​ອູນ ຂອງ ສ ເກົາ­ຫຼີ.
KORUS FTA ມີ​ຜົນ​ບັງ­ຄັບ​ໃຊ້​ມາ​ແຕ່​ປີ 2012 ແລະ ຖື​ວ່າ​ເປັນສັນ­ຍະ​ລັກ​ທີ່​ເຮັດ​ໃຫ້​ໃຫ້­ການ​ພົວພັນ​ທາງ​ດ້ານ​ເສດ­ຖະ­ກິດ ລະ­ຫວ່າງ ສ ເກົາ­ຫຼີ ກັບ ສ ອາ​ເມ​ຣິ​ກາ ມີ​ຄວາມ​ເລິກ­ເຊິ່ງ​ຂຶ້ນ ແຕ່​ວ່າ​ປະ­ທາ­ນາ­ທິ­ບໍ­ດີ ສ ອາ​ເມ​ຣິ​ກາ ເອີ້ນ​ເອ­ກະ­ສານດັ່ງ­ກ່າວ​ວ່າ​ເປັນ “ໄພ­ພິ­ບັດ” ແລະ ໃຫ້​ສັນ­ຍາ​ທີ່​ຈະ​ມີ​ການ​ດັດ­ແກ້.
ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ ສ ເກົາ­ຫຼີ-ສ ອາ​ເມ​ຣິ​ກາ ໄດ້​ເພີ່ມ​ຂຶ້ນ​ຈາກ 100,8 ຕື້​ໂດ​ລາ​ສະ­ຫະ­ລັດ ໃນ​ປີ 2011 ເປັນ 109,6 ຕື້​ໂດ​ລາ​ສະ­ຫະ­ລັດ​ໃນ​ປີ 2016 ໂດຍ​ທີ່​ເກີນ​ດຸນການ​ຄ້າ​ຂອງ ສ ເກົາ­ຫຼີ ບັນ­ລຸ​ປະມານ 27 ຕື້ໂດ​ລາ​ສະ­ຫະ­ລັດ ໃນ​ປີ 2016  ເພີ່ມ​ຂຶ້ນ​ຢ່າງ​ແຮງເມື່ອ​ທຽບໃສ່​ຕົວ​ເລກ 11,6 ຕື້ໂດ​ລາ​ສະ­ຫະ­ລັດ ເມື່ອ​ກ່ອນ​ໜ້າ​ນັ້ນ 5 ປີ.

No comments

Theme images by compassandcamera. Powered by Blogger.