ການນຳນະຄອນຫຼວງ ວາງພວງມາລາ ລະນຶກມູນເຊື້ອວັນຢຶດອຳນາດ
ເນື່ອງໃນໂອກາດວັນຢຶດອຳນາດ ຄົບຮອບ 42 ປີ (23/8/1975-23/8/2017) ວັນທີ 23 ສິງຫາ 2017 ການນຳນະຄອນຫຼວງວຽງຈັນ ນຳໂດຍທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ນອກນີ້ຍັງມີບັນດາອະດີດການນຳນະຄອນຫຼວງ ແລະ ຄະນະບໍລິຫານງານພັກເມືອງໄຊເຊດຖາ ໄດ້ພ້ອມກັນເຂົ້າວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ).
ການວາງພວງມາລາເພື່ອລະນຶກເຖິງຄຸນງາມຄວາມດີຂອງນັກຮົບປະຕິວັດທີ່ສະຫຼະຊີວິດ ແລະ ເລືອດເນື້ອເພື່ອປະເທດຊາດ ແລະ ເພື່ອປະຊາຊົນ ໃນການຕໍ່ສູ້ກູ້ຊາດຍາດເອົາເອກະລາດ ອະທິປະໄຕ ມາໃຫ້ປະຊາຊົນບັນດາເຜົ່າ ເຊິ່ງຄຸນງາມຄວາມດີເຫຼົ່ານີ້ ໄດ້ຈາລຶກໄວ້ໃນໜ້າປະຫວັດສາດ ຄວາມຊົງຈຳຂອງປະຊາຊົນ ແລະ ກອງທັບປະຊາຊົນລາວບໍ່ມີວັນຫຼົງລືມໄດ້ ເຊິ່ງຄວາມພິລະອາດຫານເດັດດ່ຽວໜຽວແໜ້ນຂອງນັກຮົບວິລະຊົນ ແມ່ນສິ່ງທີ່ຄົນຮຸ່ນຫຼັງຕ້ອງໄດ້ສຶກສາຄົ້ນຄວ້າຮ່ຳຮຽນເອົາຄຸນສົມບັດ ແລະ ສິນທຳປະຕິວັດ ເພື່ອສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາ ໃຫ້ຈະເລີນຮຸ່ງເຮືອງສີວິໄລ.
ວັນຢຶດອຳນາດ 23 ສິງຫາ 1975 ມີຄວາມໝາຍຄວາມສຳຄັນສຳລັບປະຊາຊົນລາວທັງຊາດ ເພາະວ່າໄຊຊະນະດັ່ງກ່າວ ມັນແມ່ນໝາກຜົນແຫ່ງການຕໍ່ສູ້ປະຕິວັດອັນຍືດເຍື້ອຍາວນານຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ມັນແມ່ນຜົນທີ່ເກີດຈາກຄວາມກ້າຫານ ປະດິດສ້າງແຫ່ງການນຳໃຊ້ 3 ບາດຄ້ອນຍຸດທະສາດ (ການລຸກຮື້ຂຶ້ນຂອງມະຫາຊົນ ການໜູນໜີບຂອງກຳລັງປະກອບອາວຸດປະຕິວັດ ການແຍກຕົວອອກຂອງກຳລັງທະຫານຂອງສັດຕູ) ເພື່ອຍຶດອຳນາດການປົກຄອງໃນທົ່ວປະເທດແບບ “ບົວບໍ່ຊ້ຳນ້ຳບໍ່ຂຸ່ນ” ມັນແມ່ນໄຊຊະນະຂອງແນວທາງປະຕິວັດອັນຖືກຕ້ອງ ແລະ ການນຳພາອັນສະຫຼາດສ່ອງໃສຂອງພັກ ແມ່ນໄຊຊະນະຂອງກຳລັງແຮງແຫ່ງຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນຂອງປວງຊົນທັງຊາດ ຄວາມເປັນອັນໜຶ່ງອັນດຽວກັນຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ແມ່ນໄຊຊະນະຂອງຄວາມສາມັກຄີຮ່ວມສຳພັນ ສູ້ຮົບລະຫວ່າງປະຊາຊົນຫວຽດນາມ ແລະ ປະຊາຊົນກຳປູເຈຍ ທີ່ໄດ້ຄຽງບ່າຄຽງໄຫຼ່ກັນຕ້ານສັດຕູໂຕດຽວກັນ ຕະຫຼອດໄລຍະການປະຕິວັດປົດປ່ອຍຊາດໃນເມື່ອກ່ອນ ກໍ່ຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.
ເນື້ອໃນ: ວຽງຈັນໃຫມ່
No comments