ທູດລາວ ປະຈຳ ສິງກະໂປ ເຂົ້າຮ່ວມງານສະຫລອງ ອາຊຽນ ຄົບຮອບ 50 ປີ

ໃນວັນທີ 22 ສິງຫາ 2017, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ນຳໂດຍ ທ່ານ ຄອນເພັງ ທຳມະວົງ ເອກອັກຄະລັດຖະທູດ ພ້ອມດ້ວຍພະນັກງານສະຖານທູດ ແລະ ນັກສຶກສາ ລາວ ທີ່ ສິງກະໂປ ໄດ້ເຂົ້າຮ່ວມງານວັນອາຊຽນ (ASEAN Day) ແລະ ການສະເຫລີມສະຫລອງອາຊຽນ ຄົບຮອບ 50 ປີ ປະຈຳປີ 2017, ເຊິ່ງຈັດໂດຍ ກະຊວງການຕ່າງປະເທດ ສິງກະໂປ ເພື່ອພົບປະສັງສັນ ແລກປ່ຽນ ວັດທະນະທຳຮີດຄອງປະເພນີ ແລະ ອາຫານ ລະຫວ່າງ ບັນດາສະຖານທູດ ປະເທດສະມາຊິກອາຊຽນ ແລະ ບັນດາສະຖານທູດ ປະເທດຄູ່ຮ່ວມມືເຈລະຈາ ອາຊຽນ ປະຈຳສິງກະໂປ ແລະ ມີຕົວແທນຈາກອົງການຈັດຕັ້ງພາກລັດ ແລະ ເອກະຊົນ, ນັກຮຽນນັກສຶກສາ ແລະ ຕົວແທນຈາກສະຖາບັນຕ່າງໆ ຂອງສິງກະໂປ ເຂົ້າຮ່ວມ 1000 ກວ່າຄົນ. ໃນໂອກາດດັ່ງກ່າວ, ສະຖານທູດ ສປປ ລາວ ໄດ້ປະກອບສ່ວນນຳເອົາເຄື່ອງຫັດຖະກຳລາວ ໄປຈັດວາງສະແດງ ຢູ່ໃນງານ ແລະ ອາຫານລາວງານດັ່ງກ່າວ. ນອກຈາກນັ້ນ, ລັດຖະມົນຕີຕ່າງປະເທດສິງກະໂປ ທ່ານ Dr. Vivian Balakrishnan ແລະ ບັນດາເອກອັກຄະລັດຖະທູດປະເທດສະມາຊິກ ອາຊຽນ ໄດ້ຖ່າຍຮູບຮ່ວມກັນ ແລະ ເປັນສັກຂີພິຍານ ໃນການຈຳໜ່ຍປຶ້ມ ທີ່ມີຫົວຂໍ້ 50 ປີ ອາຊຽນ ແລະ ສິງກະໂປ (50 years ASEAN and Singapore)
ເນື້ອໃນ: ຂປລ
No comments