ມີນິຕິກຳຄຸ້ມຄອງລະອຽດທຸລະກິດຕູ້ເກມ
ບັນດາປາກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ ແມ່ນມາຈາກຫຼາຍສາເຫດ ໂດຍສະເພາະແມ່ນທຸລະກິດຕູ້ເກມ ກໍ່ຄືການບັນເທີງ ເຊິ່ງຜ່ານມາກໍ່ຄືປັດຈຸບັນ ໄດ້ມີນິກຳຄຸ້ມຄອງຢ່າງລະອຽດຈະແຈ້ງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ.
ທ່ານ ຄຳປະດິດ ເຂັມມານິດ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ໃຫ້ສຳພາດວ່າ: ການຄຸ້ມຄອງທຸລະກິດຕູ້ເກມ ການບັນເທີງ ແມ່ນໄດ້ມີນິຕິກຳຄຸ້ມຄອງ ໂດຍສະເພາະ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ອອກນິຕິກຳກ່ຽວກັບການຄຸ້ມຄອງຕູ້ເກມໃນຂອບເຂດທົ່ວປະເທດ ກໍ່ຄືນິຕິກຳວ່າດ້ວຍການຄຸ້ມຄອງການບັນເທີງ ແລະ ນິຕິກຳອື່ນໆຈຳນວນໜຶ່ງ ເຊິ່ງນິຕິກຳດັ່ງກ່າວແຕ່ລະແຂວງ ໄດ້ພ້ອມກັນຜັນຂະຫຍາຍຈັດຕັ້ງປະຕິບັດ ໃນນີ້ ນະຄອນຫຼວງວຽງຈັນ ໄດ້ຜັນຂະຫຍາຍມາເປັນ 5 ຂໍ້ຫ້າມທີ່ຈະແຈ້ງ ເພື່ອເປັນບ່ອນອີງໃນການຕິດຕາມກວດກາ ສະເພາະພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ໄດ້ມີການຕິດຕາມກວດກາ ໂດຍມີການແຕ່ງຕັ້ງຄະນະກຳມະການສະເພາະກິດ ມີເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ອຳນາດການປົກຄອງຂັ້ນທ້ອງຖິ່ນ ແລະ ຂັ້ນສູນກາງເຂົ້າຮ່ວມຕິດຕາມກ່ຽວກັບທຸລະກິດເກມ ພາຍຫຼັງທີ່ໄດ້ມີການຕິດຕາມກວດກາປີ 2016 ໄດ້ມີການຢຸດເຊົາການອອກອະນຸຍາດ ແລະ ນະຄອນຫຼວງວຽງຈັນ ໄດ້ຮັບອະນຸຍາດທົດລອງເກມເຝິກສະໝອງທົດລອງປັນຍາ ເຊິ່ງເປັນເກມຫຼິ້ນແລ້ວເບົາສະໝອງສຳລັບເດັກນ້ອຍ ຫຼື ຜູ້ໃຫຍ່ສາມາດຫຼິ້ນໄດ້ ແຕ່ໄດ້ມີເກມພະນັນເຂົ້າມາປະປົນ ເຮັດໃຫ້ເກີດບັນຫາມົ້ວສຸມໃນສັງຄົມ ເປັນຕົ້ນແມ່ນເດັກນ້ອຍ ເຍົາວະຊົນ ແລະ ນັກຮຽນ ເມື່ອເປັນແນວນັ້ນ ເດືອນເມສາ 2017 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການໃຫ້ຢຸດຕິອອກອະນຸຍາດສະໂມສອນເກມທຸກປະເພດ ແລະ ໄດ້ມີການຕິດຕາມກວດກາການເຄື່ອນໄຫວຢ່າງເປັນປົກກະຕິ.
ຜ່ານມາພາກສ່ວນກ່ຽວຂ້ອງຂອງກະຊວງປ້ອງກັນຄວາມສະຫງົບ ໄດ້ປະສານສົມທົບເປັນເຈົ້າການຕິດຕາມກວດກາ ແກ້ໄຂ ແລະ ໄດ້ມີການຢຶດຕາມຫຼາຍສະຖານທີ່ ເພື່ອມາຈູດທຳລາຍຖິ້ມ ພ້ອມນັ້ນ ໄດ້ພົບບັນຫາປາກົດການຫຍໍ້ທໍ້ຂອງຊາວໜຸ່ມ ກໍ່ຄືຜູ້ມີອາຊີບທັງຫຼາຍ ທີ່ຕິດພັນກັບເກມທວາຍຜົນເຕະບານ ເຊິ່ງປັດຈຸບັນເຫັນວ່າຍັງມີບາງຈຸດບາງບ່ອນ ທີ່ຍັງລັກເປີດບໍລິການ ເຮັດໃຫ້ມີຜົນກະທົບຕາມຄຸ້ມບ້ານ ພ້ອມນັ້ນ ໄດ້ສືບຕໍ່ອະທິບາຍຊີ້ແຈງຕໍ່ຫົວໜ່ວຍທຸລະກິດທີ່ຍັງບໍ່ທັນເຂົ້າໃຈ ບັນດານິຕິກຳທີ່ອອກອະນຸຍາດ ຖ້າຍັງພົບເຫັນກໍລະນີດັ່ງກ່າວ ຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວເມືອງ ຕ້ອງຂຶ້ນບັນຊີຕິດຕາມແຕ່ລະຄຸ້ມບ້ານ ແລ້ວລາຍງານໃຫ້ພາກສ່ວນກ່ຽວຂ້ອງ ເພື່ອພ້ອມກັນຈັດຕັ້ງປະຕິບັດມາດຕະການຕາມຂະບວນການຍຸຕິທຳ.
very good
ReplyDelete