ຕຳຫຼວດ ການາດາ ຈັບໄດ້ຄົນ ລາວ ທີ່ຢູ່ໃນລາຍຊື່ ຕ້ອງການຕົວທີ່ສຸດ ຂອງສະຫະລັດ
ບັນດາເຈົ້າໜ້າທີ່ຕຳຫຼວດ ການາດາ ທີ່ທຳການລາດຕະເວນດ້ວຍລົດຖີບ ໄດ້ຈັບກຸມນຶ່ງໃນອາຊະຍາກອນທີ່ຕ້ອງການຕົວທີ່ສຸດຂອງ ອາເມຣິກາ, ເຊິ່ງແມ່ນຄົນ ລາວ ໂດຍກຳເນີດ ທີ່ຖືກກ່າວຫາວ່າລັກລອບຂົນສົ່ງຢາເສບຕິດ, ຜູ້ທີ່ໄດ້ຫຼົບໜີການຈັບກຸມເປັນເວລາດົນກວ່າສິບປີ.
ຕຳຫຼວດນະຄອນ Montreal ກ່າວວ່າ ທ້າວ ກະຕ່າຍ ຂາວພອນ ສີຈັນທາ ອາຍຸ 35 ປີໄດ້ກຽມ ທີ່ຈະເສບຢາເສບຕິດໃນສວນສາທາລະນະແຫ່ງນຶ່ງ ໃນເວລາທີ່ຕຳຫຼວດສອງຄົນໄດ້ເຂົ້າໄປຫາ ແລະ ສອບຖາມລາວ.
ທ້າວ ກະຕ່າຍ ໄດ້ພະຍາຍາມທີ່ຈະແລ່ນໜີໄປຕາມທາງລົດຖີບ, ແຕ່ເຈົ້າໜ້າທີ່ກໍສາມາດນຳທັນ ແລະ ຈັບກຸມລາວ ຍ້ອນຂໍ້ສົງໄສວ່າມີຢາເສບຕິດໃນຄອບຄອງ. ການກວດລາຍນິ້ວມື ໄດ້ເປີດເຜີຍຖານະຂອງລາວ.
ລາວໄດ້ຖືກຈັດຢູ່ໃນລາຍຊື່ອາຊະຍາກອນ ທີ່ຕ້ອງການຕົວທີ່ສຸດ 10 ຄົນ ຂອງອົງການກວດກາຄົນເຂົ້າເມືອງ ແລະ ພາສີ ສະຫະລັດ ຫຼື ICE ນັບຕັ້ງແຕ່ລາວໄດ້ຖືກຟ້ອງຮ້ອງດຳເນີນຄະດີໃນປີ 2005 ເປັນຕົ້ນມາ.
ອີງຕາມອົງການ ICE ນັ້ນ, ລາວໄດ້ຫຼົບໜີຈາກການຈັບກຸມ ກ່ຽວກັບ ຢາເສບຕິດໃນສະຫະລັດ ທັງໄດ້ສືບຕໍ່ຄວບຄຸມອົງການລັກລອບຂົນສົ່ງຢາເສບຕິດທີ່ຕັ້ງຢູ່ໃກ້ໆກັບເມືອງ Windsor ແຂວງ Ontario.
ທ້າວ ກະຕ່າຍ ມີ “ປະຫວັດ ກ່ຽວກັບ ຄວາມຮຸນແຮງ” ແລະ ຖືກກ່າວຫາວ່າ ໄດ້ທຳການຂົ່ມຂູ່ ເຈົ້າໜ້າທີ່ສືບສວນສອບສວນພິເສດ ຂອງກະຊວງຮັກສາຄວາມປອດໄພແຫ່ງຊາດ ສະຫະລັດ ແລະ ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍຄົນອື່ນໆ, ອີງຕາມການກ່າວຂອງເຈົ້າໜ້າທີ່ອົງການ ICE.
ແຫຼ່ງຂ່າວ: ວີໂອເອ
No comments