ຊີຣີ ຮຽກຮ້ອງໃຫ້ ສປຊ ຍຸບກຸ່ມພັນທະມິດສາກົນ ທີ່ນຳໂດຍ ສ.ອາເມຣິກາ
ກະຊວງການຕ່າງປະເທດຊີຣີ ໄດ້ສົ່ງຈົດໝາຍເຖິງເລຂາທິການໃຫຍ່ ແລະ ປະທານສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ (ສປຊ) ໃນວັນທີ 30 ກໍລະກົດນີ້ ໂດຍຕຳນິວ່າ ການໂຈມຕີທາງອາກາດໃສ່ຊີຣີ ຂອງກຸ່ມພັນທະມິດສາກົນ ທີ່ນຳໂດຍ ສ.ອາເມຣິກາ ສົ່ງຜົນເຮັດໃຫ້ປະຊາຊົນທີ່ບໍ່ມີໂທດກຳຫຍັງ ເສຍຊີວິດ ແລະ ບາດເຈັບຈຳນວນຫຼາຍ ພ້ອມກັນນັ້ນກໍຮຽກຮ້ອງໃຫ້ຍຸບພັນທະມິດດັ່ງກ່າວ.
ຈົດໝາຍຂອງກະຊວງການຕ່າງປະເທດຊີຣີ ລະບຸວ່າ ນັບແຕ່ສ້າງຕັ້ງຂຶ້ນມາ ກຸ່ມພັນທະມິດສາກົນໄດ້ໂຈມຕີທາງອາກາດຕໍ່ຊີຣີເລື້ອຍໆ ຊຶ່ງພຽງເດືອນດຽວ ຄືເດືອນກໍລະກົດທີ່ຜ່ານມາ ໄດ້ໂຈມຕີຢູ່ພາກຕາເວັນອອກ ແລະ ພາກຕາເວັນອອກສຽງເໜືອຊີຣີ ເຖິງ 7 ເທື່ອ ສົ່ງຜົນເຮັດໃຫ້ປະຊາຊົນ ໂດຍສະເພາະແມ່ນແມ່ຍິງ ແລະ ເດັກນ້ອຍທີ່ບໍ່ມີໂທດຫຍັງ ເສຍຊີວິດ ແລະ ບາດເຈັບຢ່າງຫຼວງຫຼາຍ.
ສ.ອາເມຣິກາ ແລະ ປະເທດອື່ນໆໄດ້ສ້າງຕັ້ງກຸ່ມພັນທະມິດສາກົນ ເມື່ອເດືອນກັນຍາ ປີ 2014 ເພື່ອໂຈມຕີທາງອາກາດໃສ່ເປົ້າໝາຍຂອງກຸ່ມລັດອິສລາມ (IS) ຢູ່ໃນຊີຣີ ແລະ ອີຣັກ ແຕ່ລັດຖະບານຊີຣີ ເຫັນວ່າ ການກະທຳດັ່ງກ່າວບໍ່ໄດ້ຮັບການມອບສິດຈາກສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ຕຳນິວ່າ ການໂຈມຕີທາງອາກາດສົ່ງຜົນເຮັດໃຫ້ປະຊາຊົນເສຍຊີວິດ ແລະ ບາດເຈັບຢ່າງຫຼວງຫຼາຍ.
ໃນອີກດ້ານໜຶ່ງ ແຫຼ່ງຂ່າວ Sputnik ແລະ ສຳນັກຂ່າວສານ ANHA ຊອງຊາວເຄີດ ລາຍງານເມື່ອວັນທີ 30 ກໍລະກົດທີ່ຜ່ານມາວ່າ ກອງກຳລັງຂອງກອງທັບຕວກກີ ໄດ້ບຸກຄືບເຂົ້າໄປໃນເຂດໂຄບານີ (ພາກເໜືອຊີຣີ) ແລະ ຜັນຂະຫຍາຍກອງກຳລັງຢູ່ທີ່ນັ້ນ ໃນຂະນະດຽວກັນ ກອງກຳລັງປ້ອງກັນຕົວຂອງຊາວເຄີດຢູ່ໃນຊີຣີ ແຈ້ງເຕືອນວ່າ ຈະມີມາດຕະການຕອບໂຕ້ ຖ້າຫາກວ່າກອງກຳລັງຂອງຕວກກີ ບໍ່ຖອນອອກໄປຈາກດິນແດນຂອງຊາວເຄີດ ຢູ່ໃນເຂດໂຄບານີ.
No comments