ປະຊາຊົນສະເໜີຫຼາຍບັນຫາຕໍ່ ສສຊ-ສສ ນວ
ສະມາຊິກສະພາແຫ່ງຊາດ ຊຸດທີ VIII ປະຈຳເຂດເລືອກຕັ້ງທີ 1 ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ I ມີທ່ານນາງ ຄຳຟອງ ພູມວົງໄຊ ສສຊ ປະຈຳເຂດເລືອກຕັ້ງທີ 1 ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ລົງເຄື່ອນໄຫວພົບປະປະຊາຊົນບ້ານວຽງຈະເລີນ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ວັນທີ 16 ສິງຫາ 2017.
ທ່ານ ສົມພິດ ວົງພະຈັນ ນາຍບ້ານວຽງຈະເລີນ ໄດ້ລາຍງານສະພາບລວມຂອງບ້ານໂດຍຫຍໍ້ ຈາກນັ້ນ ສສຊ-ສສ ນວ ໄດ້ຜັດປ່ຽນກັນເຜີຍແຜ່ພາລະບົດບາດ ສິດໜ້າທີ່ຂອງສະມາຊິກສະພາແຫ່ງຊາດ ສະພາປະຊາຊົນ ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ I ເພື່ອໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈ ພ້ອມນັ້ນຍັງໄດ້ຮັບຟັງແລກປ່ຽນຄຳຄິດເຫັນກັບປະຊາຊົນບ້ານວຽງຈະເລີນ ເພື່ອຈະນຳສະເໜີຕໍ່ອຳນາດການປົກຄອງ ແລະ ຂະແໜງການທີ່ກ່ຽວຂ້ອງ ບັນຫາປະຊາຊົນໄດ້ສະເໜີແມ່ນໃຫ້ມີການແກ້ໄຂບັນຫາຄອງນ້ຳທີ່ເປື້ອນ ໂດຍສະເພາະແມ່ນຮ່ອງແຊງທີ່ໄຫຼຜ່ານ ເນື່ອງຈາກມີປະຊາຊົນຖິ້ມຂີ້ເຫຍື້ອລົງໃສ່ຄອງນ້ຳດັ່ງກ່າວເປັນຈຳນວນຫຼວງຫຼາຍ ສະເໜີໃຫ້ມີການແກ້ໄຂການອອກໃບຕາດິນຖາວອນໃຫ້ແກ່ປະຊາຊົນເຂດໜ່ວຍ 45 ເພາະເຂດດັ່ງກ່າວມີແຜນທີ່ຈະຖືກໂຄງການ ຜ່ານມາປະຊາຊົນ ໄດ້ຮັບແຕ່ສິດໃບນຳໃຊ້ເທົ່ານັ້ນ ແລະ ບໍ່ສາມາດນຳໃຊ້ດິນໄດ້ຕາມຈຸດປະສົງຂອງຕົນເອງ ພ້ອມນັ້ນ ໃຫ້ມີການສ້າງເສັ້ນທາງຮ່ອມບ້ານທີ່ຍັງບໍ່ທັນສຳເລັດ ໃຫ້ເປັນທາງເບຕົງ ໃຫ້ມີການກວດກາກຳນົດຄອງນ້ຳຮ່ອງແຊງ ເພາະມີບາງຄອບຄົວທີ່ຢູ່ໃກ້ໄດ້ຖົມເອົາດິນທີ່ເປັນເຂດຄອງນ້ຳໄປເປັນດິນຂອງຕົນເອງ ເຮັດໃຫ້ເກີດນ້ຳອັ່ງ ແລະ ຖ້ວມໃນເວລາຝົນຕົກ ໃຫ້ມີການເພີ່ມຈຳນວນລົດເກັບຂີ້ເຫຍື້ອ ໃຫ້ມີການແກ້ໄຂກ່ຽວກັບເຈົ້າໜ້າທີ່ຕັ້ງດ່ານກວດລົດນຳເສັ້ນທາງ ປັບໃໝເອົາເງິນນຳປະຊາຊົນແບບບໍ່ຖືກຕ້ອງ ແລະ ເອົາເງິນໄປໃຊ້ສ່ວນຕົວ ໃຫ້ມີການອົບຮົມກ່ຽວກັບຈັນຍາບັນຂອງແພດໝໍຕໍ່ການປິ່ນປົວຄົນເຈັບ ບໍ່ໃຫ້ມີການຈຳແນກ ໃຫ້ພິຈາລະນາຄືນກ່ຽວກັບເງິນກອງທຶນທາງ ເຊິ່ງເຫັນວ່າມູນຄ່າສູງຫຼາຍ ແລະ ສະເໜີໃຫ້ມີການກວດກາຄືນກ່ຽວກັບບັນຫາຄ່າໄຟຟ້າແພງ ປັດຈຸບັນ ເຫັນວ່ານັບມື້ນັບແພງຂຶ້ນ ແລະ ອື່ນໆ.
ຕອນບ່າຍວັນດຽວກັນ ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ສະມາຊິກສະພາແຫ່ງຊາດ ຊຸດທີ 8 ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ສືບຕໍ່ລົງເຄື່ອນໄຫວພົບປະກັບປະຊາຊົນບ້ານທາດຫຼວງເໜືອກາງ ແລະ ບ້ານທາດຫຼວງໃຕ້ ຢູ່ວັດບ້ານທາດຫຼວງໃຕ້ ເພື່ອແລກປ່ຽນຄຳຄິດຄຳເຫັນ ຄຳສະເໜີຂັດຂ້ອງໝອງໃຈຕ່າງໆຂອງພໍ່ແມ່ປະຊາຊົນໃນບ້ານດັ່ງກ່າວ ເພື່ອສະເໜີຕໍ່ພາກສ່ວນກ່ຽວຂ້ອງພິຈາລະນາແກ້ໄຂ.
No comments