ແມນຊີຕີ ກຽມເສີມ ອະເລັກຊິສ-ເອັມບາບເປ
ແມນເຊສເຕີ ຊີຕີ ເສີມທັບໄດ້ຢ່າງໜ້າເກງຂາມ ແລະ ແຕ່ລະຄົນລ້ວນແຕ່ລາຄາສູງທັງນັ້ນ ບໍ່ວ່າຈະເປັນ ເບນາໂດ ຊິວວາ 45 ລ້ານປອນ ເອແດສັນ 36 ລ້ານປອນ ໄຄຼ ວອກເກີ 50 ລ້ານປອນ ດານິໂລ່ 27 ລ້ານປອນ ແລະ ຫຼ້າສຸດ ເບນຈາມິນ ເມນດີ 52 ລ້ານປອນ.
ອະດີດຜູ້ຈັດການໃຫຍ່ບາເຊໂລນ່າ ຍັງເບິ່ງເຫັນຈຸດອ່ອນຫຼາຍຕຳແໜ່ງ ເມື່ອພິຈາລະນາຈາກເກມອຸ່ນເຄື່ອງກຽມລະດູການ ຜົນງານບໍ່ຄ່ອຍດີເທົ່າທີ່ຄວນ ຈຶ່ງຕ້ອງການເສີມຢ່າງໜ້ອຍ 2 ຄົນ.
ຕາມລາຍງານຈາກ "ແມນເຊສເຕີ ອີຟນິ່ງ ນິວສ໌" ໜັງສືພິມຊື່ດັງປະຈຳເມືອງລະບຸວ່າ ໂຄ້ຊເປ໊ບ ເຫັນວ່າ ກອງໜ້າຍັງຂາດຄວາມສຽບຄົມ ແລະ ບໍ່ຕ້ອງການຝາກຄວາມຫວັງໄປທີ່ ເຊຄິໂອ ອະເກວໂຣ່ ແລະ ກາບຣຽວ ເຮຊຸສ ຫຼາຍເກີນໄປ.
ເປົ້າໝາຍອັນດັບ 1 ຂອງ ກວາດິໂອລ່າ ກໍຄື ອະເລັກຊິສ ດາວຍິງສູງສຸດແຫ່ງທີມ ອາເຊນ່ອນ ແລະ ເອັມບາບເປ ກອງໜ້າດາວຮຸ່ງພຸ່ງແຮງຂອງໂມນາໂກ ເຖິງແມ່ນທັງຄູ່ຄ່າຕົວລວມກັນອາດຫຼາຍກວ່າ 200 ລ້ານປອນກໍຕາມ.
No comments