ຜູ້ໃຊ້ເບີຫຼັກ 5 ວຸ່ນ ໂທເຂົ້າ-ໂທອອກ ກໍບໍ່ໄດ້


ມື້ນີ້, ເວລາປະມານ 12:00 ນາທີ (ວັນທີ 21 ສິງຫາ 2017) ໄດ້ເກີດເຫດເຄືອຂ່າຍໂທລະສັບ ຂອງລັດວິສາຫະກິດລາວໂທລະຄົມ ຫຼື M-Phone ລົ້ມ ເຮັດໃຫ້ຜູ້ໃຊ້ເຄືອຂ່າຍດັ່ງກ່າວ ບໍ່ສາມາດໂທເຂົ້າ-ໂທອອກໄດ້ເລີຍ ທັງເບີຫຼັກ 020 ແລະ 030 ແຕ່ວ່າສັນຍານເນັດແມ່ນຍັງໃຊ້ໄດ້ຢູ່.
ຜູ້ສື່ຂ່າວລາຍງານວ່າ ເຈົ້າໜ້າທີ່ຜູ້ໜຶ່ງ ຂອງບໍລິສັດລັດວິສາຫະກິດລາວໂທລະຄົມ ທີ່ບໍ່ປະສົງອອກນາມ ໄດ້ບອກວ່າໄດ້ເກີດບັນຫາຄືດັ່ງກ່າວແທ້ ແລະພາກສ່ວນເຕັກນິກທີ່ກ່ຽວຂ້ອງຍັງພວມຂຸ້ນຂ້ຽວສ້ອມແປງຢູ່ ເຊິ່ງຄາດວ່າຈະກັບມາໃຊ້ໄດ້ປົກກະຕິໃນໄວໆ ນີ້.
ທີມຂ່າວພວກເຮົາພະຍາຍາມທົດລອງດ້ວຍການ ເອົາເບີເຄືອຂ່າຍອື່ນໂທຫາເບີລາວໂທລະຄົມ, ເອົາເບີລາວໂທລະຄົມໂທຫາເບີລາວໂທລະຄົມ ແລະເອົາເບີລາວໂທລະຄົມໂທຫາສູນຂອງລາວໂທລະຄົມ ກໍບໍ່ສາມາດຕິດຕໍ່ໄດ້ເຊັ່ນກັນ. ແຕ່ຍັງບໍ່ທັນລະອຽດເທື່ອວ່າ ເຫດການດັ່ງກ່າວນີ້ ເປັນທົ່ວປະເທດ ຫຼືເປັນບາງຈຸດເທົ່ານັ້ນ.
ລາຍລະອຽດເຮົາຍັງລໍຖ້າການຊີ້ແຈງຢ່າງເປັນທາງການຈາກລາວໂທລະຄົມຕື່ມ.

No comments

Theme images by compassandcamera. Powered by Blogger.