ສະພາແຫ່ງຊາດ ກັບລັດຖະບານ ຫາລື ບັນຫາສຳຄັນຂອງຊາດ ຮັບປະກັນໃຫ້ ເສດຖະກິດ-ສັງຄົມ ສືບຕໍ່ຂະຫຍາຍຕົວ


ຂປລ. ກອງປະຊຸມຮ່ວມ ລະຫວ່າງ ຄະນະປະຈຳ ສະພາແຫ່ງຊາດ ກັບລັດຖະບານ ​ໄດ້ຈັດຂຶ້ນໃນວັນທີ 15 ສິງຫານີ້ ຢູ່ນະຄອນຫລວງວຽງຈັນ, ​ໂດຍການເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ​ເພື່ອປຶກສາຫາລື ບາງບັນຫາທີ່ສຳຄັນຂອງຊາດ ແນ່ໃສ່ຮັບປະກັນ ໃຫ້ເສດຖະກິດ-​ ສັງຄົມສືບຕໍ່ຂະຫຍາຍຕົວຕໍ່ເນື່ອງ, ສັງຄົມມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ ສ້າງໄດ້ຄວາມໄວ້ວາງໃຈ ​​ແລະ ຄວາມເຊື່ອໝັ້ນ ຂອງປະຊາຊົນ ຕໍ່ກັບການບໍລິຫານຂອງລັດ.


ທ່ານ ນາງ
 ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ ​ໄດ້ກ່າວວ່າ: ​ເນື້ອໃນຈຸດສຸມ ໃນກອງປະຊຸມຄັ້ງນີ້, ຈະໄດ້ປຶກສາຫາລືຮ່ວມກັນ ສາມບັນຫາ ຄື ຮັບຟັງການລາຍງານ ການຈັດຕັ້ງປະຕິບັດ ນະໂຍບາຍຊົດເຊີຍຕໍ່ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໂຄງການລົງທຶນ ພັດທະນາຂອງລັດ ລວມທັງໂຄງການກໍ່ສ້າງ ທາງລົດໄຟ, ​ໂຄງການລົງທຶນພາຍໃນ ​ແລະ ຕ່າງປະເທດ ທີ່ພົວພັນເຖິງການຊົດເຊີຍ ​ແລະ ການຈັດສັນທີ່ຢູ່ອາໃສອາຊີບຄົງທີ່ໃຫ້ແກ່ ປະຊາຊົນທີ່ຖືກຜົນກະທົບຮັບຟັງສະພາບການຈັດຕັ້ງປະຕິບັດ ບັນດາຄາດໝາຍໃຫຍ່ ທາງດ້ານເສດຖະກິດ-ສັງຄົມງົບປະມານ​​ແຫ່ງລັດ ປີ 2017 ຕາມມະຕິ ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ວາງອອກ ​ເພື່ອສືບຕໍ່ຊຸກຍູ້ ​ແລະ ຊີ້ນຳການຈັດຕັ້ງປະຕິບັດ ແຜນດັ່ງກ່າວ ​ໃນ 6 ​ເດືອນທ້າຍປີ ​ໃຫ້ບັນລຸຕາມຄາດໝາຍ ​ກໍຄື ປຶກສາຫາລື ກ່ຽວກັບກົນໄກປະສານງານ ແລະ ການຊີ້ນຳຂອງ ຄະນະປະຈຳສະພາແຫ່ງຊາດ ​ແລະ ລັດຖະບານ ຕໍ່ການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມ ສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ທີ່ຈະມາເຖິງໃນທ້າຍປີນີ້ ກ່ຽວກັບແຜນພັດທະນາ ເສດຖະກິດ-ສັງຄົມ ​ແລະ ​ແຜນງົບປະມານແຫ່ງລັດ ປະຈຳປີ 2018 ຕໍ່ສາຍຕັ້ງຂອງຕົນ ນັບແຕ່ສູນກາງຮອດທ້ອງຖິ່ນ ​ແນ່ໃສ່ຮັບປະກັນ ຄວາມເປັນເອກະພາບ ໃນການຊີ້ນຳ ​ແລະ ຈັດຕັ້ງຜັນຂະຫຍາຍແຜນດັ່ງກ່າວ ​ໃຫ້ທັນຕາມກຳນົດເວລາ ​ແລະ ມີໝາກຜົນ.


ຂ່າວ: ສຸກສະຫວັນພາບ​: ​ເກດ
ເນື້ອໃນ: ຂປລ

No comments

Theme images by compassandcamera. Powered by Blogger.