ປະກາດ 3 ບ້ານ ເມືອງສະໝ້ວຍ ຢຸດຕິການຖ່າຍຊະຊາຍ



ຂປລ. ທ້າຍ​ອາທິດ​ຜ່ານ​ມາ, ສາທາລະນະ​ສຸກ ເມືອງ​ສະໝ້ວຍ​ ແຂວງ​ສາລະ​ວັນ ​ຈັດ​ພິທີ​ປະກາດ​ 3 ບ້ານຄື: ບ້ານ​ເທສະບານ, ບ້ານ​ລະ​ວາ​ເໜືອ ​ແລະ​ ບ້ານ​ຕະ​ໂປງ​ໂນນ ​ເປັນບ້ານຢຸດຕິ​ ການຖ່າຍ​ຊະຊາຍ ພ້ອມ​ມອບໃບ​ຢັ້ງຢືນ ​ບ້ານ​ສາທາລະນະ​ສຸກ​ແບບຢ່າງຈຳນວນ 2 ບ້ານ ​ແລະ​ ບ້ານ​ຢຸດຕິ​ການຖ່າຍ​ຊະຊາຍ 3 ບ້ານ​ ​ໂດຍ​ມີ​ ທ່ານ ວິ​ໄລ​ສັກ ພົມ​ພັກດີ ຮອງ​ເລຂາ​ພັກ​ເມືອງ, ຮອງ​ເຈົ້າ​ເມືອງໆສະໝ້ວຍ, ​ທ່ານ ຄຳ​ຄ້າຍ ຄຳ​ສິງ​ສະຫວັດ ຮອງ​ຫົວໜ້າພະ​ແນ​ກ ສາທາລະນະ​ສຸກ​ແຂວງ ​ແລະ ພາກສ່ວນ​ກ່ໜວຂ້ອງ​ເຂົ້າ​ຮ່ວມ.

ທ່ານ ທອງ
​ເກີ​ມ ​ແກ້ວ​ຕຸ​ປົງ ນາຍບ້ານໆ​ເທສະບານ​ ​ໄດ້​ໃຫ້​ຮູ້​ວ່າ: ​ໃນ​ປີ 2016 ຫ້ອງການ​ສາທາ ລະນະ​ສຸກ​ເມືອງ ​ໄດ້​ສົມທົບ​ກັບ ​ບັນດາ​ຂະ​ແໜງການ​ຕ່າງໆ ອ້ອມ​ຂ້າງ​ເມືອງລົງ​ເກັບ​ກຳ​ຂໍ້​ມູນ ​ບັນຫາ​ສະພາບ​ການ​ຕ່າງໆຂອງ​ບ້ານ​ ເຫັນ​ວ່າ​ສ່ວນ​ໃຫຍ່ພະຍາດ ທີ່​ມັກ​​ເກີດ​ແມ່ນ​ໄຂ້ຍຸງ ​ແລະ​ ຖອກທ້ອງ ​ເນື່ອງ​ຈາກ​ວ່າ​ປະຊາຊົນ​ ຍັງ​ບໍ່ທັນ​ເຂົ້າ​ໃຈ​ກ່ຽວກັບ​ ຄວາມ​ເປັນ​ເຈົ້າ​ການ​ດ້ານ ​ການ​ຮັກສາ​ສຸຂະ​ອະນາ​ໄມ​ ດັ່ງ​ນັ້ນ​ມາ​ຮອດ​ເດືອ​ນກໍລະກົດ 2017 ຫ້ອງການ​ສາທາ​ ຈິ່ງ​ໄດ້​ສຸມ​ໃສ່​ວຽກງານ​ດັ່ງກ່າວ​ ດ້ວຍ​ການ​ປຸກລະດົມ​ພໍ່​ແມ່​ປະຊາຊົນ ​ສ້າງ​ວິດຖ່າຍ​ດ້ວຍ​ຕົນ​ເອງມາ​ຮອດ​ປະຈຸ​ບັນ ມີ​ຄອບຄົວ​ນອນ​ໃນ​ມຸງ​ຍ້ອມ​ຢາມີ​ຮົ່ວ​ ອ້ອມ​ເດີ່ນ​ບ້ານ ​ແລະ ​ນຳ​ໃຊ້​ວິດຖ່າຍ​ກວມ 98%ຄອບຄົວ​ດື່ມ​ນ້ຳ​ສະອາດ ​ແລະ​ ເດີ່ນ​ບ້ານ​ສະອາດ ກວມ 100%.

No comments

Theme images by compassandcamera. Powered by Blogger.