SELPHY CP910 ເຄື່ອງພິມຮູບຖ່າຍຂະໜາດພົກພາ

ຖ້າ​ທ່ານ​ໃດ​ມັກ​ຖ່າຍ­ຮູບ​ເປັນ​ຊີ­ວິດ​ຈິດ­ໃຈ​ຈະ​ຕ້ອງ​ມັກ​ອຸ­ປະ­ກອນ​ນີ້​ແນ່­ນອນ ເພາະ​ມັນ​ເຮັດ​ໃຫ້​ສາ­ມາດ​ພິມ​ພາບ​ຖ່າຍ​ຈາກ​ກ້ອງ ຫຼື ສະ­ມາດ ໂຟນ ໄດ້​ໃນ​ເວ­ລາ​ພຽງ​ແຕ່ 47 ວິ­ນາ­ທີ​
ມັນ​ຄື​ອຸ­ປະ­ກອນ​ປິນ​ເຕີ​ຈາກ​ແຄນ ນອນ​ທີ່​ຊື່­ວ່າ SELPHY CP910 ຕົວ​ເຄື່ອງ​ມີ​ນ້ຳ­ໜັກ​ເບົາ ແລະ​ຂະ­ໜາດ​ກະ­ທັດ​ຮັດ​ເຮັດ​ໃຫ້​ສາ­ມາດ​ພົກ​ພາ​ໄປ​ໄດ້​ທຸກ​ສະ­ຖານ­ທີ່ ນອກ­ຈາກ​ນີ້ ພາບ ທີ່​ຖືກ​ພິມ​ອອກ​ມາ​ມີ​ຄຸນ ສົມ­ບັດ​ກັນ​ນ້ຳ ຊຶ່ງ​ໝາຍ​ຄວາມ​ວ່າ​ພາບ​ຖ່າຍ​ຂອງ ເຮົາ​ຈະ​ຄົງ​ສະ­ພາບ​ເດີມ​ໄປ​ໄດ້​ດົນ​ນານ, ເຄື່ອງ­ພິມ​ນີ້​ຍັງ​ມີ​ຟີ​ເຈີ Portrait Image Optimize ນັ້ນ​ຄື​ຟີ​ເຈີ​ປັບ​ຂະ­ໜາດ​ພາບ​ທີ່​ຈະ​ພິມ​ອອກ​ມາ​ເປັນ​ຂະ ໜາດ 4X6 ນິ້ວ​ຫາກ​ເປີດ ເຄື່ອງ​ໃນ​ໂໝດ AirPrint ຈະ​ເຮັດ​ໃຫ້​ທ່ານ​ສາ ມາດ​ເຊື່ອມ​ຕໍ່​ປິນ​ເຕີ​ແບບ​ໄຮ້​ສາຍ​ກັບ iPhone, iPad ຫຼື iPod ໄດ້​ເລີຍ ໂດຍ​ບໍ່​ຕ້ອງ​ມີ driver ຍິ່ງ​ໄປ​ກວ່າ​ນັ້ນ​ໃນ​ໂໝດ Access Point ທ່ານ​ກໍ ສາ­ມາດ​ເຊື່ອມ​ຕໍ່​ກັບ​ກ້ອງ ແລະ​ອຸ­ປະ­ກອນ​ຕ່າງໆ​ໄດ້​ໂດຍ​ກົງ ບໍ່​ຕ້ອງ​ໃຊ້ ເຄືອ​ຂ່າຍ​ໃດໆ​ງ່າຍ​ແມ່ນ​ບໍ​ລະ​ທ່ານ​ຜູ້​ອ່ານ.

No comments

Theme images by compassandcamera. Powered by Blogger.