ຄຳມ່ວນຄາດຈະສູ້ຊົນຜະລິດເຂົ້າໃຫ້ໄດ້ 4 ແສນກວ່າໂຕນ
ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງຄໍາມ່ວນກ່າວຕໍ່ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງຄັ້ງທີ 5 ສະໄໝທີ IX ກ່ຽວກັບແຜນພັດທະນາວຽກງານກະສິກໍາ ແລະປ່າໄມ້ວ່າ : ແຂວງຄໍາມ່ວນແມ່ນເປັນແຂວງໜຶ່ງທີ່ມີທ່າແຮງທາງດ້ານການຜະລິດກະສິກໍາເພື່ອບໍລິໂພກ ແລະຂາຍເປັນສິນຄ້າ.
ຕາມຕົວເລກຄາດຄະເນຜົນຜະລິດເຂົ້າໃນສົກປີ 2016-2017 ໃຫ້ໄດ້ 406.940 ໂຕນ, ສະເລ່ຍຕໍ່ຫົວ ຄົນ ໃຫ້ໄດ້ 975 ກິໂລ ຕໍ່ຄົນຕໍ່ປີ ( ພົນລະເມືອງ 2016-2017 ປະມານ 417.176 ຄົນ ) ໃນນັ້ນ ມີການປູກເຂົ້ານາປີໃນປີ 2017 ຄາດຄະເນເນື້ອທີ່ປູກ 84.630 ເຮັກຕາ, ຄາດຄະເນຜົນຜະລິດ 329.950 ໂຕນ, ດ້ວຍສະມັດຖະພາບຜົນຜະລິດ 3,90 ໂຕນຕໍ່ເຮັກ ຕາ, ການປູກເຂົ້ານາແຊງສົກປີ 2016-2017 ຄາດຄະເນເນື້ອທີ່ ປູກ 13.650 ເຮັກຕາ, ຄາດຄະເນຜົນຜະລິດ 76.990 ໂຕນ, ດ້ວຍສະມັດຖະພາບຜົນຜະລິດ 5,64 ໂຕນຕໍ່ເຮັກຕາ.
[caption id="attachment_3255" align="alignnone" width="700"]
????????????????????????????????????[/caption]
ນອກນີ້ແມ່ນຊີ້ນ, ປາ, ໄຂ່ ແມ່ນເພີ່ມປະລິມານການຜະລິດ ເພື່ອຕອບສະໜອງການບໍລິໂພກໂດຍສຸມໃສ່ການເພີ່ມປະລິມານ ການລ້ຽງສັດແບບເປັນຟາມ, ການລ້ຽງແບບເປັນຄອບຄົວ ແລະເອົາໃຈໃສ່ຂະຫຍາຍຕາໜ່າງສັດ ຕະວະແພດບ້ານໃຫ້ໄດ້ມີການ ເຄື່ອນໄຫວເພື່ອເພີ່ມຈໍານວນສັດ ໃຫ້ຫຼາຍຂຶ້ນໃນປີ 2017 ເຊັ່ນ: ຄວາຍ 75.868 ໂຕ ທຽບໃສ່ ແຜນປີ 2015-2016 ເພີ່ມຂຶ້ນ 4%, ງົວ 125.431 ໂຕ ທຽບໃສ່ແຜນປີ 2015-2016 ເພີ່ມຂຶ້ນ 6 %, ໝູລາດ 65.752 ໂຕ ທຽບໃສ່ແຜນປີ 2015-2016 ເພີ່ມຂຶ້ນ 6%, ໝູພັນ 31.222 ໂຕ ທຽບໃສ່ແຜນປີ 2015-2016 ເພີ່ມຂຶ້ນ 6%, ແບ້ 23.294 ໂຕ ທຽບໃສ່ແຜນປີ 2015-2016 ເພີ່ມຂຶ້ນ 4 %, ເປັດ 325.607 ໂຕ ທຽບໃສ່ແຜນປີ 2015-2016 ເພີ່ມຂຶ້ນ 6%, ໄກ່ 714.902 ໂຕ ທຽບໃສ່ແຜນປີ 2015-2016 ເພີ່ມຂຶ້ນ 6%.
ສໍາລັບຄາດໝາຍສູ້ຊົນຜະລິດ ເປັນສິນຄ້າ ໂດຍສຸມໃສ່ເຂດສະເພາະ ແລະບັນດາທ່າແຮງຂອງເຂດເພື່ອສົ່ງເສີມການລົງທຶນໃສ່ ການຜະລິດເປັນສິນຄ້າຕອບສະໜອງວັດຖຸດິບປ້ອນໂຮງງານອຸດສາຫະກໍາປຸງແຕ່ງເພື່ອຊົມໃຊ້ຢູ່ພາຍໃນ ແລະເປັນສິນຄ້າສົ່ງອອກຂາຍຢູ່ຕ່າງປະເທດທີ່ເປັນປາຍ ແຫຼມຕະຫຼາດຮອງຮັບເປັນຕົ້ນ: ການປູກເຂົ້າເປັນສິນຄ້າແມ່ນເລັ່ງໃສ່ການຜະລິດຕາມຈຸດສຸມ ຍົກສະມັດຖະພາບເຂົ້າ ແລະຈຸດສຸມຜະລິດເມັດພັນໂດຍນໍາໃຊ້ທ່າແຮງ ຂອງໂຄງການຕ່າງໆ ແລະບັນ ດາກຸ່ມໂຮງສີເຂົ້າໃຫ້ໄດ້ເປັນຜູ້ສົ່ງເສີມຊາວນາປູກເຂົ້າຄຸນນະພາບ ເປັນສິນຄ້າໃຫ້ໄດ້ຜົນຜະລິດດີ.
ດ້ານການປູກພືດແມ່ນເລັ່ງໃສ່ພືດທີ່ເປັນເສດຖະກິດເປັນຕົ້ນ ແມ່ນຢາສູບ, ອ້ອຍ, ມັນຕົ້ນ ແລະພືດຜັກຈໍານວນໜຶ່ງ ຊຶ່ງການປູກພືດລະດູຝົນປີ 2017 ແຜນໃຫ້ ໄດ້ 4.233 ເຮັກຕາ, ຄາດຄະເນ ຜົນຜະລິດ 35.936 ໂຕນ, ດ້ວຍສະມັດຖະພາບສະເລ່ຍ 8,49 ໂຕນຕໍ່ເຮັກຕາ ແລະປູກພືດລະດູ ແລ້ງສົກປີ 2016-2017 ແຜນໃຫ້ໄດ້ 11.090 ເຮັກຕາ, ຄາດຄະເນຜົນຜະລິດ 70.411 ໂຕນ ດ້ວຍສະມັດຖະພາບສະເລ່ຍ 6,35 ໂຕນຕໍ່ເຮັກຕາ .
ທ່ານ ບຸນຈັນ ກ່າວຕື່ມວ່າ: ສໍາລັບຄາດໝາຍແກ້ໄຂວຽກງານພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກວຽກຕົ້ນ ຕໍແມ່ນຫັນວຽກສົ່ງເສີມບໍລິການເຕັກນິກຕິດພັນກັບການສະໜັບສະໜູນດ້ານປັດໄຈນໍາເຂົ້າຈໍານວນ ໜຶ່ງເຊັ່ນ: ແນວພັນພືດ, ສັດ, ປ່າ, ໄມ້ ໂດຍໃຫ້ໄປຄຽງຄູ່ກັບການສ້າງກອງທຶນພັດທະນາ, ປຸກລະດົມ ປະຊາຊົນໃຫ້ທໍາການຜະລິດໄຮ່ແບບຄົງທີ່ສ່ວນໄຮ່ໝູນວຽນກໍໃຫ້ ຢຸດຢ່າງສິ້ນເຊີງແນໃສ່ບັນດາ ເມືອງທີ່ມີເນື້ອທີ່ໄຮ່ ແລະບັນດາ ບ້ານທີ່ນອນຢູ່ໃນເປົ້າໝາຍຂອງການສໍາປະທານທີ່ດິນເພື່ອປູກໄມ້ ແລະອື່ນໆ, ສົ່ງເສີມຄອບຄົວເຮັດໄຮ່ຄົງທີ່, ໄຮ່ໝູນວຽນໄປເຮັດການຜະລິດກະສິກໍາແທນ ແລະປ່າໄມ້ແບບປະສົມປະສານແນໃສ່ເປັນການຜະລິດສະບຽງອາຫານ, ຜະລິດເປັນສິນຄ້າໃຫ້ມີລາຍຮັບສູງ ຂຶ້ນເທື່ອລະກ້າວເຊັ່ນ: ປູກສາລີ, ອ້ອຍ, ມັນຕົ້ນ, ປູກຫຍ້າ ເພື່ອລ້ຽງສັດ ຫຼື ພືດລົ້ມລຸກຈໍານວນໜຶ່ງສໍາ ລັບໄມ້ໃຫ້ໝາກ ແລະອື່ນໆຕາມ ເງື່ອນໄຂ ແລະທ່າແຮງຂອງແຕ່ ລະທ້ອງຖິ່ນ. ສ່ວນວຽກງານແກ້ໄຂຄວາມທຸກຍາກແມ່ນນໍາໃຊ້ ທ່າແຮງບັນດາໂຄງການຕ່າງໆ ທີ່ນອນຢູ່ໃນຂົງເຂດກະສິກໍາ ແລະປ່າໄມ້ ໂດຍສະເພາະແມ່ນທຶນໂຄງການພັດທະນາແຂວງຄໍາມ່ວນ, ໂຄງການນ້ຳເທີນ 2, ໂຄງການຈັດສັນປ່າຜະລິດ, ອົງການຄຸ້ມຄອງ ປົກປັກຮັກສາແຫຼ່ງນ້ຳ ແລະອື່ນໆ.
ທີ່ມາ: SEDTHAKID

No comments