ຊຽງຂວາງ ເກັບລາຍຮັບໄດ້ພຽງ 51,19%
ຜ່ານການຈັດຕັ້ງປະຕິບັດພັດທະນາເສດຖະກິດ-ສັງຄົມສົກ ປີ 2015-2016 ເຫັນວ່າແຂວງຊຽງຂວາງມີທ່າອຽງດ້ານການ ພັດທະນາດີຂຶ້ນແຕ່ເສດຖະກິດການເເງິນຂອງແຂວງຫຼຸດລົງ
ໂດຍສະເພາະການປະຕິບັດລາຍຮັບລາຍຈ່າຍງົບປະມານຍັງບໍ່ທັນໄດ້ຕາມແຜນທີ່ວາງໄວ້ ຊຶ່ງຕົວເລກ 9 ເດືອນມານີ້ທົ່ວແຂວງ ເກັບລາຍຮັບເຂົ້າງົບປະມານໄດ້ 64,79 ຕື້ກີບ ທຽບໃສ່ແຜນການ ປີປະຕິບັດໄດ້ພຽງ 51,19% ເທົ່ານັ້ນ.
ຕາມຂໍ້ມູນພະແນກແຜນການ ແລະການລົງທຶນແຂວງໃຫ້ຮູ້ວ່າ: ໃນສົກປີ 2015-2016 ຜ່ານມາຂະແໜງການເງິນແຂວງຊຽງ ຂວາງໄດ້ອອກແຮງຂຸດຄົ້ນແຫຼ່ງລາຍຮັບຕາມແຜນທີ່ກຳນົດໄວ້ ຊຶ່ງໃນ 9 ເດືອນ ສາມາດເກັບລາຍຮັບທ້ອງຖິ່ນເຂົ້າງົບປະມານ ໄດ້ທັງໝົດ 64,79 ຕື້ກີບ ເທົ່າກັບ51,19% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫຼຸດລົງ 12,09% (ຊຶ່ງສາມາດກຸ້ມລາຍຈ່າຍເງິນເດືອນພຽງແຕ່ 30,95%) ໃນນັ້ນ, ຮັບຈາກສ່ວຍສາອາກອນ 59,89 ຕື້ກີບ ແລະຮັບຈາກຊັບສິນ 4,90 ຕື້ກີບ.
ສໍາລັບລາຍຈ່າຍທົ່ວແຂວງ ປະຕິບັດໄດ້ 323,89 ຕື້ກີບ ເທົ່າ ກັບ 64,92% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 8,76% ໃນນັ້ນຈ່າຍເງິນເດືອນພະນັກງານ 209,34 ຕື້ກີບ, ຈ່າຍອຸດໜູນນະໂຍບາຍ ເບ້ຍລ້ຽງ 15,20 ຕື້ກີບ, ຈ່າຍຮັບໃຊ້ກົງຈັກບໍລິຫານລັດ 19,50 ຕື້ກີບ, ຈ່າຍດັດສົມສົ່ງເສີມຊ່ວຍໜູນ ແລະບຳລຸງ 7,23 ຕື້ກີບ, ຈ່າຍບັງເອີນອື່ນໆ 15,76 ຕື້ກີບ ເຊົ່າຊັບສົມບັດຄົງທີ່ຮັບໃຊ້ບໍລິຫານ 1,85 ຕື້ກີບ, ຈ່າຍໃນການລົງທຶນຂອງລັດ 55,02 ຕື້ກີບ ນອກນີ້ໃນໄລຍະດຽວກັນຂອງສົກປີ 2015-2016 ພາຍໃນແຂວງຍັງຂາດດຸນງົບປະມານ 259,10 ຕື້ກີບ, ເທົ່າກັບ 80% ຂອງລາຍຈ່າຍທັງໝົດ, ໝາຍຄວາມວ່າແຂວງສາມາດກຸ້ມຕົນເອງໄດ້ພຽງແຕ່ 20% ຂອງລາຍຈ່າຍ.
ເຖິງວ່າໃນໄລຍະ 9 ເດືອນມາ ນີ້ ແຂວງຊຽງຂວາງຈະມີອຸປະສັກກ່ຽວກັບບັນຫາລາຍຮັບ-ລາຍຈ່າຍ ແລະການຂາດດຸນງົບປະ ມານກໍຕາມ, ແຕ່ 3 ເດືອນທ້າຍປີ 2015-2016 ແຂວງດັ່ງກ່າວຍັງ ຄາດຄະເນເສດຖະກິດຂະຫຍາຍຕົວຢູ່ໃນລະດັບ 8,96%, ສູ້ຊົນ ເຮັດໃຫ້ລວມຍອດຜະລິດຕະພັນ ພາຍໃນບັນລຸໄດ້ 2,987.22 ຕື້ກີບ ໃນນັ້ນຂົງເຂດກະສິກໍາຂະຫຍາຍຕົວ 3,84%, ກວມ 38,78%, ອຸດສາຫະກໍາຂະຫຍາຍຕົວ 11.42%, ກວມ 35,90% ແລະການບໍລິ ການຂະຫຍາຍຕົວ 13,99%, ກວມ 25,31% ຄາດຄະເນພົນລະ ເມືອງໃນສົກປີ 2015-2016 ມີ 246,168, ຄົນ, ຍິງ 121,012 ຄົນ, ສະເລ່ຍລາຍຮັບຕໍ່ຄົນໃຫ້ໄດ້ 1,500 ຕໍ່ຄົນຕໍ່ປີ.
ພ້ອມດຽວກັນນີ້ ສູ້ຊົນເກັບລາຍຮັບທ້ອງຖິ່ນເຂົ້າງົບປະມານໃຫ້ໄດ້ 61,82 ຕື້ກີບ ໃນນັ້ນຮັບຈາກສ່ວຍສາອາກອນ 60,11 ຕື້ກີບ, ຮັບ ຈາກຊັບສິນ 1,65 ຕື້ກີບ, ຮັບຈາກຄຸ້ມຄອງລັດວິສາຫະກິດ 61 ລ້ານກີບ ແລະຄຸ້ມຄອງການປະຕິບັດລາຍຈ່າຍທົ່ວແຂວງໃຫ້ໄດ້ 192,68 ຕື້ກີບ, ຄາດຄະເນແຂວງຈະຂາດດຸນງົບປະມານ 130,86 ຕື້ກີບ.

No comments