ລາຄານໍ້າມັນ ແລະສິນຄ້າຫຼຸດລົງເປັນຜົນດີຕໍ່ອັດຕາເງິນເຟີ້

ລາຄານ້ຳມັນ ແລະລາຄາ ສິນຄ້າຖືເປັນບັນຫາທີ່ສຳຄັນໃນການຜັັກດັນໃຫ້ເສດຖະກິດສັງຄົມມີການຂະຫຍາຍຕົວຂຶ້ນຢ່າງຕໍ່ເນື່ອງ ຊຶ່ງສັງເກດເຫັນວ່ານັບ ແຕ່ລາຄານ້ຳມັນໄດ້ຫຼຸດລົງຢ່າງຕໍ່ເນື່ອງໃນປີຜ່ານມາຈົນຮອດປະຈຸບັນໄດ້ເຮັດໃຫ້ອັດຕາເງິນເຟີ້ຂອງ ສປປ ລາວ
ເຮົາຫຼຸດລົງເຊັ່ນດຽວກັນແຕ່ໃນທາງກົງກັນຂ້າມລາຄາອາຫານຊ້ຳພັດສູງຂຶ້ນ ຊຶ່ງອາດເນື່ອງມາຈາກການຜະລິດ ຍັງບໍ່ທັນພຽງພໍກັບຄວາມຕ້ອງການ.

ອີງຕາມບົດລາຍງານຂອງທະນາຄານໂລກກ່ຽວກັບເສດຖະກິດຂອງ ສປປ ລາວ ໃຫ້ຮູ້ວ່າ: ການຫຼຸດລົງຂອງລາຄານ້ຳມັນ ແລະລາຄາສິນຄ້າເຮັດໃຫ້ອັດຕາ ເງິນເຟີ້ຕ່ຳລົງໃນປີ 2015 ແລະ 2016 ຊຶ່ງອັດຕາເງິນເຟີ້ໃນປີ 2015 ແມ່ນຢູ່ທີ່ 1,3% ຫຼຸດຈາກ 4,2% ໃນປີຜ່ານມາ, ໂດຍອັດຕາເງິນເຟີ້ໄດ້ຫຼຸດລົງຕື່ມອີກມາເປັນ 1,1% ໃນເດືອນມີນາ 2016 ລາຄາຂາຍຍ່ອຍນ້ຳມັນເຊື້ອໄຟຫຼຸດລົງຢູ່ໃນລະດັບຕ່ຳທີ່ສຸດໃນຮອບ 6 ປີ, ຮອດເດືອນມີນາ 2016 ລາຄານ້ຳມັນຫຼຸດລົງ 26% ທຽບໃສ່ໄລຍະດຽວຂອງປີຜ່ານມາ ຊຶ່ງສ່ອງແສງເຖິງລາຄານ້ຳມັນໃນຕະຫຼາດໂລກທີ່ຫຼຸດລົງ 29% ໃນໄລ ຍະດຽວກັນ, ລາຄານ້ຳມັນທີ່ຕົກຕ່ຳຄືດັ່ງກ່າວເປັນປະໂຫຍດໃຫ້ແກ້ຜູ້ຊົມໃຊ້, ການຊົມໃຊ້ນ້ຳມັນກວມເອົາ 8% ຂອງການຊົມໃຊ້ທັງໝົດ, ລາຄານ້ຳມັນໃນຕະຫຼາດໂລກຄາດ ວ່າຈະສືບຕໍ່ຫຼຸດລົງ ຊຶ່ງຄາດວ່າຈະ ສືບຕໍ່ເຮັດໃຫ້ລາຄານ້ຳມັນຂາຍຍ່ອຍຢູ່ພາຍໃນ ແລະລະດັບເງິນເຟີ້ໂດຍລວມຍັງຢູ່ໃນລະດັບຕ່ຳ.

ແຕ່ໃນທາງກົງກັນຂ້າມລາຄາ ອາຫານຊ້ຳພັດເພີ່ມຂຶ້ນ ຊຶ່ງອາດຍ້ອນການຜະລິດສະບຽງອາຫານຍັງບໍ່ທັນພຽງພໍກັບຄວາມຕ້ອງການຫຼື ຜະລິດຍັງບໍ່ຫຼາຍເທົ່າທີ່ຄວນ ໂດຍໃນຮອບໜຶ່ງປີລາຄາອາຫານເພີ່ມຂຶ້ນໃນລະດັບສູງທີ່ສຸດ 5,5% ໃນເດືອນຕຸລາ 2015 ທຽບໃສ່ໄລຍະດຽວຂອງປີຜ່ານມາກ່ອນ ທີ່ຈະຫຼຸດລົງມາຮອດ 4,7% ໃນເດືອນມີນາ 2016 ສະເລ່ຍແລ້ວລາຄາອາຫານເພີ່ມຂຶ້ນ 4,6% ໃນໄລຍະປີ 2015 ແລະ 4,7% ໃນລະຫວ່າງເດືອນມັງກອນຫາເດືອນມີນາ 2016 ແຕ່ກໍຍັງຕ່ຳກວ່າອັດຕາການເພີ່ມຂຶ້ນຂອງລາຄາອາຫານໃນປີ 2014 ທີ່ຢູ່ໃນ ລະດັບ 7% ຍ້ອນລາຄາຊີ້ນເພີ່ມ ຂຶ້ນໃນຈັງຫວະທີ່ຊ້າລົງ (ອາດຍ້ອນການນຳເຂົ້າສັດລ້ຽງທີ່ເພີ່ມຂຶ້ນໃນປີ 2016) ແຕ່ກົງກັນຂ້າມລາຄາຜັກ ແລະລາຄາເຂົ້າຍັງເພີ່ມສູງຢູ່, ສ່ວນໜຶ່ງອາດແມ່ນຍ້ອນສະ ພາບອາກາດບໍ່ເອື້ອອຳນວຍ ແລະ ຖານລາຄາຈາກປີທີ່ຜ່ານມາ.

ນອກນີ້ ກິດຈະກຳທາງດ້ານເສດຖະກິດທີ່ຂະຫຍາຍຕົວຊ້າລົງ ຖ້າທຽບໃສ່ປີຜ່ານມາເຮັດໃຫ້ອັດຕາເງິນເຟີ້ຕົ້ນຕໍຕ່ຳໃນນັ້ນບໍ່ລວມນ້ຳມັນເຊື້ອໄຟ ແລະອາຫານ ຊຶ່ງເຫັນວ່າຢູ່ໃນລະດັບຄົງທີ່ສະເລ່ຍ ແມ່ນ 1,8% ໃນປີ 2015 ແລະຫຼຸດລົງເລັກນ້ອຍມາເປັນ 1,7% ໃນລະຫວ່າງເດືອນມັງກອນ ຫາ ເດືອນມີນາ 2016, ໃນໄຕມາດທຳອິດຂອງປີ 2016 ລາຄາ ໃນໝວດບໍລິການຮ້ານອາຫານ ແລະໂຮງແຮມເພີ່ມ ຂຶ້ນເລັກນ້ອຍ, ສ່ວນລາຄາໃນໝວດທີ່ຢູ່ອາໄສ, ນ້ຳປະປາ, ໄຟຟ້າ ແລະອາຍແກັດ ເພີ່ມຂຶ້ນດ້ວຍຈັງຫວະທີ່ຊ້າກວ່າ.

ສ່ວນທາງດ້ານອັດຕາແລກ ປ່ຽນແມ່ນປະຕິບັດນະໂຍບາຍ ຂອງທະນາຄານແຫ່ງ ສປປ ລາວ ກ່ຽວກັບການຮັກສາສະຖຽນລະພາບສະກຸນເງິນກີບຂອງລາວ, ໂດຍເງິນກີບໄດ້ອ່ອນຄ່າລົງພຽງແຕ່ 1% ຕໍ່ໂດລາ ໃນປີ 2015 ທຽບໃສ່ຄ່າເງິນສະເລ່ຍປີຜ່ານມາແລະບໍ່ມີການເໜັງຕີງແຮງຕະຫຼອດປີຍ້ອນວ່າຄ່າເງິນຂອງປະເທດໃນພາກພື້ນອ່ອນຄ່າ ທຽບໃສ່ໂດລາຮອດເດືອນທັນວາອັດຕາແລກປ່ຽນເງິນກີບຕໍ່ບາດແຂງຄ່າຂຶ້ນ 8% ແລະເງິນກີບຕໍ່ເງິນດົງແຂງຄ່າຂຶ້ນ 6% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ແຕ່ມາຮອດທ້າຍເດືອນ ກຸມພາ 2016 ເງິນກີບຕໍ່ໂດລາອ່ອນຄ່າລົງ 0,3% ແຕ່ແຂງຄ່າ 9% ຂອງເງິນບາດທຽບໃສ່ປີ 2015.



ທີ່ມາ: SEDTHAKID

No comments

Theme images by compassandcamera. Powered by Blogger.