48 ປີ ບົນເສັ້ນທາງແຫ່ງການເຕີບໃຫຍ່ ແລະທັນສະໄໝຂອງຂະແໜງທະນາຄານ

ກ່ອນໜ້ານີ້ 48 ປີ ຄືວັນ ທີ 7 ຕຸລາ 1968 ໂດຍປະຕິບັດ ຕາມມະຕິຄັ້ງທີ 13 ຂອງຄະນະບໍລິຫານງານສູນກາງພັກສະໄໝ ທີ I ສູນກາງແນວລາວຮັກຊາດ ໄດ້ປະກາດສ້າງຕັ້ງທະນາຄານປະເທດລາວຂຶ້ນທີ່ເມືອງວຽງໄຊ ແຂວງຫົວພັນ

ຊຶ່ງເປັນການກໍາເນີດຂະແໜງເສດຖະກິດໜຶ່ງທີ່ສໍາຄັນຂອງປະເທດເຮົາທັງເປັນຂີດໝາຍປະຫວັດສາດຂອງການ ປະຕິວັດລາວເຮັດໃຫ້ເຂດປົດປ່ອຍໄດ້ມີທະນາຄານ ແລະມີລະບົບ ເງິນຕາເປັນຂອງຕົນເອງ ຊຶ່ງໄດ້ກາຍເປັນປັດໄຈທີ່ສໍາຄັນໃນການສ້າງເຂດປົດປ່ອຍໃຫ້ມີຄວາມເຂັ້ມ ແຂງເປັນຄືລັດເອກະລາດໜຶ່ງ ແລະມີຄວາມເຕີບໃຫຍ່ຂະຫຍາຍ ຕົວສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ.

ພາຍຫຼັງສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975 ພັກເຮົາໄດ້ວາງ 2 ໜ້າທີ່ຍຸດທະສາດ ໂດຍສະເພາະມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງພັກໄດ້ກໍານົດແນວທາງປ່ຽນແປງໃໝ່ຮອບດ້ານ ແລະມີຫຼັກການຂອງ ພັກ, ສະພາລັດຖະມົນຕີໄດ້ຕົກ ລົງຫັນລະບົບທະນາຄານໄປສູ່ກົນ ໄກໄລ່ລຽງເສດຖະກິດ ແລະກອງ ປະຊຸມທະນາຄານຄັ້ງທີ I ໄດ້ຮັບ ຮອງເອົາແຜນປະຕິຮູບລະບົບທະນາຄານຈາກລະບົບທະນາຄານ ຂັ້ນດຽວທີ່ເຮັດໜ້າທີ່ຄຸ້ມຄອງ ແລະທຸລະກິດເປັນລະບົບທະນາ ຄານ 2 ຂັ້ນຄື: ມີທະນາຄານກາງ ແລະທະນາຄານທຸລະກິດ ໂດຍທະນາຄານແຫ່ງລັດສູນກາງໄດ້ຫັນ ປ່ຽນເປັນທະນາຄານກາງເອີ້ນຊື່ ວ່າ: ທະນາຄານແຫ່ງ ສປປ ລາວ ຊຶ່ງເປັນອົງການຄຸ້ມຄອງມະຫາພາກທາງດ້ານເງິນຕາ, ສິນເຊື່ອ ແລະຄຸ້ມຄອງທະຄານທຸລະກິດ-ສະຖາບັນການເງິນຂອງປະເທດ, ສ່ວນສາຂາທະນາຄານແຫ່ງລັດຢູ່ ທ້ອງຖິ່ນໄດ້ຫັນເປັນທະນາຄານທຸລະກິດຂອງລັດທີ່ມີສໍານັກງານຕັ້ງ ຢູ່ພາກຕ່າງໆຂອງປະເທດ ເປັນຫົວໜ່ວຍທຸລະກິດທາງດ້ານເງິນຕາ ແລະການທະນາຄານ.

ຈາກນັ້ນມາ ຂະແໜງທະນາ ຄານໄດ້ກ້າວເຂົ້າສູ່ໄລຍະແຫ່ງການພັດທະນາຕົນເອງ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງ ການຂອງການພັດທະນາເສດຖະ ກິດໃນພາລະກິດປ່ຽນແປງໃໝ່ ຂອງພັກ, ເວົ້າລວມແລ້ວຜ່ານໄລຍະ 48 ປີ ແຫ່ງການສ້າງຕັ້ງ, ປັບປຸງ ແລະພັດທະນາທະນາຄານລາວມາຢ່າງຕໍ່ເນື່ອງນັ້ນໄດ້ສ້າງໃຫ້ລະບົບທະນາຄານເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງສາມາດຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍທົດສອບນາໆປະການ ແລະເຮັດສໍາເລັດໜ້າທີ່ການ ເມືອງຂອງຕົນໃນແຕ່ລະໄລຍະໄດ້ ເປັນຢ່າງດີປະກອບສ່ວນເຂົ້າໃນຜົນ ສໍາເລັດລວມຂອງການປະຕິວັດຊາດປະຊາທິປະໄຕ, ໄລຍະແຫ່ງການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດກໍຄືພາລະກິດປ່ຽນແປງໃໝ່ຮອບດ້ານ ແລະມີຫຼັກການຂອງພັກ, ອັນພົ້ນເດັ່ນໃນ ຊຸມປີຫຼັງນີ້ທະນາຄານແຫ່ງ ສປປ ລາວ ໄດ້ປະຕິບັດພາລະບົດບາດ ໃນຖານະທະນາຄານກາງຂອງປະ ເທດໄດ້ຢ່າງສົມກຽດໃນການຈັດ ຕັ້ງປະຕິບັດນະໂຍບາຍເງິນຕາຢ່າງຖືກຕ້ອງສາມາດຮັກສາສະຖຽນລະພາບເງິນຕາແຫ່ງຊາດໄວ້ຢ່າງ ໝັ້ນທ່ຽງ, ອັດຕາເງິນເຟີ້ຢູ່ໃນລະດັບຕໍ່າກ່ວາອັດຕາການຂະຫຍາຍຕົວຂອງເສດຖະກິດ, ອັດຕາແລກ ປ່ຽນມີຄວາມສະຫງົບ, ຄຸນຄ່າເງິນ ກີບໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ລະບົບທະນາຄານທຸລະກິດ-ສະຖາບັນການເງິນ ແລະຕະ ຫຼາດຫຼັກຊັບລາວໄດ້ຮັບການປັບ ປຸງ, ພັດທະນາໃຫ້ມີຫຼາຍຮູບແບບ ແລະຫັນການບໍລິການໄປສູ່ທັນສະໄໝຕາມມາດຕະຖານສາກົນເທື່ອລະກ້າວ ຊຶ່ງສາມາດລະດົມທຶນ ແລະຕອບສະໜອງທຶນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມໄດ້ ໃນລະດັບທີ່ດີປະກອບສ່ວນຍູ້ແຮງການຂະຫຍາຍຕົວຂອງເສດຖະກິດ, ຫຼຸດຜ່ອນຄວາມທຸກຍາກ ແລະຍົກສູງຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນ.

ຢືນຢູ່ຕໍ່ໜ້າສະພາບການໃໝ່ ສະພາບແຫ່ງການເຊື່ອມໂຍງ ຊຶ່ງມີທັງໂອກາດທີ່ເອື້ອອໍານວຍ ແລະສິ່ງທ້າທາຍມັນໄດ້ເລັ່ງທວງໃຫ້ຂະແໜງການທະນາຄານສືບຕໍ່ ປະຕິບັດໜ້າທິີ່ການເມືອງຂອງຕົນ ດ້ວຍບາດກ້າວບຸກທະລຸ, ພ້ອມນັ້ນ ກໍຍັງມີຫຼາຍວຽກງານທີ່ຈະຕ້ອງ ສືບຕໍ່ແກ້ໄຂ ເພື່ອສ້າງລະບົບທະນາຄານມີຄວາມປອດໃສ, ມີປະສິດທິຜົນ ແລະໝັ້ນຄົງ, ມີຄວາມສາມາດພຽງພໍໃນການແຂ່ງຂັນ ແລະເຊື່ອມໂຍງກັບສາກົນປະຕິບັດບົດບາດເປັນລະບົບສາຍເລືອດຂອງພື້ນຖານເສດຖະກິດ-ສັງຄົມ ໃນພາລະກິດສ້າງສາ ແລະພັດທະນາປະເທດຊາດຕາມທິດກ້າວຂຶ້ນສັງຄົມນິຍົມ.

ຜົນສໍາເລັດບົນເສັ້ນທາງ 48 ປີ ຜ່ານມາແມ່ນໄດ້ມາທ່າມກາງສະພາບແວດລ້ອມທີ່ຫຍຸ້ງຍາກ, ດ້ວຍການຊີ້ນໍາ ແລະນໍາພາຂອງ ກົມການເມືອງສູນກາງພັກ ແລະລັດກໍຄືຄະນະພັກ, ຄະນະຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະດ້ວຍການສູ້ຊົນ, ບຸກບືນ ແລະດ້ວຍຄວາມຮັບຜິດຊອບສູງຂອງສະມາຊິກພັກ, ພະນັກງານໃນທົ່ວລະບົບທະນາຄານແຕ່ລຸ້ນກໍ່ຕັ້ງຈົນເຖິງລຸ້ນປະຈຸບັນ, ຜົນສໍາເລັດດັ່ງກ່າວແມ່ນສຸດທີ່ສໍາຄັນ ແລະເປັນໜ້າເອກອ້າງທະນົງໃຈເປັນຢ່າງຍິ່ງ, ແຕ່ເຖິງຢ່າງໃດກໍດີຖ້າທຽບໃສ່ຄວາມຮຽກຮ້ອງຕ້ອງການຂອງພາລະກິດສ້າງສາ ແລະພັດທະນາປະເທດຊາດໃນໄລຍະໃໝ່ ຊຶ່ງໄດ້ກໍານົດຢູ່ໃນມະຕິ X ຂອງພັກ ແລະແຜນພັດທະນາເສດຖະກິດ-ສັງຄົມສະບັບທີ VIII ເຫັນວ່າ: ຂະແໜງການທະນາຄານຈະຕ້ອງສືບຕໍ່ເສີມຂະຫຍາຍມູນເຊື້ອ 48 ປີໃຫ້ດີກວ່າເກົ່າ, ເອົາໃຈໃສ່ປັບປຸງ ແລະແກ້ໄຂຂໍ້ຄົງຄ້າງໃຫ້ຫຼຸດໜ້ອຍຖອຍລົງ ແລະຕ້ອງພ້ອມກັນສືບຕໍ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກທະນາ ຄານແຫ່ງ ສປປ ລາວ ໃຫ້ປາກົດຜົນເປັນຈິງ.



ທີ່ມາ: SEDTHAKID

No comments

Theme images by compassandcamera. Powered by Blogger.