10 ວິທີຮັກສາ inkjet printer ໃຫ້ຢູ່ກັນເຮົາໄປດົນໆ


ເຄື່ອງ­ພິມ​ອິງ​ເຈັດ (InkjetPrinter) ນັ້ນ​ເປັນ​ອຸ­ປະ­ກອນ ສຳ­ຄັນ​ສຳ­ລັບ​ວຽກ​ເອ­ກະ­ສານ​ທີ່ ຫຼາຍໆ​ຄົນ​ຂາດ​ບໍ່​ໄດ້ດັ່ງ­ນັ້ນ​ມື້­ນີ້​ຄໍລຳ​ຜ່າ​ໂລກ​ໄອ​ທີ​ຈິ່ງ​ມີ 10 ວິ­ທີ​ແນະ­ນຳ​ການ​ດູ​ແລ​ຮັກ­ສາ​ເຄື່ອງ­ພິມ​ອິງເຈັດໃຫ້​ຢູ່​ກັບ​ເຮົາ​ໄປ​ດົນໆ​ມາ​ຝາກ ຊຶ່ງ​ສາ­ມາດ​ເຮົາ​ໄດ້​ດັ່ງ​ຕໍ່​ໄປ​ນີ້


ທຳ​ຄວາມ​ສະ­ອາດ​ຫົວ​ພິມ​ຂອງ​ເຄື່ອງ­ພິມ​ອິງ​ເຈັດ​ຢູ່​ສະ­ເໝີ
ການ​ເອົາ­ໃຈ­ໃສ່​ເລື່ອງ​ການ ເຮັດ​ສາ​ຄວາມ​ສະ­ອາດ​ຫົວ​ພິມ ຂອງ​ເຄື່ອງ­ພິມ​ເປັນ​ວິ­ທີ​ໜຶ່ງ​ທີ່​ຈະ ຊ່ວຍ​ບໍ່​ໃຫ້​ເກີດ​ການ​ຕີບ​ຕັນ​ຂອງ ຫົວ​ພິມ​ໄດ້​ຫຼາຍ​ເທື່ອ​ທີ່​ມີ​ນ້ຳ­ໝຶກ ບາງ​ສ່ວນ​ຕົກ​ຄ້າງ​ແລ້ວ​ໄຫຼ​ໄປ​ຈັບ ກັນ​ເປັນ​ຄາບ​ຢູ່​ບໍ­ລິ­ເວນ​ສ່ວນ​ປາຍ ຂອງ​ຫົວ​ພິມ​ແລ້ວ​ເຮັດ​ໃຫ້​ອອກ​ອາ ການ​ແປກໆ ຫຼື ສີ​ຜິດ​ພ້ຽນ​ວິ­ທີ​ແກ້ ໄຂ​ແບບ​ງ່າຍໆ​ຄື​ນຳ​ກັບ​ໝຶກ​ອອກ ມ​ຈາກ​ເຄື່ອງ­ພິມ​ແລ້ວ​ຄ່ອຍໆ​ເຊັດ​ທຳ​ຄວາມ​ສະ­ອາດ​ບໍ­ລິ­ເວນ​ຫົວ​ພິມ​ດ້ວຍ cotton buds ຫ້າມ​ໃຊ້​ເຈ້ຍ ອະ­ນາ­ໄມ ແລະ​ເຫຼົ້າ​ເຊັດ​ໂດຍ​ເດັດ ຂາດ, ຈາກ​ນັ້ນ ນຳ​ກັບ​ໝຶກ​ໃສ່​ເຂົ້າ ໄປ​ໃນ​ຊ່ອງ​ຂອງ​ເຄື່ອງ­ພິມ​ແລ້ວ ດຶງ​ອອກ​ມາ ການ​ຮັກ­ສາ​ຄວາມ ສະ­ອາດ​ຂອງ​ຫົວ​ພິມ​ແບບ​ສະ​ໝ່ຳ​ສະ­ເໝີ​ຈະ​ຊ່ວຍ​ໃຫ້​ງານ​ພິມ​ໄດ້​ປະ­ລິ­ມານ​ຫຼາຍ​ຂຶ້ນ​ແບບ​ເຫັນ​ໄດ້​ຊັດ ເຈນ​ເລີຍ.

ພະ­ຍາ­ຍາມ​ໃຊ້​ເຄື່ອງ­ພິມ​ໃຫ້​ສະ​ໝ່ຳ​ສະ­ເໝີ
ເຄື່ອງ­ພິມ​ທຸກ​ຕົວ​ສາ­ມາດ​ປ້ອງ ກັນ​ບັນ­ຫາ​ງານ​ພິມ​ບໍ່​ໄດ້​ດັ່ງ​ໃຈດ້ວຍ​ການ​ໝັ່ນ​ໃຊ້​ວຽກ​ມັນ​ເລື້ອຍໆ ຫຼື ຢ່າງ​ໜ້ອຍ​ໃຊ້​ພິມ​ງານ​ທັງ​ສີ ແລະ​ຂາວ-ດຳ​ແດ່ ເພາະ​ຈະ​ຊ່ວຍ​ປ້ອງ​ກັນ​ບໍ່​ໃຫ້​ໝຶກ​ແຫ້ງ​ເປັນ​ຄາບ​ຕິດ​ຢູ່​ພາຍ​ໃນ​ທໍ່​ສີດ​ນ້ຳ­ໝຶກ ຄຳ​ແນະ­ນຳ ຄື​ຄວາມ​ເປີດ​ເຄື່ອງ Printer ອາ ທິດ​ລະ​ຄັ້ງ ເພື່ອ​ໃຫ້​ຫົວ​ພິມ​ສີດ​ໝຶກ ໃໝ່​ເຂົ້າ​ໄປ​ໄລ​ໝຶກ​ເກົ່າ​ປ້ອງ​ກັນ ບັນ­ຫາ​ການ​ຕີບ​ຕັນ​ຂອງ​ໝຶກ.

ການ​ເກັບ​ຮັກ­ສາ​ເຄື່ອງ­ພິມ ເມື່ອ​ບໍ່​ໄດ້​ນຳ​ໃຊ້
ຄວນ​ມີ​ຜ້າ­ຄຸມ​ກັນ​ຝຸ່ນ​ເຄື່ອງ ພິມ​ໄວ້ ເພື່ອ​ປ້ອງ​ກັນ​ຝຸ່ນ​ລະ­ອອງ ບໍ​ໃຫ້​ເຂົ້າ​ມາ​ໃນ​ກົນ​ໄກ ສຳ­ລັບ ເຄື່ອງ­ພິມ​ທີ່​ມີ​ຫົວ​ພິມ​ຢູ່​ຕົວ​ເຄື່ອງ​ຈະຕ້ອງ​ມີ​ກັບ​ໝຶກ​ຕິດ​ຢູ່​ເຄື່ອງ​ສະ­ເໝີ ເຖິງ​ວ່າ​ຈະ​ມີ​ໝຶກ​ຢູ່ ຫຼື ບໍ່​ກໍ່​ຕາມ ເພາະ​ການ​ນຳ​ກັບ​ໝຶກ​ອອກ ຈະ ເປັນ​ການ​ເປີດ​ໃຫ້​ອາ­ກາດ​ເຂົ້າ​ໄປ​ເຮັດ​ໃຫ້​ທໍ່​ທາງ​ເດີນ​ນ້ຳ­ໝຶກ​ແຫ້ງ ສ່ວນ​ປະ­ເພດ​ທີ່​ຫົວ​ພິມ​ຢູ່​ໃນ​ກັບ ໝຶກ​ໃຫ້​ນຳ​ກັບ​ໝຶກ​ອອກ​ມາ​ໄວ້​ໃນ ຖົງ Zip-lock ຫຼື ຖົງ​ພລາ​ສ​ຕິກ​ແລ້ວ​ປິດ​ປ້ອງ​ກັນ​ບໍ່​ໃຫ້​ອາ­ກາດ ເຂົ້າ​ໄປ

ຮັກ­ສາ​ສຸ­ຂະ­ພາບ​ຂອງ ເຄື່ອງ­ພິມ​ໃຫ້​ດີ
ການ​ໝັ່ນ​ກຳ­ຈັດ​ເສດ​ເຈ້ຍ ແລະ​ຝຸ່ນ​ຜົງ​ທັງ­ຫຼາຍ​ດ້ວຍ​ການ​ເປົ່າ​ເສດຜົງ ແລະ​ຝຸ່ນ​ອອກ​ດ້ວຍ​ເຄື່ອງ​ເປົ່າ ລຳ​ທຳ​ມະ​ດາໆ (ບໍ່​ແມ່ນ​ເຄື່ອງ​ເປົ່າ ຜົມ) ຈະ​ຊ່ວຍ​ໃຫ້​ເຄື່ອງ­ພິມ​ຂອງ ເຮົາ​ສາ­ມາດ​ປ້ອນ​ເຈ້ຍ​ໄດ້​ແບບ​ບໍ່ ຕິດ​ຂັດ

ຢ່າ​ໃຫ້​ຫົວ​ພິມ​ຕັນ
ຫົວ​ພິມ​ປະ­ກອບ​ດ້ວຍ nozzle ຊຶ່ງ​ເປັນ​ທໍ່​ສີດ​ນ້ຳ­ໝຶກ ເມື່ອ​ເກີດ​ການ​ອັດ​ຕັນ​ຈະ​ເຮັດ​ໃຫ້​ງານ​ພິມ​ຂະ­ໜາດຄວາມ​ຄົມ ຫຼື ມີ​ລາຍ​ເປັນ​ເສັ້ນໆ​ວິ ທີ​ແກ້​ໄຂ​ຄື​ໃຫ້​ຮຽກ​ໃຊ້​ໂປຣ​ແກຣມ​ສຳ­ລັບ​ກວດ​ສອບ ແລະ​ທຳ​ຄວາມ ສະ­ອາດ​ຫົວ​ພິມ​ທີ່​ຕິດ​ຕັ້ງ​ມາ​ພ້ອມ ກັບ​ຕອນ​ທີ່​ເຮົາ​ຕິດ​ຕັ້ງ driver ຊຶ່ງ ຈະ​ມີ​ຄຳ​ແນະ­ນຳ​ຂັ້ນ​ຕອນ​ຕ່າງໆ ຢູ່​ແລ້ວ.

ການ​ທຳ​ຄວາມ​ສະ­ອາດ​ລູກ ກິ້ງ​ໝຸນ​ເຈ້ຍ (Roller)
ນຳ​ເຈ້ຍ​ໜາໆ​ທີ່​ສາ­ມາດ​ດູດ​ຊຶມ ນ້ຳ​ໄດ້​ດີ ແລ້ວ​ສີດ​ນ້ຳ​ຢາ​ທຳ​ຄວາມ ສະ­ອາດ​ທີ່​ມີ​ສ່ວນ​ປະ­ສົມ​ຂອງ​ແອນໂມ​ເນຍ​ໃຫ້​ໝາດໆ​ແລ້ວ​ປ້ອນ​ເຂົ້າ ໄປ​ໃນ​ເຄື່ອງ­ພິມ ແລະ feed ເຈ້ຍ​ອອກ​ມາ​ເຮັດ​ແບບ​ນີ້​ຊ້ຳໆ 2-3 ຄັ້ງ ແລ້ວ​ຈິ່ງ​ໃຊ້​ເຈ້ຍ​ທຳ​ມະ​ດາ​ປ້ອນ ເຂົ້າ​ໄປ ແລະ​ອອກ​ມາ​ເພື່ອ​ເຊັດ​ລູກ ກິງ​ໝຸນ​ເຈ້ຍ​ໃຫ້​ແຫ້ງ​ພຽງ​ເທົ່າ​ນີ້ ກໍ​ຈະ​ຊ່ວຍ​ລ້າງ​ໝຶກ ແລະ​ສິ່ງ​ສົກ ກະ​ປົກ​ທີ່​ຕິດ​ຢູ່​ໄດ້​ແລ້ວ

ປິດ​ເຄື່ອງ​ດ້ວຍ switch ຂອງ​ເຄື່ອງ­ພິມ​ກ່ອນ​ຖອດ​ປັກ​ໄຟ
ການ​ປິດ​ເຄື່ອງ​ດ້ວຍ switch ຂອງ​ເຄື່ອງ­ພິມ ຈະ​ເຮັດ​ໃຫ້​ເຄື່ອງ ພິມ​ມີ​ການ​ທຳ​ຄວາມ​ສະ­ອາດ​ຫົວ ພິມ ແລະ​ເກັບ​ກັບ​ໝຶກ​ເຂົ້າ​ບ່ອນ ກ່ອນ​ຕັດ​ໄຟ ເຂົ້າ​ເຄື່ອງ ຈິ່ງ​ເປັນ ການ​ເຮັດ​ໃຫ້​ເຄື່ອງ­ພິມ​ຖືກ​ປິດ​ລົງ ແບບ​ຖືກ­ຕ້ອງ​ການ​ຖອດ​ປັກ​ໄຟ ຫຼື ປິດ switch ປັກ​ໄຟ​ໂດຍ​ບໍ່​ປິດ​ດ້ວຍ switch ຂອງ​ເຄື່ອງ­ພິມ​ຈະ​ເຮັດ ໃຫ້​ເພ​ໄດ້​ງ່າຍ.

ໝັ່ນ​ອັບ​ເດດ driver ແລະsoftware ຂອງ​ເຄື່ອງ­ພິມ​ຢູ່​ສະ­ເໝີ​ເພາະ software (ລວມ​ໄປ ເຖິງ driver) ໃໝ່ໆ​ຈະ​ຖືກ​ປັບ­ປຸງ ໃຫ້​ດີ​ຂຶ້ນ​ຈາກ version ກ່ອນໆ ແລະ​ໃນ​ບາງ​ຄັ້ງ​ກໍ​ມີ features ໃໝ່ໆ ເພື່ອ​ເພີ່ມ​ປະ­ສິດ­ທິ­ພາບ​ໃນ ການ​ນຳ​ໃຊ້​ອີກ​ດ້ວຍ
ບໍ່​ຄວນ​ນຳ​ໝຶກ​ຄຸນ​ນະ​ພາບ ຕ່ຳ​ມາ​ຕື່ມ​ໃສ່
ແນ່­ນອນ​ແລ້ວ ເຖິງ​ຈະ​ພິມ​ງານ ອອກ​ມາ​ໄດ້​ກໍ​ຕາມ ແຕ່​ຈະ​ເຮັດ​ໃຫ້ ກັບ​ໝຶກ​ຕີບ​ຕັນ​ໄວ​ຂຶ້ນ ແລະ​ອາດ ເຮັດ​ໃຫ້​ຫົວ​ພິມ​ເສຍ​ຫາຍ​ອີກ​ດ້ວຍ

ຄວນ​ປຸ່ນ​ນ້ຳ­ໝຶກ ເມື່ອ​ມີ ການ​ເຕືອນ​ໝຶກ​ໝົດ
ຫຼາຍ​ຄົນ​ຍັງ​ຝຶນ​ທີ່​ຈະ​ພິມ​ຕໍ່​ເຖິງ ວ່າ driver ຂອງ​ເຄື່ອງ­ພິມ​ຈະ​ຂຶ້ນ ມາ​ເຕືອນ​ວ່າ​ໝຶກ​ໝົດ​ແລ້ວ​ກໍ​ຕາມ ກໍ­ລະ­ນີ​ໝຶກ​ສີ​ໝົດ​ຫາກ​ຍັງ​ຝຶນ​ພິມ ງານ​ຂາວ-ດຳ​ຕໍ່​ເຖິງ​ວ່າ​ໝຶກ​ສີ​ຈະ ບໍ່​ໄດ້​ໃຊ້​ແຕ່​ຄວາມ​ຮ້ອນ​ຢູ່​ຫົວ​ພິມ ຍັງ​ຄົງ​ມີ​ຢູ່​ຍິ່ງ​ເຮົາ​ຝືນ​ພິມ​ຈະ​ເຮັດໃຫ້​ຫົວ​ພິມ​ມີ​ຄວາມ​ຮ້ອນ​ເພີ່ມ​ຂຶ້ນ ຊຶ່ງ​ອາດ​ເຮັດ​ໃຫ້​ເຄື່ອງ­ພິມ​ເສຍ ຫາຍ​ໄດ້.

No comments

Theme images by compassandcamera. Powered by Blogger.